ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ (ຄົນຊ້າຍມື)
ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ (ຄົນຊ້າຍມື)

ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ ( ລມຕ ກະຊວງຍຸຕິທຳ ) ແລະ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ; ພ້ອມດ້ວຍທີມງານຈາກກະຊວງຍຸຕິທໍາ ແລະ ພະແນກຍຸຕິທຳແຂວງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະນັກຝຶກອົບຮົມກົດໝາຍ 45 ວັນ ຢູ່ບ້ານທອງ ເມືອງເງິນ ແຂວງໄຊຍະບູລີ ໃນອາທິດຜ່ານມາ; ໃຫ້ການຕ້ອນຮັບໂດຍ ທ່ານ ຄໍາແພງ ຕັດສະຫວັດ ເຈົ້າເມືອງເງິນ ພ້ອມດ້ວຍຄະນະ.

ທ່ານ ຄໍາແພງ ຕັດສະຫວັດ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງເມືອງ ໂດຍລວມແລ້ວ ວ່າ: ເມືອງເງິນໄດ້ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ-ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ; ຄຽງຄູກັນນີ້, ຂົງເຂດວຽກງານຍຸຕິທໍາ ແມ່ນໄດ້ຈັດຕັ້ງການຝຶກອົບຮົມກົດໝາຍ 45 ວັນ ໃຫ້ແກ່ອົງການປົກຄອງຂັ້ນ ບ້ານ ຊຸດທີ 1 ໂດຍເລີ່ມເປີດຮຽນຢ່າງເປັນ ທາງການແຕ່ວັນທີ 9 ສິງຫາ 2019; ເຊິ່ງກຳນົດເອົາບັນດານາຍບ້ານ-ຮອງນາຍບ້ານ, ຂະ ແໜງການຊ່ວຍວຽກບ້ານ ຈຳນວນ 7 ບ້ານ ພາຍໃນກຸ່ມບ້ານທອງ ແລະ ກຳນົດເອົາຫໍ ປະຊຸມບ້ານທອງ; ເຊິ່ງເປັນຈຸດໃຈກາງຂອງກຸ່ມເປັນຈຸດເປີດຮຽນ ມີຜູ້ເຂົ້າຮຽນທັງໝົດ 37 ຄົນ ຍິງ 9 ຄົນ, ມີ 34 ວິຊາຮຽນ; ປັດຈຸບັນ, ຮຽນສໍາເລັດແລ້ວ 23 ວິຊາ, ຍັງ ເຫຼືອ 11 ວິຊາ ຄາດວ່າຈະໃຫ້ສຳເລັດ ຕົ້ນ ເດືອນຕຸລາ 2019 ນີ້. ທັງນີ້ກໍເພື່ອເປັນການ ສ້າງເງື່ອນໄຂໜຶ່ງໃນການສ້າງກຸ່ມບ້ານທອງ ກໍຄືສ້າງບ້ານທອງ ບ້ານພັດທະນາໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດທີ່ຈະມາເຖິງໃນມໍ່ໆນີ້; ຜ່ານມາ, ຫ້ອງການຍຸຕິທຳເມືອງເງິນ ໄດ້ເປີດການຮຽນ-ການສອນກົດໝາຍ 3 ເດືອນມາແລ້ວ 6 ຊຸດ, ສາມາດສ້າງບຸກຄະລາກອນກົດໝາຍໄດ້ທັງ ໝົດ 228 ຄົນ ຍິງ 62 ຄົນ.

ລມຕ ກະຊວງຍຸຕິທຳ ຖ່າຍຮູບເປັນທີ່ລະນຶກກັບບັນດານັກຝຶກອົບຮົມ
ລມຕ ກະຊວງຍຸຕິທຳ ຖ່າຍຮູບເປັນທີ່ລະນຶກກັບບັນດານັກຝຶກອົບຮົມ

ທ່ານ ໄຊສີ ສັນຕິວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນັກຝຶກອົບຮົມທີ່ມີຄວາມຕັດສິນໃຈສູງໃນການເຂົ້າຝຶກອົບຮົມ ແລະ ຮໍ່າຮຽນຢ່າງເປັນປົກກະຕິ, ເຖິງແມ່ນວ່າມີຫຼາຍປັດໄຈພົບຄວາມຫຍຸ້ງຍາກ ແຕ່ນັກຝຶກອົບຮົມກໍມີຄວາມເສຍສະລະ ແລະ ມີຄວາມຕັດສິນໃຈສູງ. ພ້ອມນີ້, ທ່ານໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມ ຈົ່ງນຳເອົາເນື້ອໃນກົດໝາຍທີ່ຕົ້ນເອງຮຽນມາ ໄປໂຄສະ ນາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນຮັບຮູ້ຢ່າງ ກວ້າງຂວາງ, ນຳເອົາກົດໝາຍດັ່ງກ່າວໄປ ໝູນໃຊ້ເຂົ້າໃນການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ໃຫ້ເກີດປະໂຫຍດສູງສຸດ.