ສູນຄະນິດຄິດໄວ ສະມາດແມັດ ໄດ້ເປີດຮັບສະໝັກເດັກນັກຮຽນ ໃນເກນອາຍຸ 5-15 ປີ ໃນຂອບເຂດທົ່ວປະເທດ ຜູ້ທີ່ມີຄວາມສົນໃຈເຂົ້າແຂ່ງຂັນ ຊີງແຊັມວຽງຈັນ ຄັ້ງທີ 5 ເຊິ່ງຈະຈັດຂຶ້ນໃນວັນທີ 22 ກັນຍາ ທີ່ຈະມາເຖິງນີ້ ຜູ້ຊະນະເລີດນອກຈາກຈະໄດ້ຫຼຽນຄຳແລ້ວ ຍັງຈະໄດ້ທຶນການສຶກສາຕື່ມອີກ.

ທ່ານ ສຸລະໄຊ ຈົງຈິດໄພສານ ຜູ້ອຳນວຍການສູນຄະນິດຄິດໄວ ສະມາດແມັດ ໄດ້ໃຫ້ສຳພາດວ່າ:

ການແຂ່ງຂັນຄະນິດຄິດໄວ ຄັ້ງທີ 5 ນີ້ ແມ່ນຈະມີທັງໝົດ 4 ລະດັບແຕກຕ່າງກັນ ຄື: ຮຸ່ນອາຍຸ 5-7 ປີ, ຮຸ່ນ 7-9 ປີ, ຮຸ່ນ 9-11 ປີ ແລະ ຮຸ່ນ 11-15 ປີ; ເຊິ່ງການແຂ່ງຂັນ ໃນຮຸ່ນອາຍຸ 5-7 ປີ ແມ່ນຈະໃຊ້ເວລາຫຼາຍກວ່າຮຸ່ນອື່ນໆ ໃນຈຳນວນ 100 ຂໍ້ທຳອິດ ເຊັ່ນ: ຮຸ່ນ 5-7 ປີ ຈະໃຊ້ເວລາ 15 ນາທີ, ແຕ່ຮຸ່ນອື່ນໆແມ່ນ 10 ນາທີເທົ່ານັ້ນ.

ຈຸດລົງທະບຽນທີ່ສູນຈອມເພັດ

ການແຂ່ງຂັນ ຊີງແຊັມວຽງຈັນ ຄັ້ງທີ 5 ແມ່ນເພື່ອສົ່ງເສີມ ແລະ ກະຕຸ້ນໃຫ້ເດັກນັກຮຽນລາວ ມີຄວາມສົນໃຈ ແລະ ເຫັນເຖິງຄວາມສຳຄັນຂອງຄະນິດສາດ ທັງເປັນການຝຶກສະໝອງຂອງເດັກນັກຮຽນ ໃຫ້ມີການພັດທະນາຂຶ້ນ ແລະ ຮັກການຮຽນຄະນິດສາດຫຼາຍຂຶ້ນ. ພ້ອມກັນນັ້ນ, ແມ່ນເພື່ອເປັນເວທີໃຫ້ໄດ້ສະແດງຄວາມສາມາດທາງຄະນິດສາດ ແລະ ໄດ້ແລກປ່ຽນທັກສະຄະນິດສາດ, ໃຫ້ນັກຮຽນແຕ່ລະຄົນໄດ້ປະເຊີນໜ້າກັບຄວາມກົດດັນ ແລະ ຝຶກການເຮັດວຽກທີ່ມີຄວາມກົດດັນ.

ເຊິ່ງການຝຶກການເຮັດວຽກທີ່ມີຄວາມກົດດັນສູງ ນັ້ນຄື: ລະບຽບ ແລະ ເວລາໃນການແຂ່ງຂັນ ແລະ ຝຶກໄປເລື້ອຍໆ ຈົນສາມາດຄວບຄຸມຕົນເອງ ແລະ ຫຼຸດຄວາມຕື່ນເຕັ້ນກົດດັນ ຫຼື ອາດເວົ້າໄດ້ວ່າ: ໃຫ້ເດັກນັກຮຽນມີສະມາທິດີຂຶ້ນ ແລະ ເດັກນັກຮຽນ ຈະມີຄວາມເຊື່ອໝັ້ນຫຼາຍຂຶ້ນ ໃຫ້ກາຍເປັນຄົນທີ່ມີສັກກະຍາພາບທຽບເທົ່າກັບສາກົນ ເພື່ອເປັນກຳລັງສຳຄັນໃນກາາພັດທະນາປະເທດຊາດ ໃນອະນາຄົດ.

