ຮອງນາຍົກ ໄປໃຫ້ກຳລັງໃຈປະຊາຊົນຜູ້ປະສົບໄພນໍ້າຖ້ວມ ເມືອງສອງຄອນ

0
1371

ໃນອາທິດທີ່ຜ່ານມານີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ ພ້ອມຄະນະ ໄດ້ລົງກວດກາພື້ນທີ່ນໍ້າຖ້ວມ ຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ ເພື່ອສະແດງເຖິງຄວາມເປັນຫ່ວງ ແລະ ເປັນກໍາລັງໃຈໃຫ້ປະຊາຊົນຜູ້ປະສົບໄປນໍ້າຖ້ວມໃນຄັ້ງນີ້ ພ້ອມທັງມອບເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 30.000.000 ກີບ ພ້ອມເງິນຈຳນວນໜຶ່ງໃຫ້ພໍ່-ແມ່ປະຊາຊົນທີ່ຖືກຜົນກະທົບນ້ຳຖ້ວມ; ເຊິ່ງກ່າວມອບໂດຍ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮງ, ກ່າວຮັບໂດຍ ທ່ານ ວິຈິດ ຜິວໂສດາລິດ ນາຍບ້ານໆລະຫານ້ຳ ເພື່ອເອົາໄປແຈກຢາຍໃຫ້ຜູ້ຖືກຜົນກະທົບໃນຄັ້ງນີ້.

ພັທ ຄອນສະຫວັດ ໄຊຍະສານ ຫົວໜ້າກອງບັນຊາການ ປກສ ເມືອງສອງຄອນ ໄດ້ລາຍງານໃຫ້ຮູ້ວ່າ:

ໃນວັນທີ 2-6 ກັນຍາ 2019 ເກີດມີຝົກຕົກໜັກ ແລະ ພາໃຫ້ນໍ້າເຊຈໍາພອນ ແລະ ເຊບັ້ງຫຽງ ໄດ້ຍື້ງຂຶ້ນລົ້ນຝັ່ງໄຫຼເຂົ້າຖ້ວມເຮືອນປະຊາຊົນແຄມເຊ ແລະ ພື້ນທີ່ການຜະລິດຈໍານວນໜຶ່ງເສຍຫາຍ. ເຊິ່ງບ້ານທີ່ຜົນກະທົບເສຍຫາຍລວມມີ 16 ບ້ານ ມີ 2.556 ຄອບຄົວ, ເນື້ອທີ່ການຜະລິດ 7.217 ເຮັກຕາ, ວັດ 12 ແຫ່ງ, ໂຮງຮຽນ 13 ແຫ່ງ, ຕະຫຼາດ 2 ແຫ່ງ, ສຸກສາລາ 2 ແຫ່ງ, ເລົ້າເຂົ້າເສຍຫາຍ 1.090 ເລົ້າ ແລະ ນ້ຳສ້າງບາດານ 404 ບ່ອນ; ນອກຈາກນັ້ນ, ນໍ້າຍັງຖ້ວມສວນ 17 ແຫ່ງ, ໜອງປາ 145 ໜອງ, ເສັ້ນທາງ 4 ເສັ້ນ, ຊົນລະປະທານມີ 7 ແຫ່ງ, ອ່າງເກັບນໍ້າ 4 ແຫ່ງ ແລະ ເສົາໄຟຟ້າຫັກ 2 ຫຼັກ.

ຈາກຜົນກະທົບດັ່ງກ່າວ, ທາງເມືອງ ແລະ ພາກສ່ວນກ່ຽວຂ້ອງ ກໍມີການລົງຊ່ວຍເຫຼື່ອພໍ່ແມ່ປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມ ແລະ ມີການຈັດວາງກຳລັງ ປກສ-ປກຊ ພ້ອມທັງ ອຳນາດປົກຄອງທ້ອງຖິ່ນ ເຂົ້າຊ່ວຍເຫຼື່ອພໍ່-ແມ່ປະຊາຊົນໃນ 16 ບ້ານນີ້, ສົມທົບກັນເຄື່ອນຍ້າຍປະຊາຊົນ ອອກຈາກບ່ອນຕ່ຳໄປຢູ່ບ່ອນສູງ, ກຳລັງ ປກສ ຍັງໄດ້ຈັດວາງກຳລັງເຂົ້າຊ່ວຍເຫຼືອ ແລະ ເຮັດໜ້າທີ່ປ້ອງກັນ ປົກປັກຮັກສາຊັບສິນຂອງພໍ່-ແມ່ປະຊາຊົນ ແລະ ຈັດສັນພາຫະນະ ເພື່ອຂົ້ນເຄື່ອງປະຊາຊົນ ຈາກບ່ອນຕໍ່າໄປຫາບ່ອນສູງຕະຫຼອດໄລຍະ.

ພ້ອມນັ້ນ, ພໍ່-ແມ່ປະຊາຊົນທັງເມືອງ ກໍໄດ້ຊ່ວຍເຫຼືອກັນແຈກຍາຍເຂົ້າປາອາຫານແຫ້ງ, ເຄື່ອງບໍລິໂພກອື່ນໆ ແລະ ກໍໄດ້ສະແດງຄວາມຂອບອົກຂອບໃຈມາຍັງການຈັດຕັ້ງພັກ-ລັດຂັ້ນເທິງ ທີ່ໃຫ້ຄວາມເປັນຫ່ວງເປັນໃຍ ແລະ ມາອົບອຸ່ນທາງດ້ານຈິດໃຈໃຫ້ພໍ່-ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດນ້ຳຖ້ວມໃນຄັ້ງນີ້.