ການຫຼິ້ນ ການພະນັນ ຫຼື ການຫາລາຍໄດ້ທີ່ບໍ່ຊອບທໍາ ທີ່ລົງກັນດ້ວຍເງິນ ຫຼື ວັດຖຸສິ່ງຂອງຕ່າງໆ ຈໍາພວກທີ່ເອີ້ນວ່າ: ການພະນັນ; ກົດໝາຍ ບໍ່ຮັບຮູ້ ແລະ ຈັດຢູ່ໃນປະເພດການພະນັນເຖື່ອນ; ແຕ່ໃນປັດຈຸບັນ, ການພະນັນຈໍາພວກນີ້ ປະກົດວ່າ ມີຢ່າງຫຼວງຫຼາຍ ແລະ ພວມພົ້ນເດັ່ນຂຶ້ນມາໃຫ້ເຫັນໃນແຕ່ລະວັນ ເປັນຕົ້ນແມ່ນ ການຕັ້ງວົງກັນຫຼິ້ນໄພ້, ຫຼິ້ນກຸ້ງໄກ່, ຫຼິ້ນໄຮໂລ, ຕີໄກ່, ກັດປາ, ຫຼິ້ນສະນຸກເກີ້, ຫຼິ້ນການພະນັນຜ່ານເກມອອນລາຍ ແລະອື່ນໆ; ເຊິ່ງການພະນັນດັ່ງກ່າວນັ້ນ ລ້ວນແລ້ວແຕ່ເປັນສິ່ງທີ່ບໍ່ດີ ຜູ້ໃດຫາກຕິດການພະນັນມັກຈະກາຍ ເປັນໂຈນ ຫຼື ຄົນຂີ້ລັກ ເພື່ອຕ້ອງການເງິນມາຫຼິ້ນການພະນັນ.

ຕິດ ການພະນັນ ເປັນສາເຫດປຸ້ນຈີ້-ຊິງຊັບ-ລັກຊັບ
ຕິດ ການພະນັນ ເປັນສາເຫດປຸ້ນຈີ້-ຊິງຊັບ-ລັກຊັບ

ຫວ່າງບໍ່ດົນມານີ້, ໜັງສືພິມ ປກສ ຫຼາຍສະບັບໄດ້ສະເໜີຂ່າວກ່ຽວກັບການຕິດການພະນັນ ແລ້ວລົງມື້ທໍາລາຍຫຼັກຖານລະບົບການເງິນ, ຊິງຊັບ ແລະ ປຸ້ນຊັບ ສະແດງອອກໃຫ້ເຫັນ ຄື: ເຫດການໄຟໄໝ້ຫ້ອງການສູນໂພຊະນາການກະຊວງສາທາລະນະສຸກ ໃນວັນທີ 28 ເມສາ 2019 ຍ້ອນພະນັກງານຄັງເງິນ ແລະ ພະນັກງານວິຊາການຂອງສູນ ຈໍານວນ 2 ຄົນ ວາງແຜນງັດຕູ້ເຊັບ ແລະ ໃຊ້ນໍ້າມັນຈູດ ເຜົາຫ້ອງການ ເພື່ອສ້າງສະຖານະການທໍາລາຍຫຼັກຖານກ່ຽວກັບລະບົບການເງິນ; ຜູ້ກໍ່ເຫດດັ່ງກ່າວຊື່ ນາງ ປິ່ນມຸກ ຫຼື ມຸກ ອາຍຸ 30 ປີ ພະນັກງານຄັງເງິນສົດຂອງສູນໂພຊະນາການພັກເຊົາຢູ່ບ້ານໜອງທາໃຕ້ ເມືອງຈັນທະບູລີ ແລະ ນາງ ເກດນາລີ ຫຼື ລີ ອາຍຸ 28 ປີ ພະນັກງານວິຊາການ ຢູ່ບ້ານທ່າມ່ວງ ເມືອງຫາດຊາຍຟອງ ຮ່ວມກັບ ທ້າວ ແສງ ໝູ່ຂອງ ນາງ ມຸກ.

ການວາງແຜນລັກຊັບ ແລະ ເຜົາສູນດັ່ງກ່າວ ຍ້ອນ ນາງ ມຸກ ໄດ້ເອົາເງິນຂອງສູນໃຫ້ ນາງ ລີ ຢືມຈໍານວນຫຼາຍຄັ້ງລວມເງິນທັງໝົດ 1.436.380.000 ກີບ, ພາຍຫຼັງ ນາງ ລີ ໄດ້ເງິນທີ່ຢືມ ກໍເອົາເງິນດັ່ງກ່າວໄປຫຼິ້ນເກມອອນລາຍ ຫຼື ເກມເຕີມເຊີ ຈົນໝົດ ເຮັດໃຫ້ພວກເຂົາບໍ່ມ ເງິນມາສົ່ງຄືນສູນ ຈຶ່ງຕັດສິນໃຈສ້າງສະຖານະການນີ້ຂຶ້ນມາ ເພື່ອໜີຄວາມຜິດທີ່ຕົນເອງກໍ່ຂຶ້ນ.

