ຄະນະໜ່ວຍພັກ ກົມເຕັກໂນໂລຊີດີຈີຕອນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂຶ້ນໃນວັນທີ 18 ກັນຍາ 2019 ເພື່ອສະຫຼຸບການເຄື່ອນໄຫວວຽກງານ ໃນໄລຍະ 5 ຜ່ານມາ ແລະ ວາງທິດທາງແຜນການ 5 ປີ ໃນຕໍ່ໜ້າ, ເຂົ້າຮ່ວມໂດຍ ສະຫາຍ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ເລຂາຄະນະພັກລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ມີບັນດາສະມາຊິກພາຍໃນກົມ ເຂົ້າຮ່ວມ.

ສະຫາຍ ແກ້ວນະຄອນ ໄຊສຸລຽນ ເລຂາໜ່ວຍພັກ, ຫົວໜ້າກົມເຕັກໂນໂລຊີດີຈີຕອນ ກ່າວວ່າ:

ໃນໄລຍະຜ່ານມາ, ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ຊີ້ນຳ – ນຳພາສະມາຊິກພັກ, ພະນັກງານ ປະຕິບັດໜ້າທີ່ວຽກງານວິຊາສະເພາະ ເປັນຕົ້ນແມ່ນ ການບໍລິການສູນຂໍ້ມູນຂ່າວສານດີຈີຕອນ 65 ພາກສ່ວນ. ໃນນັ້ນ, ມີ ອົງການລັດ 58 ພາກສ່ວນ ແລະ ເອກະຊົນ 7 ພາກສ່ວນ ເຊິ່ງປະກອບມີດັ່ງນີ້:

  • ບໍລິການຝາກເວັບໄຊ ຈໍານວນ 38 ເວັບໄຊ
  • ບໍລິການຝາກອີເມວ ຈໍານວນ 807 ບັນຊີ
  • ບໍລິການຄັງຂໍ້ມູນ ຈໍານວນ 655 ບັນຊີ
  • ບໍລິການເຊົ່າເຊີເວີຈໍາລອງ ຈໍານວນ 16 ເຊີບເວີແອັບພີເຄເຊິນ
  • ບໍລິການເຊົ່າເຊີບເວີ ຈໍານວນ 2 ລະບົບ
  • ໄດ້ບໍລິການຂໍ້ມູນ ( ຫ້ອງສະໝຸດ ) ຂົງເຂດວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ໄອທີ ຈໍານວນ 507 ເທື່ອຄົນ
  • ຄົ້ນຄວ້າການອອກໃບອະນຸຍາດ ດ້ານທຸລະກໍາທາງເອເລັກໂຕຣນິກ ຈໍານວນ 5 ພາກສ່ວນ
  • ຄົ້ນຄວ້າ ອອກໃບອະນຸຍາດ ດ້ານເຕັກໂນໂລຊີດີຈີຕອນ ຈໍານວນ 2 ພາກສ່ວນ
  • ບໍລິການໃຫ້ຄໍາປຶກສາ ທາງດ້ານເຕັກນິກວິຊາການໄອທີ, ພັດທະນາ ແລະ ຕິດຕັ້ງລະບົບຊອບແວໂປຣແກຣມ ໃຫ້ກັບ ພະແນກ ວຕ ແຂວງ, ບັນດາກົມ, ສະຖາບັນ, ຫ້ອງການ ພາຍໃນ ກະຊວງ, ອ້ອມຂ້າງ ກະຊວງ ແລະ ພາກເອກະຊົນ ຈໍານວນ 18 ພາກສ່ວນ.

ແຜນການຕໍ່ໜ້າ, ຄະນະໜ່ວຍພັກ ຈະສຸມໃສ່ກໍ່ສ້າງ ແລະ ຍົກລະດັບການເມືອງ – ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານຂອງກົມ ໃຫ້ມີຄວາມໜັກແໜ້ນທາງດ້ານທິດສະດີການເມືອງ, ມີທັດສະນະຫຼັກໝັ້ນການເມືອງອັນຖືກຕ້ອງ, ມີນ້ໍາໃຈຮັກຊາດ, ມີຄຸນສົມບັດສິນທໍາປະຕິວັດ ເພື່ອເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ, ຖືສໍາຄັນການພັດທະນາບຸກຄະລາກອນ, ສົ່ງເສີມການຍົກລະດັບເພີ່ມຂີດຄວາມຮູ້ – ຄວາມສາມາດຂອງ ພະນັກງານຄຸ້ມຄອງ – ນໍາພາ ທັງຮັບປະກັນໄດ້ຄວາມສະເໝີພາບ ດ້ານບົດບາດຍິງ-ຊາຍ ແລະ ພັດທະນາເຕັກໂນໂລຊີດີຈີຕອນ ແລະ ທຸລະກໍາທາງເອເລັກໂຕຣນິກ ຕາມທິດນໍາ 6 ແຜນງານຍຸດທະສາດຂອງ ຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຂະຫຍາຍຕົວແບບກ້າວກະໂດດ.

ນອກຈາກນີ້, ກອງປະຊຸມ ໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກກົມຊຸດໃໝ່, ໃນນີ້ເລືອກໄດ້ ທ່ານ ແກ້ວນະຄອນ ໄຊສຸລຽນ ເປັນເລຂາ, ທ່ານ ນາງ ສິຣິລັກ ເປັນຮອງເລຂາ ທັງເປັນປະທານກວດກາ ແລະ ທ່ານ ປະສິດທິເດດ ຫຼວງວິໄລ ເປັນຄະນະ.