ສະພາບ ປະກົດການ ຫຍໍ້ທໍ້ຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ເກີດຂຶ້ນບໍ່ເວັ້ນໃນແຕ່ລະວັນ ແລະ ມີລັກສະນະ ເພີ່ມຂຶ້ນ ສະແດງອອກໃນອາທິດທໍາອິດຂອງເດືອນກັນຍາ 2019 ທົ່ວນະຄອນຫຼວງວຽງຈັນ ມີຄະດີເກີດຂຶ້ນ 65 ເລື່ອງ ເພີ່ມຂຶ້ນຈາກອາທິດທີ່ຜ່ານມາ 5 ເລື່ອງ. ໃນນີ້, ພົ້ນເດັ່ນແມ່ນລັກຊັບພົນລະເມືອງເກີດຂຶ້ນ 31 ເລື່ອງ.

ສະພາບ ປະກົດການ ຫຍໍ້ທໍ້ຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ເກີດຂຶ້ນບໍ່ເວັ້ນໃນແຕ່ລະວັນ
ສະພາບ ປະກົດການ ຫຍໍ້ທໍ້ຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ເກີດຂຶ້ນບໍ່ເວັ້ນໃນແຕ່ລະວັນ

ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ວັນທີ 3-9 ກັນຍາ 2019, ທົ່ວນະຄອນຫຼວງວຽງ ຈັນ ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 65 ເລື່ອງ ເພີ່ມຂຶ້ນຈາກອາທິດຜ່ານມາ 5 ເລື່ອງ ຄະດີທີ່ພົ້ນເດັ່ນຍັງແມ່ນຄະດີລັກຊັບພົນລະເມືອງເກີດຂຶ້ນ 31 ເລື່ອງ. ບາງລາຍຄະດີລັກຊັບພົນລະເມືອງທີ່ພົ້ນເດັ່ນ ສະແດງອອກ ໃນເວລາປະມານ 2:00 ໂມງ ຂອງວັນທີ 5 ກັນຍາ 2019 ໄດ້ມີຄົນຮ້າຍຈຳນວນ 3 ຄົນ, ເຂົ້າໄປງັດແງະລັກຊັບຕູ້ເຊັບຢູ່ໂຮງຮຽນສະຖາບັນການເງິນດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຜົນເສຍຫາຍມີຕູ້ເຊັບ 4 ໜ່ວຍ, ຄໍາຮູບປະພັນ 3 ບາດ, ເງິນກີບ 663.000.000 ກີບ. ໃນວັນທີ 6 ກັນຍາ 2019, ຄົນຮ້າຍບໍ່ ຊາບຈໍານວນງັດແງະຕູ້ເຊັບຢູ່ໂຮງຮຽນສະຖາບັນການທະນາຄານຕັ້ງຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ເຊິ່ງຜົນເສຍຫາຍເປັນເງິນ ຈຳນວນ 63.417.500 ກີບ, ຕູ້ເຊັບ 1 ໜ່ວຍ; ວັນທີ 7 ກັນຍາ 2019 ຄົນຮ້າຍກໍ່ເຫດງັດແງະລັກຊັບພົນລະເມືອງຢູ່ບໍລິສັດ ແຫ່ງໜຶ່ງ ຕັ້ງຢູ່ເຂດບ້ານພະຂາວ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ ຜົນເສຍຫາຍຕູ້ເຊັບ 1 ໜ່ວຍ, ເງິນຢູ່ໃນຕູ້ເຊັບຍັງຢູ່ໃນຂັ້ນຕອນຂອງການປະເມີນ.

ສະພາບ ປະກົດການ ຫຍໍ້ທໍ້ຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ເກີດຂຶ້ນບໍ່ເວັ້ນໃນແຕ່ລະວັນ
ສະພາບ ປະກົດການ ຫຍໍ້ທໍ້ຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ເກີດຂຶ້ນບໍ່ເວັ້ນໃນແຕ່ລະວັນ