ຕິດ ການພະນັນ ເປັນສາເຫດປຸ້ນຈີ້-ຊິງຊັບ-ລັກຊັບ
ຕິດ ການພະນັນ ເປັນສາເຫດປຸ້ນຈີ້-ຊິງຊັບ-ລັກຊັບ

ນອກຈາກນີ້, ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ສາມາດກັກຕົວທ້າວ ສອນໄຊ ອາຍຸ 42 ປີ ປະຊາຊົນບ້ານ ໂພນສະຫວ່າງ ເມືອງຈັນທະບູລີ ພາຍຫຼັງກໍ່ເຫດປຸ້ນຊັບ ໃນເວລາປະ ມານ 3:00 ໂມງ ຂອງ ວັນທີ 3 ກັນຍາ 2019 ຂອງຄົນບ້ານດຽວກັນໄດ້ເງິນໄປ ຈຳນວນ 1.500.000 ກີບ ແລະ 300 ໂດລາສະຫະ ລັດ.

ພາຍຫຼັງກໍ່ເຫດ, ເຈົ້າໜ້າທີ່ສາມາດຕິດຕາມ ແລະ ກັກຕົວໄດ້ ໃນວັນທີ 4 ກັນຍາ 2019; ເຊິ່ງ ທ້າວ ສອນໄຊ ສາລະພາບວ່າ: ເວລາປະມານ 12:00 ໂມງ ຂອງວັນທີ 2 ກັນຍາ 2019 ໄດ້ໄປຫຼິ້ນການພະນັນ (ຫຼິ້ນໄພ້) ຢູ່ຫ້ອງໝູ່ ພໍຮອດເວລາ 3:00 ໂມງ ເຊົ້າຂອງວັນທີ 3 ກັນຍາ ຕົນເອງໄດ້ເສຍເງິນໝົດຕົວ ຈຳນວນ 300.000 ກີບ, ຈຶ່ງເກີດມີແນວຄິດຢາກລັກຊັບ ຫຼື ປຸ້ນຊັບຂອງພົນລະ ເມືອງ ເລີຍອອກຈາກຫ້ອງແຖວໄປຊອກຫາລັກຊັບປຸ້ນຊັບ ໂດຍກະກຽມມີດຍາວປະມານ 40 ຊັງຕີແມັດ ຕິດ ຕົວໄປນຳ ເມື່ອຂັບລົດຈັກອອກຈາກຫ້ອງແຖວໄປຕາມທາງຮ່ອມເຂດບ້ານໂພນສະຫວ່າງ ເຫັນເຮືອນວິນລາຫຼັງໜຶ່ງຈຶ່ງເຂົ້າໄປລັກເອົາຊັບ ແຕ່ເຈົ້າຂອງເຮືອນພົບເຫັນ ຈຶ່ງໃຊ້ມີດດວງດັ່ງກ່າວຈີ້ເອົາກະເປົາ ແລ້ວຫຼົບໜີໄປ.

ອີກເຫດການໜຶ່ງ, ຍ້ອນເສຍເງິນໝົດຕົວໃຫ້ການພະນັນອອນລາຍ ຫຼື ເກມເຕີມເຊີ ຈຶ່ງຕັດສິນໃຈຊິງຊັບພົນລະ ເມືອງ; ເຊິ່ງເຫດການດັ່ງກ່າວ ເກີດຂຶ້ນໃນເວລາ 15:00 ໂມງ ຂອງວັນທີ 1 ກັນຍາ 2019 ທ້າວ ສຸພັນ ຫຼື ແດງ ອາຍຸ 40 ປີ ວ່າງງານ ຢູ່ບ້ານສາຍນໍ້າເງິນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ລົງມືກໍ່ເຫດຊິງຊັບແມ່ຍິງຊາວຕ່າງປະເທດທີ່ກຳລັງຂີ່ລົດຖີບ ແລະ ວາງກະເປົາເງິນໄວ້ກະຕ່າລົດ ຢູ່ເຂດບ້ານສີດໍາດວນ ແຕ່ໄປບໍ່ລອດ ຖືກພົນລະເມືອງດີ 2 ຄົນ ກະໂດດຖີບລົດຈັກທີ່ ທ້າວ ແດງ ໃຊ້ກໍ່ເຫດເສຍຫຼັກລົ້ມລົງຂ້າງທາງ, ສາເຫດ ແລະ ແຮງຈຸງໃຈໃນການຊິງຊັບໃນຄັ້ງນີ້ ຍ້ອນຜູ້ກ່ຽວຕ້ອງການເງິນໄປຫຼິ້ນເກມອອນລາຍ.

