ສານອາຍາຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນ ຄະດີລະເມີດກົດຈະລາຈອນ ທີ່ພາໃຫ້ເກີດອຸບັດຕິເຫດ ແລະ ເຮັດໃຫ້ຄົນອື່ນເສຍຊີວິດ ຈຳນວນ 2 ເລື່ອງ, ຈຳເລີຍເລື່ອງທີ 1 ຊື່ ທ້າວ ທອງວັນ ອາຍຸ 47 ປີ ຢູ່ບ້ານທົ່ງສ້າງນາງ ເມືອງຈັນທະບູລີ ທີ່ສານໄດ້ຕັດສິນຕັດອິດສະຫຼະພາບ 2 ປີ ປັບໃໝ 5.000.000 ກີບ ແລະ ຈຳເລີຍເລື່ອງທີ 2 ຊື່ ນາງ ດາວອນ ອາຍຸ 26 ປີ ຢູ່ບ້ານາຊອນ ເມືອງນາຊາຍທອງ ສານໄດ້ຕັດສິນຈຳຄຸກ 2 ປີ ປັບໃໝ 1.000.000 ກີບ ພ້ອມທັງໃຫ້ຈຳເລີຍທັງ 2 ໃຊ້ແທນຄ່າເສຍຫາຍຕ່າງໆ ໃຫ້ໂຈດທາງແພ່ງໃຫ້ຄົບຕາມທີ່ໄດ້ຕົກລົງກັນໄວ້, ແຕ່ໂທດຂອງ 2 ຈຳເລີຍ ສານໄດ້ໃຫ້ຝາກໄວ້ທັງໝົດ.

ຕັດສິນ ຈຳເລີຍລະເມີດກົດຈະລາຈອນ ພາໃຫ້ເກີດອຸບັດຕິເຫດ ຈຳຄຸກຜູ້ລະ 2 ປີ
ຕັດສິນ ຈຳເລີຍລະເມີດກົດຈະລາຈອນ ພາໃຫ້ເກີດອຸບັດຕິເຫດ ຈຳຄຸກຜູ້ລະ 2 ປີ

ການໄຕສວນໃນຄັ້ງນີ້, ມີຂຶ້ນໃນວັນທີ 4 ກັນຍາ 2019 ໂດຍທ້າວ ທອງວັນ (ຈຳເລີຍ1) ສາລະພາບໃນຫ້ອງປະຊຸມສານ ອີກວ່າ: ໃນວັນ ທີ 23 ກຸ່ມພາ 2019, ເວລາປະມານ 17:45 ໂມງ ຈຳເລີຍໄດ້ຂັບລົດເກັງຮຸນໄດເອັກເຊັ່ນ ບຣູ ໝາຍເລກທະບຽນ ກຈ 9409 ກຳແພງນະຄອນ ມາແຕ່ບ້ານໂພນປ່າເປົ້າ ຈະໄປບ້ານເມືອງນ້ອຍ ໃຊ້ຄວາມໄວປະມານ 60 ກິໂລແມັດຕໍ່ຊົ່ວໂມງ, ພໍຂັບຂີ່ມາຮອດເຂດບ້ານເມືອງນ້ອຍ ໄດ້ເກີດອຸປັດຕິເຫດຕໍາກັບລົດຈັກຮອນດ້າເວບ 100 ໝາຍເລກທະບຽນ ດນ 6170 ກຳແພງນະຄອນ ຂັບຂີ່ໂດຍ ທ້າວ ແສງດາວ ທີ່ຂັບຂີ່ມາແຕ່ທິດທາງດຽວກັນ, ພາຍຫຼັງເກີດອຸປັດຕິເຫດເຮັດໃຫ້ ທ້າວ ແສງດາວ ໄດ້ຮັບບາດເຈັບສາຫັດ (ກະ ໂຫຼກຫົວແຕກ), ຜູ້ກ່ຽວໄດ້ຖືກນໍາສົ່ງໄປໂຮງໝໍໃຊ້ເວລາປິ່ນປົ່ວຢູ່ໂຮງໝໍ ຈົນຮອດວັນທີ 25 ກຸມພາ 2019 ທ້າວແສງດາວ ກໍເສຍຊີວິດ.

ຕັດສິນ ຈຳເລີຍລະເມີດກົດຈະລາຈອນ ພາໃຫ້ເກີດອຸບັດຕິເຫດ ຈຳຄຸກຜູ້ລະ 2 ປີ
ຕັດສິນ ຈຳເລີຍລະເມີດກົດຈະລາຈອນ ພາໃຫ້ເກີດອຸບັດຕິເຫດ ຈຳຄຸກຜູ້ລະ 2 ປີ