ວັນທີ 5 ກັນຍາ 2019, ຄົນຮ້າຍບໍ່ຮູ້ຈຳນວນເຂົ້າໄປງັດແງະ-ລັກຊັບຕູ້ເຊັບຂອງບໍລິສັດ ວິສາຫະກິດ ຂົນສົ່ງສິນ ຄ້າ ຜ່ານດ່ານທ່ານາແລ້ງ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີຜົນເສຍຫາຍ ຕູ້ເຊັບ 1 ໜ່ວຍ ພ້ອມເງິນບາດ 14.000 ບາດ. ວັນທີ 8 ກັນ ຍາ 2019, ຄົນຮ້າຍເຂົ້າໄປລັກເອົາລົດ ຈັກຂອງ ທ້າວ ສົມຫວັງ ອາຍຸ 57 ປີ ຢູ່ບ້ານໂພນສົມບູນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນລົດຈັກຮອນ ດາ ເວບ 100 ສີແດງ-ດໍາ ຍັງບໍ່ມີປ້າຍ; ເຊິ່ງເຈົ້າໜ້າທີ່ກວດ ແລະ ກັກລົດດັ່ງກ່າວໄດ້ທີ່ເຂດສວນເຈົ້າອານຸວົງ ບ້ານວັດຈັນ ເມືອງຈັນທະບູລີ ໃນເບາະລົດຍັງມີໂທລະສັບ 1 ໜ່ວຍ ຍີ່ຫໍ້ໄອໂຟນ 6.

ສະພາບ ປະກົດການ ຫຍໍ້ທໍ້ຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ເກີດຂຶ້ນບໍ່ເວັ້ນໃນແຕ່ລະວັນ
ສະພາບ ປະກົດການ ຫຍໍ້ທໍ້ຢູ່ນະຄອນຫຼວງວຽງຈັນ ຍັງສືບຕໍ່ເກີດຂຶ້ນບໍ່ເວັ້ນໃນແຕ່ລະວັນ

ນອກນີ້, ຍັງມີຄະດີຄາດຕະກຳ 1 ເລື່ອງ, ປຸ້ນຊັບ 5 ເລື່ອງ, ຊິງຊັບ 8 ເລື່ອງ, ທຳລາຍຊັບພົນລະເມືອງ 2 ເລື່ອງ, ທຳຮ້າຍ ຮ່າງກາຍ 3 ເລື່ອງ, ອຸບັດຕິເຫດເກີດຂຶ້ນ 15 ຄັ້ງ. ປະກົດການຫຍໍ້ທໍ້ທັງໝົດນີ້ ໄດ້ ສ້າງຄວາມເສຍ ຫາຍມີດັ່ງນີ້: ເງິນກີບ 1.402.557.000 ກີບ, ລົດຈັກ 25 ຄັນ, ເງິນໂດລາ 306 ໂດລາ, ຄໍາຮູບປະພັນ 6 ບາດ ແລະ ເງິນບາດ 23.000 ບາດ, ເງິນເອີໂຣ 70 ເອີໂຣ, ໂທລະສັບ 10 ເຄື່ອງ, ແວ່ນຕາ 1 ອັນ, ກະເປົາ 5 ໜ່ວຍ, ບັດເອທີເອັມ 5 ບັດ, ກີ້ພຣະ 1 ອົງ, ສາຍແອວເງິນ 1 ເສັ້ນ ມູນຄ່າ 1.800.000 ກີບ, ຕູ້ເຊັບ 7 ໜ່ວຍ, ຈັກ ຕັດ 1 ເຄື່ອງ, ພຣະເຄື່ອງ 50 ອົງ, ໄມ້ຈໍານວນ 16 ຕັບ, ໂທລະພາບ 1 ເຄື່ອງ, ຄອມພິວເຕີ 3 ເຄື່ອງ, ໄອແພັດ 4 ເຄື່ອງ, ໝໍ້ໄຟ 1 ໜ່ວຍ ມູນຄ່າ 2.000. 000 ກີບ, ກາຈໍ້າ 1 ອັນ ແລະ ເອກະສານອື່ນໆ.

ຈາກຄະດີດັ່ງກ່າວທີ່ເກີດຂຶ້ນ, ເຈົ້າໜ້າທີ່ສາມາດກັກຕົວຜູ້ກະທຳຜິດໄດ້ 17 ຄົນ ຍິງ 4 ຄົນ ແລະ ສາມາດແກ້ໄຂ ຄະດີ ຈຳນວນ 65 ເລື່ອງ, ສາມາດເກັບກູ້ຂອງກາງໄດ້ມີ ເງິນກີບ 3.500.000 ກີບ, ເງິນບາດ 40.000 ບາດ, ລົດຈັກ 2 ຄັນ ແລະ ເຄື່ອງຂອງຈຳນວນໜຶ່ງ.