ວິທະຍາຄານການແພດກອງທັບ ກະຊວງປ້ອງກັນປະເທດ ໄດ້ເປີດຊຸດຮຽນແພດ ປະລິນຍາຕີ ຊຸດທີ VI ລະບົບ 6 ປີ ໃນວັນທີ 18 ກັນຍາ 2019, ເຂົ້າຮ່ວມໂດຍ ພົຈວ ຄໍາແດງ ແພງວິໄລ ຮອງຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ມີ ຄະນະພັກ – ຄະນະອໍານວຍການ, ພະນັກງານຄູ – ອາຈານ, ແຂກຮັບເຊີນຈາກ ກະຊວງປ້ອງກັນຄວາມສະຫງົບ ແລະ ນັກສຶກສາ ເຂົ້າຮ່ວມ.

ພົຈວ ຄໍາແດງ ແພງວິໄລ ຮອງຫົວໜ້າກົມໃຫຍ່ພະລາທິການ ກອງທັບ

ພັທ ຈັນພອນ ພົນຫາວົງ ຮອງອໍານວຍການ ວິທະຍາຄານການແພດກອງທັບ ກ່າວວ່າ:

ການເປີດຊຸດຮຽນ ປະລິນຍາຕີການແພດ ຊຸດທີ VI ລະບົບ 6 ປີ ຢູ່ວິທະຍາຄານການແພດກອງທັບ ຊຸດນີ້ ໂດຍປະຕິບັດຕາມແຜນການກໍ່ສ້າງ ກໍາລັງວິຊາສະເພາະເຕັກນິກ ເວົ້າສະເພາະ ແມ່ນການສ້າງເຫຼົ່າວິຊາສະເພາະການແພດ ໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ແນໃສ່ຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ຍາວນານ ເພື່ອໃຫ້ວຽກງານວິຊາສະເພາະ ໄດ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິພາບສູງ.

ພັທ ຈັນພອນ ພົນຫາວົງ ຮອງອໍານວຍການ ວິທະຍາຄານການແພດກອງທັບ

ເຊິ່ງໃນຊຸດຮຽນຄັ້ງນີ້ ມີນັກສຶກສາເຂົ້າຮຽນທັງໝົດ 50 ສະຫາຍ ຍິງ 18 ສະຫາຍ ມາຈາກ ກະຊວງປ້ອງກັນຄວາມສະຫງົບ 1 ສະຫາຍ, ກໍານົດເວລາຮຽນ 6 ປີ, ແບ່ງອອກເປັນ 12 ພາກຮຽນ ແລະ ມີ 52 ພາກວິຊາ ເຊັ່ນ: ວິຊາການແພດພື້ນຖານ, ວິຊາການແພດພາກພະຍາດ, ວິຊາການແພດທະຫານ ເທົ່າກັບ 226 ໜ່ວຍກິດ.

ພົຈວ ຄໍາແດງ ແພງວິໄລ ຍັງໄດ້ເນັ້ນໃຫ້ພະນັກງານຄູ – ອາຈານ  ແລະ ນັກສຶກສາການແພດ ຕ້ອງໄດ້ຕັດສິນໃຈ ຫັນເຂົ້າສູ່ການປະຕິບັດຂໍ້ກໍານົດກົດລະບຽບຂອງ ວິທະຍາຄານການແພດກອງທັບ ວາງອອກຢ່າງເຂັ້ມງວດ, ຕ້ອງ ຕັ້ງໃຈຄົ້ນຄວ້າຮໍ່າຮຽນ, ຝຶກຝົນຫຼ່ໍຫຼອມຕົນເອງ ແລະ ເຂົ້າຮ່ວມຂະບວນການຕ່າງໆ ເຊິ່ງເປັນໜ້າທີ່ການເມືອງຂອງ ນັກສຶກສາ.

ນອກຈາກນີ້, ກໍໃຫ້ພ້ອມກັນເປັນເຈົ້າການ ເອົາໃຈໃສ່ປະຕິບັດໂມງເວລາເຂົ້າຫ້ອງຮຽນ ຕາມຕາຕະລາງຢ່າງເຂັ້ມງວດ, ຕັ້ງໃຈຮັບຟັງການເຜີຍແຜ່ຂອງຄູ – ອາຈານ ເພື່ອເຮັດໃຫ້ການສຶກສາຮໍ່າຮຽນຄັ້ງນີ້ ເປັນການຍົກລະດັບຄວາມຮູ້ – ຄວາມສາມາດຂອງ ພະນັກງານແພດທະຫານ ໃຫ້ສູງຂຶ້ນ.