ສ່ວນ ນາງ ດາວອນ (ຈຳເລີຍ 2) ແມ່ນເກີດເຫດໃນວັນທີ 20 ພະຈິກ 2018 ເວລາ 18:15ໂມງ ນາງ ດາວອນ ໄດ້ຂັບຂີ່ລົດກະບະແດຫັນ ໝາຍເລກທະບຽນ ກຕ 9872 ກຳແພງນະຄອນ ມາແຕ່ທາງຕັດໃໝ່ເຂດບ້ານໜອງບຶກ ໂດຍໃຊ້ຄວາມໄວປະມານ 80-90 ກິໂລແມັດຕໍ່ຊົ່ວໂມງ, ມີຈຸດປະສົງແມ່ນຈະມຸ້ງໜ້າໄປທາງບ້ານປາກທ້າງ, ພໍຂັບຂີ່ລົດມາຮອດທົ່ງນາ ເຂດບ້ານດົງນາທອງ ກໍໄດ້ເກີດອຸບັດຕິເຫດຕໍາກັບລົດຈັກຮອນດ້າຊູເມີເອັກ ໝາຍເລກທະບຽນ ທລ 1288 ກຳແພງນະຄອນ ທີ່ຂັບຂີ່ໂດຍ ທ້າວ ອານົນ ຜູ້ກ່ຽວແມ່ນໄດ້ຂັບຂີ່ມາແຕ່ທາງຮ່ອມບ້ານປາກທ້າງ ຈະມຸ້ງໜ້າໄປທາງບ້ານໜອງບຶກ, ພໍຂັບຂີ່ລົດມາຮອດສະຖານທີ່ດັ່ງກ່າວ ຈຶ່ງໄດ້ເກີດອຸບັດຕິ ເຫດຕຳກັບລົດຂອງຈຳເລີຍທີ່ແລ່ນສວນທາງມາພາຍ ຫຼັງທີ່ເກີດອຸບັດຕິເຫດແລ້ວແມ່ນໄດ້ເຮັດໃຫ້ ທ້າວ ອານົນ ໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດໃນເວລາຕໍ່ມາ.

ຕັດສິນ ຈຳເລີຍລະເມີດກົດຈະລາຈອນ ພາໃຫ້ເກີດອຸບັດຕິເຫດ ຈຳຄຸກຜູ້ລະ 2 ປີ
ຕັດສິນ ຈຳເລີຍລະເມີດກົດຈະລາຈອນ ພາໃຫ້ເກີດອຸບັດຕິເຫດ ຈຳຄຸກຜູ້ລະ 2 ປີ

ຜ່ານການຄົ້ນຄ້ວາບັນດາຫຼັກຖານ, ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖວ້ນ, ຮອບດ້ານ ແລະ ພາວະວິໄສແລ້ວເຫັນວ່າ: ມີຫຼັກຖານຮັດກຸມໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າການກະທໍາຂອງ ທ້າວທອງ ວັນ (ຈໍາເລີຍ1) ແລະ ນາງ ດາວອນ (ຈຳເລີຍ2) ເປັນການກະທໍາຜິດຕໍ່ປະມວນກົດໝາຍອາຍາໃນຂໍ້ຫາການລະ ເມີດກົດຈະລາຈອນທີ່ພາໃຫ້ເກີດອຸປັດຕິເຫດ ຕາມມາດຕາ 145, ທີ່ໄດ້ແຕະຕ້ອງເຖິງຊີວິດຂອງບຸກຄົນອື່ນ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເຊັ່ນວ່າ: ຈຳເລີຍໃຊ້ຄວາມໄວເກີນກໍານົດ ແລະ ຂໍ້ຫຍຸ້ງຍາກຂອງເສັ້ນທາງ, ດິນຟ້າອາກາດຕາມກົດລະບຽບການສັນຈອນຕາມເສັ້ນທາງຫຼວງ, ສາຍທາງສັນຈອນຍານພາຫະ ນະຍັງບໍ່ມີລາງກໍານົດດ້ວຍເສັ້ນແບ່ງທາງ ຖ້າບໍ່ມີກໍແມ່ນຜູ້ຂັບຂີ່ເອງເປັນຜູ້ຄຳນວນຂະໜາດເໝາະສົມ, ລົດຈັກທັງ 2 ຄັນ ບໍ່ມີປະກັນໄພ. ແຕ່ຄູ່ກໍລະນີ້ຂອງຈຳເລີຍ 1 ກໍບໍ່ໃສ່ໝວກກັນກະທົບໃນເວລາຂັບຂີ່. ເຫັນວ່າຈໍາເລີຍທັງ 2 ມີສະຕິສໍາປະຊັນຍະສົມບູນດີ, ບໍ່ເປັນຄົນບ້າເສຍຈິດ ແລະ ເຖິງກະສຽນອາຍຸທາງອາຍາແລ້ວ ດ້ວຍເຫດ ຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານຈຶ່ງເຫັນຕາມປະມວນກົດໝາຍອາຍາ ມາດຕາ 145 ວັກ 3.

ຕັດສິນ ຈຳເລີຍລະເມີດກົດຈະລາຈອນ ພາໃຫ້ເກີດອຸບັດຕິເຫດ ຈຳຄຸກຜູ້ລະ 2 ປີ
ຕັດສິນ ຈຳເລີຍລະເມີດກົດຈະລາຈອນ ພາໃຫ້ເກີດອຸບັດຕິເຫດ ຈຳຄຸກຜູ້ລະ 2 ປີ

ຕໍ່ກັບໂຈດທາງແພ່ງ ຈຳເລີຍ 1 ສາມາດຕົກລົງກັນໄດ້ເປັນເງິນ ທັງໝົດ 80.000.000 ກີບ, ກໍານົດຈ່າຍ 3 ງວດ ຄື: ງວດທີ່ 1 ວັນທີ 4 ມີນາ 2019 ຈໍານວນ 40.000.000 ກີບ, ງວດທີ່ 2 ວັນທີ 14 ມິຖຸາ 2019 ຈໍານວນ 20.000.000 ກີບ ແລະ ງວດທີ 3 ວັນທີ 3 ທັນວາ 2019 ຈໍານວນ 20.000.000 ກີບ ແມ່ນໃຫ້ສໍາເລັດຕາມບົດບັນທຶກ, ສ່ວນໂຈດທາງແພ່ງຂອງຈຳເລີຍ 2 ແມ່ນໄດ້ສຳລະກັນເປັນທີ່ຮຽບຮ້ອຍແລ້ວໃນວົງເງິນຈຳ ນວນ 75.000.000 ກີບ.