ການແຂ່ງຂັນ ຊີງແຊັມວຽງຈັນ ຄັ້ງທີ 4

ສູນຄະນິດຄິດໄວ ສະມາດແມັດ ໄດ້ເປີດຮັບສະໝັກ ກາງເດືອນສິງຫາ ເປັນຕົ້ນມາ ຈົນເຖິງວັນທີ 20 ກັນຍາ 2019 ໂດຍນັກຮຽນແຕ່ລະຄົນທີ່ສົນໃຈມາແຂ່ງຂັນໃນຄັ້ງນີ້ ສາມາດເອົາບັດ ຫຼື ໃບຢັ້ງຢືນອາຍຸ ມາແຈ້ງທາງສູນໃຫຍ່ ແລະ ສູນຕ່າງໆໄດ້ ແລະ ເສຍຄ່າລົງທະບຽນ 20 ພັນກີບຕໍ່ຄົນ. ຜ່ານການເປີດຮັບສະໝັກມາ 2 ອາທິດ ເຫັນວ່າ: ປັດຈຸບັນມີຜູ້ມາສະໝັກແລ້ວ 100 ກວ່າຄົນ ແລະ ຄາດວ່າໃນປີນີ້ ຈະມີປະມານ 300 ກວ່າຄົນ.

ສຳລັບການແຂ່ງຂັນ ຊີງແຊັມວຽງຈັນ ຄັ້ງທີ 5 ແມ່ນຈະຈັດຂຶ້ນໃນວັນທີ 22 ກັນຍາ 2019 ທີ່ສູນການຄ້າລາວ-ໄອເຕັກມໍ ຊັ້ນ 4 ເວລາ 7:30-13:00 ໂມງ ເຊິ່ງນ້ອງນັກຮຽນທີ່ເຂົ້າຮ່ວມແຂ່ງຂັນແຕ່ລະຄົນ ແມ່ນຈະໄດ້ຮັບຫຼຽນຄຳທຸກຄົນ, ສ່ວນຜູ້ທີ່ໄດ້ລາງວັນທີ 1-3 ນອກຈາກໄດ້ຫຼຽນຄຳແລ້ວ ຍັງຈະໄດ້ທຶນການສຶກສາຮຽນໂດຍບໍ່ເສຍຄ່າ ທີ່ສູນຄະນິດຄິດໄວ ສະມາດແມັດ ເຊັ່ນ:

  • ລາງວັນທີ 1 ໄດ້ທຶນຮຽນໂດຍບໍ່ເສຍຄ່າ 6 ເດືອນ
  • ລາງວັນທີ 2 ເປັນ 4 ເດືອນ
  • ລາງວັນທີ 3 ຮຽນໂດຍບໍ່ເສຍຄ່າ 2 ເດືອນ

ທ່ານ ສຸລະໄຊ ຈົງຈິດໄພສານ ຍັງກ່າວອີກວ່າ:

ສຳລັບການແຂ່ງຂັນໃນປີນີ້ ນອກຈາກນັກຮຽນໃນຂອບເຂດນະຄອນຫຼວງວຽງຈັນແລ້ວ ຄາດວ່າຈະມີ 6 ແຂວງເຂົ້າຮ່ວມອີກ ເປັນຕົ້ນແມ່ນ: ແຂວງອຸດົມໄຊ, ຫຼວງພະບາງ, ຫຼວງນໍ້າທາ, ສະຫວັນນະເຂດ, ຄຳມ່ວນ ແລະ ບໍລິຄຳໄຊ.

ນອກນັ້ນ, ທ່ານຍັງຝາກເຖິງພໍ່ແມ່ຜູ້ປົກຄອງ ທີ່ມີຄວາມສົນໃຈຟາກໃຫ້ລູກມາເຂົ້າຮ່ວມແຂ່ງຂັນ ຊີງແຊັມວຽງຈັນ ຄັ້ງທີ 5 ກໍສາມາດມາລົງທະບຽນໄດ້ທີ່ສູນໃຫຍ່ ບ້ານໂນນສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ຕາມສູນຕ່າງໆໄດ້ໃນໂມງລັດຖະການ ຄື: ສູນດົງໂດກ, ສູນຈອມເພັດ, ສູນໜອງບອນ, ສູນໂພນຕ້ອງ, ສູນສີໄຄ, ສູນທົ່ງຂັນຄຳ, ສູນໄອເຕັກ ແລະ ສຳລັບນັກຮຽນໂຮງຮຽນສິນໄຊ ສາມາດສະໝັກທີ່ໂຮງຮຽນໄດ້ເລີຍ.

ການແຂ່ງຂັນໄດ້ຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກ: ບໍລິສັດດາວເຮືອງ, ທະນາຄານການຄ້າຕ່າງປະເທດລາວ, ທະນາຄານ ST, ບໍລິສັດ VR619, ພູເບ້ຍມາຍນິງ, ນໍ້າດື່ມຫົວເສືອ, ກ໊ອກນ້ຳກະລັດ ແລະ ສູນການຄ້າລາວ-ໄອເຕັກມໍ.