ໄລຍະຜ່ານມາ, ຍັງມີຜູ້ຂັບຂີ່ຈໍານວນໜຶ່ງລະເມີດກົດຈະລາຈອນ ພາໃຫ້ເກີດ ອຸບັດຕິເຫດຕາມທ້ອງຖະໜົນ ເຊັ່ນ: ຂັບຂີ່ລົດໄວເກີນກໍານົດ, ເມົາແລ້ວຂັບຂີ່, ແຊງຂຶ້ນໜ້າບໍ່ຮັບປະກັນ, ບໍ່ປ່ອຍສິດ, ລ້ຽວກະທັນຫັນ, ຂັບຂີ່ລົດບໍ່ຖືກຊ່ອງທາງການສັນຈອນ ແລະອື່ນໆ; ຕໍ່ກັບ ການລະເມີດດັ່ງກ່າວ ໄດ້ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຈາກອຸບັດຕິເຫດຕາມ ທ້ອງຖະໜົນເກືອບ 20 ຄົນ ໃນເດືອນ ສິງຫາ 2019 ທຽບໃສ່ເດືອນຜ່ານມາ ຜູ້ເສຍຊີວິດເພີ່ມຂຶ້ນ 2 ຄົນ.

ເສຍຊີວິິດຈາກອຸບັດຕິເຫດຕາມທ້ອງຖະໜົນເກືອບ 20 ຄົນ ໃນເດືອນສິງຫາ
ເສຍຊີວິິດຈາກອຸບັດຕິເຫດຕາມທ້ອງຖະໜົນເກືອບ 20 ຄົນ ໃນເດືອນສິງຫາ

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

ໃນເດືອນ ສິງຫາ 2019 ທົ່ວນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 98 ຄັ້ງ (ທຽບໃສເດືອນຜ່ານມາ ຫຼຸດລົງ 7 ຄັ້ງ); ໃນນີ້, ພາຫະນະເປ່ເພເລັກໜ້ອຍ 79 ຄັນ, ສົມຄວນ 110 ຄັນ, ໃຊ້ການບໍ່ ໄດ້ 7 ຄັນ; ຄົນໄດ້ຮັບບາດເຈັບເລັກໜ້ອຍ 39 ຄົນ, ສົມຄວນ 121 ຄົນ, ສາຫັດ 19 ຄົນ ແລະ ເສຍຊີວິດທັງໝົດ 19 ຄົນ (ທຽບໃສ່ເດືອນຜ່ານມາ ຜູ້ເສຍຊີວິດ ເພີ່ມຂຶ້ນ 2 ຄົນ); ຈາກອຸບັດຕິເຫດທີ່ເກີດ ຂຶ້ນ ສົ່ງຜົນເຮັດໃຫ້ຄົນຂັບເສຍຊີວິດ 14 ຄົນ, ຜູ້ຊ້ອນທ້າຍເສຍຊີວິດ 3 ຄົນ ແລະ ຄົນຍ່າງ 2 ຄົນ.

ເສຍຊີວິິດຈາກອຸບັດຕິເຫດຕາມທ້ອງຖະໜົນເກືອບ 20 ຄົນ ໃນເດືອນສິງຫາ
ເສຍຊີວິິດຈາກອຸບັດຕິເຫດຕາມທ້ອງຖະໜົນເກືອບ 20 ຄົນ ໃນເດືອນສິງຫາ

ອຸບັດຕິເຫດທີ່ເກີດຂຶ້ນດັ່ງກ່າວ ສ່ວນຫຼາຍແມ່ນເກີດຂຶ້ນຢູ່ຕາມເສັ້ນທາງ 13 ໃຕ້ 9 ຄັ້ງ, 13 ເໜືອ 8 ຄັ້ງ, ທ່າເດື່ອ 8 ຄັ້ງ, ໄກສອນ 7 ຄັ້ງ, ເລກ 10 ເກີດຂຶ້ນ 6 ຄັ້ງ, ກໍາແພງເມືອງ 4 ຄັ້ງ, ອາຊຽນ 2 ຄັ້ງ, ຄູວຽງ, ມິດຕະພາບ ແລະ ໜອງບຶກ ເກີດຂຶ້ນ ເສັ້ນລະ 1 ຄັ້ງ ແລະ ເສັ້ນທາງ ອື່ນໆອີກ 53 ຄັ້ງ; ໃນນີ້, ເສັ້ນທາງທີ່ມັກ ເກີດໄດ້ແກ່ເສັ້ນທາງຊື່ 74 ຄັ້ງ, ທາງໂຄ້ງ 1 ຄັ້ງ, ທາງ 3 ແຍກ 15 ຄັ້ງ, ທາງ 4 ແຍກ 8 ຄັ້ງ, ທາງປູຢາງ 64 ຄັ້ງ, ທາງຄອນກີດ 34 ຄັ້ງ; ລັກສະນະໃນການເກີດອຸບັດຕິ ເຫດ ຕໍາໜ້າເຊິ່ງໜ້າ 39 ຄັ້ງ, ຕໍາດ້ານຂ້າງ 26 ຄັ້ງ, ດາດ 14 ຄັ້ງ, ຕໍາດ້ານຫຼັງ 17 ຄັ້ງ, ຕໍາຄົນຍ່າງ 2 ຄັ້ງ; ຕໍ່ກັບອຸບັດຕິເຫດທີ່ ເກີດຂຶ້ນເປັນພະນັກງານ 12 ຄົນ, ທະ ຫານ 5 ຄົນ, ຕໍາຫຼວດ 2 ຄົນ, ກໍາມະກອນ 98 ຄົນ, ນັກຮຽນ 13 ຄົນ, ນັກສຶກສາ 19 ຄົນ, ຄ້າຂາຍ 27 ຄົນ ແລະອື່ນໆ; ໃນນັ້ນ, ລະເມີດກົດລະບຽບຈະລາຈອນ ໂດຍການດື່ມສິ່ງມຶນເມົາ ທັງໝົດ 56 ຄົນ, ອາຍຸຕໍ່າກວ່າ 15 ປີມີ 5 ຄົນ, ບໍ່ມີໃບຂັບ ຂີ່ 81 ຄົນ, ເຕັກນິກລົດບໍ່ດີ 16 ຄັນ ແລະອື່ນໆ, ຈາກອຸບັດຕິເຫດເກີດຂຶ້ນ ດັ່ງກ່າວທີ່ສ້າງຜົນເສຍຫາຍ ເປັນເງິນ 1.541.000.000 ກີບ.

