ກອງຕໍາຫຼວດຈະລາຈອນ ຮ່ວມກັບກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ລົງເຜີຍແຜ່ກົດລະບຽບການສັນຈອນທາງບົກ ແລະ ກວດກາບັນດາເຕັກນິກພາຫະນະຢູ່ຈຸດໄຟແດງດົງໂດກ-450 ປີ ໃນວັນທີ 10 ກັນຍານີ້, ເພື່ອເປັນການຢໍ້າເຕືອນໃຫ້ແກ່ນັກຂັບຂີ່-ຜູ້ໃຊ້ລົດໃຊ້ຖະໜົນ ໃຫ້ມີສະຕິໃນການຂັບຂີ່, ການສັນຈອນ ແລະ ຂັບຂີ່ລົດຖືກຕ້ອງຕາມກົດລະບຽບຢ່າງເຂັ້ມງວດ ພ້ອມທັງຫຼຸດຜ່ອນການສັນຈອນແອອັດອີກດ້ວຍ.

ພັຕ ຫຼຽນໄຊ ມົງພົນຄໍາ
ພັຕ ຫຼຽນໄຊ ມົງພົນຄໍາ

ພັຕ ຫຼຽນໄຊ ມົງພົນຄໍາ ຫົວໜ້າ ກອງໂຄສະນາ ກ່າວວ່າ:

ການລົງໂຄສະ ນາໃນຄັ້ງນີ້, ກໍເພື່ອເປັນການຢໍ້າເຕືອນ ກ່ຽວກັບກົດລະບຽບການສັນຈອນທາງ ບົກໃຫ້ກັບນັກຂັບຂີ່, ຜູ້ໃຊ້ລົດໃຊ້ຖະ ໜົນໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບກົດ ລະບຽບຢ່າງກວ້າງຂວາງ ແລະ ຮຽກຮ້ອງ ໃຫ້ປະຕິບັດຢ່າງເຂັ້ມງວດ ໂດຍສະເພາະແມ່ນເຂດໂຮງຮຽນ, ໂຮງຈັກ-ໂຮງງານ, ໂຮງໝໍ, ຈຸດ 3 ແຍກ-4 ແຍກ, ຕະຫຼາດ ແລະອື່ນໆ ທົ່ວນະຄອນຫຼວງວຽງຈັນ ເພື່ອເປັນການຫຼຸດຜ່ອນຄວາມແອອັດໃນການໄປ-ມາ ທັງໃນໂມງ ແລະ ນອກໂມງລັດຖະການເປັນຕົ້ນແມ່ນການຈອດລົດເພື່ອລໍຖ້າໄຟອໍານາດໃນແຕ່ລະຈຸດ ແມ່ນອະນຸຍາດໃຫ້ຈອດບໍ່ກາຍເສັ້ນຂາວ ຫຼື ຫ້າມຢຽບທາງມ້າລາຍ ຫຼື ທາງ ຄົນຍ່າງ, ຫ້າມຢຽບຟຸດບາດ ແລະ ປ່ອຍສິດໃຫ້ທາງກໍ້າຂວາທີ່ຕ້ອງການລ້ຽວຂວາສາມາດໄປໄດ້, ຫຼີກລ້ຽງການຈອດລົດຊະຊາຍຢູ່ເຂດຫ້າມຈອດ ເນື່ອງຈາກວ່າ, ປັດຈຸບັນປະຊາກອນມີການຂະຫຍາຍຕົວ ແລະ ພາຫະນະກໍເຊັ່ນດຽວກັນນັບມື້ມີການເພີ່ມຂຶ້ນຢ່າງຢ່າງໄວວາ ເຮັດໃຫ້ການສັນຈອນຕິດຂັດ-ແອອັດ, ຫຍຸ້ງຍາກຕໍ່ການຂັບຂີ່ ທັງນີ້, ກໍເພື່ອເປັນການຮັບປະກັນຄວາມປອດໄພໃຫ້ຜູ້ຂັບຂີ່ມີສະຕິລະມັດລະວັງ ແລະ ຫຼຸດຜ່ອນບັນຫາການເກີດອຸບັດຕິເຫດໃນທຸກກໍລະນີ.

ເຜີຍແຜ່ກົດລະບຽບ ແລະ ກວດກາຍານພາຫະນະ ຈຸດໄຟອຳນາດດົງໂດກ-450 ປີ
ເຜີຍແຜ່ກົດລະບຽບ ແລະ ກວດກາຍານພາຫະນະ ຈຸດໄຟອຳນາດດົງໂດກ-450 ປີ

ໂອກາດດຽວກັນ, ພັຕ ສີສຸວັນ ສຸພັນທະວົງ ຮອງຫົວໜ້າກອງຕໍາຫຼວດຈະລາຈອນ ກ່າວວ່າ: ການນໍາກໍາລັງລົງກວດກາຈຸດດັ່ງກ່າວນີ້, ມີທັງໝົດ 25 ສະຫາຍ; ໂດຍຈຸດປະສົງຫຼັກກໍແມ່ນການກວດກາສະພາບພາຫະນະ, ເຕັກນິກ, ໃບເສຍຄ່າທາງ, ໃບຂັບຂີ່ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງ ເວົ້າລວມເວົ້າສະເພາະ, ນັກຂັບຂີ່ສ່ວນຫຼາຍແມ່ນຍັງຖືເບົາໃນການປະຕິບັດກົດລະບຽບ, ຂາດຄວາມເອົາໃຈໃສ່ໃນການກວດກາສະພາບພາຫະນະຂອງຕົນເອງ, ດັດ-ແປງ ສະພາບລົດ ເປັນຕົ້ນແມ່ນບໍ່ໃສ່ແວ່ນລົດ, ໃສ່ທໍ່ສຽງດັງ, ຜູ້ຂັບຂີ່ບໍ່ໃສ່ໝວກກັນກະທົບ, ບໍ່ໃສ່ປ້າຍທະບຽນ ຫຼື ຖ້າເປັນລົດດາວ ເມື່ອຮອດກໍານົດປ່ຽນປ້າຍ ແຕ່ຜູ້ກ່ຽວບໍ່ປ່ຽນ ເຊິ່ງທັງໝົດນີ້, ເປັນສາເຫດເຮັດໃຫ້ເກີດມີປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຖ້າຫາກສະພາບເຕັກນິກຂອງລົດບໍ່ເອື້ອຍອໍານວຍ, ຜູ້ຂັບຂີ່ໃຊ້ຄວາມໄວເກີດຂອບເຂດ ອື່ນໆເມື່ອ ເກີດອຸບັດຕິເຫດແລ້ວເຮັດໃຫ້ຜູ້ຂັບຂີ່ ໄດ້ຮັບບາດເຈັບ, ພາຫະນະເປ່ເພ ຫຼື ອາດເຖິງແກ່ຊີວິດໄດ້. ກໍລະນີພົບເຫັນຜູ້ຂັບຂີ່ຜູ້ໃດລະເມີດລະບຽບກົດຈະລາຈອນທີ່ກ່າວມາຂ້າງເທິງນັ້ນ ແມ່ນຈະໄດ້ປັບໄໝ ຕາມດຳລັດ 188/ນຍ.