ຕິດ ການພະນັນ ເປັນສາເຫດປຸ້ນຈີ້-ຊິງຊັບ-ລັກຊັບ
ຕິດ ການພະນັນ ເປັນສາເຫດປຸ້ນຈີ້-ຊິງຊັບ-ລັກຊັບ

ຕໍ່ກັບບັນຫາທີ່ຍົກມາຂ້າງເທິງນັ້ນ ເຖິງມັນຈະບໍ່ທັນໝົດ ແຕ່ມັນກໍແມ່ນສິ່ງໜຶ່ງທີ່ເປັນຕົວຢ່າງອັນບໍ່ດີທີ່ຈະຕ້ອງຮີບຮ້ອນແກ້ໄຂ; ເຊິ່ງໄລຍະຜ່ານມາ, ພາກສ່ວນທີ່ກ່ຽວຂ້ອງໄດ້ມີການແກ້ໄຂ ແຕ່ກໍຍັງບໍ່ທັນເຂັ້ມງວດ ແລະ ເດັດຂາດ ຍິ່ງໄປກວ່ານັ້ນອໍານາດການປົກຄອງບາງບ້ານ, ເຈົ້າໜ້າທີ່ບາງຄົນຍັງເປັນຜູ້ນໍາພາຫຼິ້ນການພະນັນ ໂດຍບໍ່ຄໍານຶງເຖິງສິດ ແລະ ໜ້າທີ່ຂອງຕົນເອງແຕ່ຢ່າງໃດ, ບາງຮ້ານເປີດໃຫ້ບໍລິການອິນເຕີເນັດ ແຕ່ເບື້ອງຫຼັງພັດຮັບໃຫ້ຄົນລົງບານ, ຊື້-ຂາຍຫວຍເຖື່ອນ, ຫຼິ້ນເກມອອນລາຍ ແລະອື່ນໆ. ຖ້າວ່າເຈົ້າໜ້າທີ່ບໍ່ມີການຕິດຕາມກວດກາ ແລະ ແກ້ໄຂ ເຊື່ອວ່າບັນຫາເຫຼົ່ານີ້ອາດຈະມີເພີ່ມຂຶ້ນໄປຊັກໃຊ້ ແລະ ຈະເຮັດໃຫ້ຄົນໃນສັງຄົມທີ່ຕິດການພະ ນັນຫຼາຍຄົນ ກາຍເປັນໂຈນແບບບໍ່ຮູ້ຕົວ.

ຢ່າງໃດກໍຕາມ, ການຫຼິ້ນພະນັນທຸກປະເພດ ລ້ວນແລ້ວເປັນສິ່ງທີ່ຜິດກົດໝາຍ ແລະ ສົ່ງຜົນກະທົບໃນແງ່ລົບຕໍ່ຕົວຂອງຜູ້ຫຼິ້ນເອງ ເພາະບັນຫາດັ່ງກ່າວນີ້ ແມ່ນບັນຫາຫຼັກທີ່ພາໃຫ້ເກີດມີສະພາບປະກົດການຫຍໍ້ທໍ້ໃນສັງຄົມ; ສະນັ້ນ, ສະຖາບັນຄອບຄົວຄວນມີການເບິ່ງແຍງລູກຫຼານຂອງຕົນຕື່ມອີກ ເພື່ອເປັນການປ້ອງກັນບໍ່ໃຫ້ຄົນທີ່ທ່ານຮັກຕິດຫຼິ້ນພະນັນ.

ແຕ່ບັນຫາສໍາຄັນ ຖ້າຢາກໃຫ້ການພະນັນຄ່ອຍໆໝົດໄປ, ພາກສ່ວນທີ່ກ່ຽວຂ້ອງ ກໍຄື ເຈົ້າໜ້າທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂຢ່າງຈິງຈັງ ແລະ ຕໍ່ເນື່ອງ ໂດຍມີການຕິດຕາມກວດກາສະຖານທີ່ຈຸດສ່ຽງທີ່ອາດຈະມີການລັກລອບຫຼິ້ນການພະນັນ.

ອີກຢ່າງ, ຖ້າວ່າ ພໍ່-ແມ່ປະຊາຊົນຫາກເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ເມື່ອເຫັນການຫຼິ້ນການພະນັນຄວນແຈ້ງໃຫ້ເຈົ້າໜ້າທີ່ທີ່ໃກ້ຄຽງ ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ທັນການ; ຖ້າວ່າທຸກພາກສ່ວນຫາກລົງມືເຮັດ ແລະ ສາມາດປະຕິບັດໄດ້ ເຊື່ອວ່າ ການຫຼິ້ນການພະນັນຢູ່ໃນສັງຄົມລາວເຮົາ ກໍຈະເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບດີຂຶ້ນກວ່ານີ້.