ເມືອງທີ່ມັກເກີດອຸບັດຕິເຫດ ແມ່ນເມືອງໄຊທານີ ເກີດຂຶ້ນ 31 ຄັ້ງ, ເມືອງ ໄຊເສດຖາ 14 ຄັ້ງ, ເມືອງສີໂຄດຕະບອງ 13 ຄັ້ງ, ເມືອງສີສັດຕະນາກ 13 ຄັ້ງ, ເມືອງຫາດຊາຍຟອງ 10 ຄັ້ງ, ເມືອງຈັນທະບູລີ 8 ຄັ້ງ, ເມືອງນາຊາຍທອງ 3 ຄັ້ງ, ເມືອງປາກງື່ມ 3 ຄັ້ງ ແລະ ເມືອງສັງທອງ ເກີດຂຶ້ນ 3 ຄັ້ງ.

ເສຍຊີວິິດຈາກອຸບັດຕິເຫດຕາມທ້ອງຖະໜົນເກືອບ 20 ຄົນ ໃນເດືອນສິງຫາ
ເສຍຊີວິິດຈາກອຸບັດຕິເຫດຕາມທ້ອງຖະໜົນເກືອບ 20 ຄົນ ໃນເດືອນສິງຫາ

ຈາກບັນຫາອຸບັດຕິເຫດທີ່ເກີດຂຶ້ນນັ້ນ, ຄະນະພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຈະສືບຕໍ່ຊີ້ນໍາ-ນໍາພາກໍາລັງຕໍາຫຼວດຈະລາຈອນທີ່ຂຶ້ນກັບຄວາມຮັບຜິດຊອບໃນທົ່ວນະຄອນຫຼວງວຽງຈັນ ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຢ່າງເຂັ້ມງວດ ໂດຍມີການປະຈໍາປ້ອມປະຈໍາການຄອຍເຫດຕະ ຫຼອດ 24 ຊົ່ວໂມງ ເມື່ອມີອຸບັດຕິເຫດ ເກີດຂຶ້ນຕ້ອງຮີບຮ້ອນແກ້ໄຂ ແນໃສ່ບໍ່ໃຫ້ລົດຕິດຕາມທ້ອງຖະໜົນ, ສືບຕໍ່ລົງອາທິດຈະລາຈອນ, ກວດກາລົດຕາມ ສາຍທາງ, ຈັບຄວາມໄວ, ແທກທາດ ເຫຼົ້າຢູ່ຕາມເສັ້ນທາງສໍາຄັນຕ່າງໆ ເພື່ອສຶກສາອົບຮົມເປົ້າໝາຍທີ່ລະເມີດກົດລະບຽບການສັນຈອນ; ນອກນີ້, ບັນຫາສໍາຄັນອີກບັນຫາໜຶ່ງ ແມ່ນຈະນໍາພາສະ ມາຊິກສືບຕໍ່ລົງໂຄສະນາເຜີຍແຜ່ກົດລະບຽບການສັນຈອນຢູ່ຕາມໂຮງຮຽນ, ໂຮງຈັກ-ໂຮງງານ, ສໍານັກງານ-ອົງການພາກລັດ ແລະ ເອກະຊົນ, ບັນດາກຸ່ມບ້ານ ແລະ ບ້ານຕ່າງໆ ເພື່ອເຮັດໃຫ້ປະຊົນເຫຼົ່ານັ້ນຮັບຮູ້, ເຂົ້າໃຈຕໍ່ກົດລະບຽບການສັນຈອນ ສາມາດນໍາໄປໝູນໃຊ້ເຂົ້າໃນການຂັບຂີ່ລົດໃນຊີວິດປະຈໍາວັນ ແລະ ຫຼີກລ່ຽງບັນຫາເກີດອຸບັດຕິເຫດຕາມມາຕາມທ້ອງຖະໜົນ ເຮັດໃຫ້ບັນຫາ ການເກີດອຸບັດຕິເຫດ ແລະ ເສຍຊີວິດຫຼຸດລົງ.