ໜ່ວຍພັກພະແນກສັນຕິບານ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈັດກອງປະຊຸມໃຫຍ່ ຄັ້ງທີ III ຂຶ້ນໃນວັນທີ 6 ກັນຍາ 2019 ເພື່ອຕີລາຄາການຈັດຕັ້ງປະຕິ ບັດວຽກງານວິຊາສະເພາະໃນໄລຍະຜ່ານມາ, ໂດຍການເຂົ້າຮ່ວມ ພັທ ສີເພັດ ພິມມະສອນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າກອງບັນ ຊາການ ປກສ ເມືອງໄຊເສດຖາ ມີບັນດາສະມາຊິກພັກ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ ຄັ້ງທີ III ພະແນກສັນຕິບານ ປກສ ເມືອງໄຊເສດຖາ
ກອງປະຊຸມໃຫຍ່ ຄັ້ງທີ III ພະແນກສັນຕິບານ ປກສ ເມືອງໄຊເສດຖາ

ສະຫາຍ ພັທ ໄຊຊະນະ ບໍລິບູນ ເລຂາໜ່ວຍພັກພະແນກສັນຕິບານ ໄດ້ຜ່ານບົດລາຍງານການເມືອງ ຕີລາຄາການຈັດຕັ້ງປະຕິບັດຂອງໜ່ວຍ ພັກພະແນກສັນຕິບານ ໃນໄລຍະ 5ປີຜ່ານມາດັ່ງນີ້:

ໄດ້ເອົາໃຈໃສສຶກສາ ອົບຮົມການເມືອງແນວຄິດ ໂດຍການນຳເອົາບັນດາແນວທາງນະໂຍບາຍ ຂອງພັກ-ລັດ, ມະຕິ, ຄຳສັ່ງ, ບັນດາເອກະສານມູນເຊື້ອວັນສຳຄັນຕ່າງໆ ຂອງພັກຂອງຊາດ ແລະ ຂອງກຳລັງ ປກສ ມາເຜີຍແຜ່ໃຫ້ສະມາຊິກເປັນ ປະຈຳ, ເອົາໃຈໃສ່ຊີ້ນຳ-ນຳພາສະມາຊິກ ຕາມແຜນວຽກຂອງກອງບັນຊາການ ແລະ ຄະນະພັກວາງອອກ ຕິດ ພັນກັບການຈັດຕັ້ງປະຕິບັດ 4 ຄາດໝາຍ, 34 ໂຄງການຂອງກອງບັນຊາການ ປກສ ນະຄອນຫຼວງວຽງ ຈັນ, 4 ຄາດໝາຍ 24 ໂຄງການຂອງກອງບັນຊາການ ປກສ ເມືອງໄຊ ເສດຖາ, ປັບປຸງລະບົບການຈັດຕັ້ງ, ບຳລຸງພາລະບົດບາດ, ສິດ ແລະ ໜ້າທີ່ຕາມ 5 ຫຼັກການ 3 ທິດນຳໃນການ ກໍ່ສ້າງປັບປຸງພັກ.

ກອງປະຊຸມໃຫຍ່ ຄັ້ງທີ III ພະແນກສັນຕິບານ ປກສ ເມືອງໄຊເສດຖາ
ກອງປະຊຸມໃຫຍ່ ຄັ້ງທີ III ພະແນກສັນຕິບານ ປກສ ເມືອງໄຊເສດຖາ

ໄລຍະຜ່ານມາ, ສາມາດຂະຫຍາຍ ສະມາຊິກພັກໄດ້ 7 ສະຫາຍ, ດ້ານວຽກງານວິຊາສະເພາະໄດ້ເອົາໃຈໃສ່ລົງເລິກຊີ້ນຳເຫຼົ່າຮົບວິຊາສະເພາະປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແກ້ໄຂສະພາບກ່ຽວກັບຊົນເຜົ່າ ແລະ
ສາສະໜາ, ລົງເກັບກຳສະຖິຕິບັນດາເຜົ່າໄດ້ 9 ຄັ້ງ, ຄຸ້ມຄອງຕິດຕາມທະຫານ ແລະ ຕຳຫຼວດລະບອບເກົ່າ 5
ຄັ້ງ, ເກັບກຳບັນຊີ ແລະ ຄຸ້ມຄອງ ຜູ້ອົບພະຍົບກັບຄືນ 7 ຄັ້ງ, ລົງເຮັດບົດບັນທຶກປ້ອງກັນຄວາມສະຫງົບ ຈຸດເຕົ້າໂຮມກຸ່ມຄົນ ແລະ ມູນນິທິ 25 ຄັ້ງ, ລົງຕິດຕາມປ້ອງກັນກອງປະຊຸມ ແລະ ການສະເຫຼີມສະຫຼອງວັນບຸນ ສຳຄັນຕ່າງໆໄດ້ 48 ຄັ້ງ, ສົມທົບກັບກົມ 504 ກວດກາວິຊາສະເພາະ 10 ຄັ້ງ, ລົງຕິດຕາມຈຸດເຄື່ອນໄຫວ ທາງສາສະໜາໄດ້ 220 ຄັ້ງ, ສຶກສາອົບຮົມເປົ້າໝາຍ 28 ຄັ້ງ, ລົງເກັບກຳອົງການຈັດຕັ້ງສາກົນ 10 ຄັ້ງ, ສະຖານທູດ 5 ຄັ້ງ, ລົງຕິດຕາມອົງການ ຈັດຕັ້ງສາກົນ 480 ຄັ້ງ.

 ພິທີປ່ອນບັດຄັດເລືອກເອົາຄະນະພັກ ພະແນກສັນຕິບານຊຸດໃໝ່
ພິທີປ່ອນບັດຄັດເລືອກເອົາຄະນະພັກ ພະແນກສັນຕິບານຊຸດໃໝ່

ໃນຕອນທ້າຍຂອງກອງປະຊຸມ ຍັງປ່ອນບັດຄັດເລືອກເອົາຄະນະພັກ ພະແນກສັນຕິບານຊຸດໃໝ່ ໂດຍເຫັນດີເລືອກເອົາ ພັທ ໄຊຊະນະ ບໍລີບູນ ເປັນເລຂາອີກສະໄໝໜຶ່ງ, ເລືອກເອົາ ພັທ ເເສງເພັດ ວົງປັນຍາ ເປັນຮອງ ແລະ ພັທ ຄຳໃບ ພູມສະຫວັນ ເປັນປະທານກວດກາ.