ຄະນະໜ່ວຍພັກ ກົມກວດກາ ຈະນຳພາແກ້ໄຂ ຄຳສະເໜີ – ຄຳຮ້ອງຟ້ອງ ໃຫ້ຖືກຕ້ອງ ແລະ ເປັນທຳ

0
2328

ໃນ 5 ປີຕໍ່ໜ້າ, ຄະນະໜ່ວຍພັກ ກົມກວດກາ – ກວດການ ໄດ້ວາງທິດທາງແຜນການ ບັນດາວຽກງານທີ່ຈະສຸມໃສ່ປະຕິບັດ ໃນຕໍ່ໜ້າ ໃຫ້ປະສົບຜົນສຳເລັດຍິ່ງຂຶ້ນ ໂດຍສະເພາະແມ່ນ ສືບຕໍ່ຊີ້ນຳ – ນຳພາວຽກງານແກ້ໄຂ ຄຳສະເໜີ – ຄຳຮ້ອງຟ້ອງ ໃຫ້ຮັບປະກັນຄວາມຖືກຕ້ອງເປັນທຳ, ຖືກກັບຄວາມຈິງ, ທັນກຳນົດເວລາ ແລະ ມີຄວາມເປັນເອກະພາບ ລະຫວ່າງກົມກອງທີ່ກ່ຽວຂ້ອງ.

ໃນກອງປະຊຸມໃຫຍ່ ຄັ້ງທີ VI ຂອງ ໜ່ວຍພັກຮາກຖານ ກົມກວດກາ – ກວດການ ກະຊວງ ປກສ ຄັ້ງວັນທີ 19 ກັນຍາ 2019 ໂດຍມີ ສະຫາຍ ພົຕ ປອ ສົມຫວັງ ທຳມະສິດ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີ ກະຊວງ ປກສ, ພ້ອມດ້ວຍແຂກຮັບເຊີນ ແລະ ສະມາຊິກພັກພາຍໃນກົມ ເຂົ້າຮ່ວມ; ສະຫາຍ ພົຈວ ດວງປີ ດາມະນີວົງ ຄະນະພັກກະຊວງ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມກວດກາ – ກວດການ ກໍໄດ້ໃຫ້ຮູ້ວ່າ:

ໃນຊຸມປີ 2020 – 2025, ຄະນະໜ່ວຍພັກຮາກຖານກົມ ຈະສືບຕໍ່ຊີ້ນຳ – ນຳພາ ຄະນະພັກ – ຄະນະບັນຊາ ແລະ ຄະນະກວດກາຂັ້ນຕ່າງໆ ເປັນເຈົ້າການຮັບຕ້ອນທຸກພາກສ່ວນທີ່ມາສະເໜີບັນຫາຕ່າງໆ ພ້ອມທັງເພີ່ມທະວີຄວາມຮັບຜິດຊອບຄົ້ນຄວ້າ ແລະ ແກ້ໄຂ ຄຳຮ້ອງ, ຄຳສະເໝີ ຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ ທີ່ກຳນົດໃນກົດລະບຽບຂອງພັກ ແລະ ກົດໝາຍ ວ່າດ້ວຍ ການແກ້ໄຂຄຳຮ້ອງທຸກ.

ພ້ອມກັນນັ້ນ, ກໍຕ້ອງດຳເນີນການໄປຄຽງຄູ່ກັບ ການນຳພາຄົ້ນຄວ້າກ່ຽວກັບ ການລົງວິໄນຕໍ່ສະມາຊິກພັກ, ພະນັກງານ – ນັກຮົບ ຂອງການຈັດຕັ້ງ ຢູ່ແຕ່ລະກົມກອງທ້ອງຖິ່ນ ທີ່ເຫັນວ່າ ເປັນບັນຫາພົ້ນເດັ່ນ ເພື່ອປັບປຸງກໍ່ສ້າງກຳລັງ ປກສ ໃຫ້ເຂັ້ມແຂງ ແລະ ປັບປຸງຄືນບັນດາຕູ້ຮັບ ຄຳສະເໜີ, ຄຳຮ້ອງຟ້ອງ ໃນທົ່ວປະເທດ ໃຫ້ມີປະສິດທິຜົນ.

ນັບແຕ່ປີ 2015 – 2019, ຄະນະໜ່ວຍພັກ ແລະ ສະມາຊິກພັກ ໄດ້ເປັນເຈົ້າການຄົ້ນຄວ້າແກ້ໄຂ ຄຳສະເໜີ – ຄຳຮ້ອງຟ້ອງຕ່າງໆ ໄດ້ເປັນຢ່າງດີ ເຊິ່ງສາມາດຫຼຸດຜ່ອນຫາງສຽງວິພາກ – ວິຈານ ຕໍ່ກຳລັງ ປກສ ໄດ້ ໃນລະດັບດີພໍສົມຄວນ; ໃນນັ້ນ, ໄດ້ຮັບຄຳສະເໜີ, ຄຳຮ້ອງຟ້ອງ ທັງໝົດ 252 ເລື່ອງ, ສາມາດແກ້ໄຂສຳເລັດ 170 ເລື່ອງ, ສົ່ງໃຫ້ພາກສ່ວນກ່ຽວຂ້ອງ 48 ເລື່ອງ, ໂຈະ 5 ເລື່ອງ, ຊັດມ້ຽນ 7 ເລື່ອງ ແລະ ກຳລັງຢູ່ໃນຂັ້ນຕອນ ການດຳເນີນຄະດີຂອງ ເຈົ້າໜ້າທີ່, ຂັ້ນຕອນຂອງ ຂະບວນຍຸຕິທຳ ແລະ ກຳລັງສືບຕໍ່ແກ້ໄຂ 22 ເລື່ອງ.

ໃນກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຮາກຖານຊຸດໃໝ່ ຈຳນວນ 5 ສະຫາຍ ຄື: ສະຫາຍ ພົຈວ ດວງປີ ດາມະນີວົງ ເປັນເລຂາ, ພັອ ຄຳຜາສິດ ບົງມູນທອງ ເປັນຮອງເລຂາ, ພັອ ບຸນລຽນ ສະອາດສີ ເປັນປະທານກວດກາ ພ້ອມດ້ວຍຄະນະ 2 ສະຫາຍ.