ທ່ານ ສົມດີ ດວງດີ ເດີນທາງເຖິງບ້ານ ນ້ຳຖ້ວມບ້ານລະຫານ້ຳ
ທ່ານ ສົມດີ ດວງດີ ເດີນທາງເຖິງບ້ານ ນ້ຳຖ້ວມບ້ານລະຫານ້ຳ

ວັນທີ 6 ກັນຍາ 2019, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທັງເປັນຜູ້ຊີ້ນໍາວຽກງານເສດຖະກິດ ພ້ອມຄອບຄົວ ໄດ້ລົງຢ້ຽມຢາມຊຸກຍູ້ເພື່ອເປັນ ຂວັນກຳລັງໃຈປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ແຂວງພາກກາງ-ແຂວງພາກໃຕ້ ສປປ ລາວ; ພ້ອມທັງໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນໃຫ້ແກ່ຜູ້ປະສົບໄພ ນ້ຳຖ້ວມບ້ານລະຫານ້ຳ ເມືອງສອງຄອນ ແຂວງສະຫວັນນະເຂດ ລວມມູນຄ່າຫຼາຍກວ່າ 100 ລ້ານກີບ.

ທ່ານ ສົມດີ ດວງດີ ຂີ່ເຮືອສຳຫຼວດພື້ນທີ່ຖືກນ້ຳຖ້ວມ

ການລົງໄປຢ້ຽມຢາມ ແລະ ຊຸກຍູ້ ເພື່ອເປັນຂວັນກຳລັງໃຈແກ່ຜູ້ປະສົບໄພນໍ້າຖ້ວມຢູ່ແຂວງພາກກາງ-ແຂວງພາກ ໃຕ້ຂອງ ທ່ານ ສົມດີ ດວງດີ ໃນຄັ້ງນີ້ ແມ່ນການຮ່ວມແຮງຮ່ວມໃຈຂອງສະມາຊິກໃນຄອບຄົວ, ເພື່ອນມິດສະຫາຍຈຳນວນໜຶ່ງฆ ພ້ອມທັງໄດ້ມອບວັດຖຸປັດໄຈ, ເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງທີ່ຈໍາເປັນ ເຊັ່ນ: ນໍ້າດື່ມ, ຢາປົວພະຍາດ, ອາຫານແຫ້ງ, ໄຂ່, ເຂົ້າໜົມ ແລະອື່ນໆ ລວມມູນຄ່າທັງໝົດປະມານ 100 ລ້ານກີບ; ເພື່ອປະກອບສ່ວນເຂົ້າໃນການຊ່ວຍບັນເທົາທຸກຂອງປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ບ້ານລະຫານໍ້າ ເມືອງສອງຄອນ ແຂວງສະຫວັນນະເຂດ.

ທ່ານ ສົມດີ ດວງດີ ແລະ ທີມງານ ປຶກສາຫາລືກ່ຽວກັບບັນຫາ ນ້ຳຖ້ວມບ້ານລະຫານ້ຳ
ທ່ານ ສົມດີ ດວງດີ ແລະ ທີມງານ ປຶກສາຫາລືກ່ຽວກັບບັນຫາ ນ້ຳຖ້ວມບ້ານລະຫານ້ຳ

ໃນທ້າຍເດືອນສິງຫາ ຫາຕົ້ນເດືອນກັນຍາ 2019, ເຂດພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ໄດ້ຮັບຜົນກະທົບຈາກພະຍຸ Depression ເຂົ້າທາງພາກໃຕ້ຂອງ ສປປ ລາວ; ເຊິ່ງໄດ້ເຮັດໃຫ້ລະດັບນໍ້າຂອງ ແລະ ນໍ້າເຊຂຶ້ນສູງສຸດໃນລະດັບເປັນໄພພິບັດທາງທຳມະຊາດທີ່ ຮຸນແຮງ ແລະ ສົ່ງຜົນໃຫ້ເກີດນໍ້າຖ້ວມໃນຫຼາຍແຂວງພາກໃຕ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນຂອງປະຊາຊົນ ກໍຄືການດຳລົງຊີວິດຢູ່ບັນດາແຂວງພາກກາງ ແລະ ແຂວງພາກໃຕ້ ສປປ ລາວ.

ທ່ານ ສົມດີ ດວງດີ ລຸຍນ້ຳໄປຫາສູນຊ່ວຍເຫຼືອຊົ່ວຄາວ

ອີງຕາມການລາຍງານຂອງຄະນະກຳມະການສະເພາະກິດແກ້ໄຂໄພພິບັດແຫ່ງຊາດ ໃນເບື້ອງຕົ້ນ, ສະເພາະແຂວງເຊກອງ ໄດ້ຮັບຜົນເສຍຫາຍລວມທັງໝົດ ປະມານ 90 ຕື້ກີບ, ເຊິ່ງປະກອບມີເກືອບ 150 ບ້ານ ລວມມີປະຊາຊົນທີ່ໄດ້ຮັບຜົນກະທົບ 90.000 ຄົນ; ສ່ວນແຂວງຈໍາປາສັກ ແຈ້ງວ່າບ້ານທີ່ຖືກຜົນກະທົບທັງໝົດເກືອບ 400 ບ້ານ ມີປະມານ 37.000 ຄອບຄົວ, ກວມເອົາພົນລະເມືອງຫຼາຍກວ່າ 170.000 ຄົນ.

ປະຊາຊົນທີ່ຖືຜົນກະທົບກຳລັງລຽນແຖວຮັບເຄື່ອງຊ່ວຍເຫຼືອຈາກທ່ານຮອງນາຍົກລັດຖະມົນຕີ