ທ່ານ ສັນຕິພາບ ພົມວິຫານ ຊີ້ນຳວຽກງານ ປກສ ແຂວງສະຫວັນນະເຂດ

0
520
ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ
ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ

ໃນອາທິດຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ ໄດ້ລົງພົບປະໂອ້ລົມ ແລະ ຊີ້ນຳວຽກງານວິຊາສະເພາະ ເນື່ອງໃນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2019 ຢູ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ; ໂດຍມີ ພັອ ລຳຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ປກສ ເມືອງທົ່ວແຂວງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພັອ ລຳຄູນ ວໍລະວົງ ໄດ້ຂຶ້ນລາຍງານສະພາບໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນຈຸດພິເສດ, ທີ່ຕັ້ງ ແລະ ສະພາບທີ່ພົ້ນເດັ່ນທາງດ້ານຄວາມບໍ່ສະຫງົບດ້ານການເມືອງ, ຄວາມບໍ່ເປັນລະບຽບຮຽບຮ້ອຍດ້ານສັງຄົມ ໃນ 6 ເດືອນຜ່ານມາ; ເປັນຕົ້ນແມ່ນບັນຫາລັກຊັບຂອງພົນລະເມືອງ, ຄ້າຂາຍ ແລະ ມົ້ວສຸມຢາເສບຕິດ, ບັນຫາອຸບັດຕິເຫດ, ຄ້າຂາຍ ເຖື່ອນ ແລະ ອາຊະຍາກຳຕ່າງໆ; ເຊິ່ງມີຄະດີເກີດຂຶ້ນທັງໝົດ 728 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 687 ຄົນ ຍິງ 53 ຄົນ.ໃນນີ້, ຄະດີອາຍາເກີດຂຶ້ນ 522 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 343 ຄົນ ຍິງ 18 ຄົນ, ຄະດີຢາເສບຕິດ 206 ເລື່ອງ, ກັກຜູ້ຖືກຫາໄດ້ 323 ຄົນ ຍິງ 35 ຄົນ, ຢຶດຂອງກາງຢາບ້າ ໄດ້ 987.558 ເມັດ, ຢາໄອສ໌ 5 ກິໂລກຼາມ, ຢາເຄ 1 ຖົງນ້ອຍ, ຢາອີ 2 ເມັດ; ອຸບັດຕິເຫດເກີດຂຶ້ນ 301 ຄັ້ງ, ຜູ້ຖືກຫາ 21 ຄົນ, ພາຫະນະເປ່ເພ 491 ຄັນ, ມີຜູ້ໄດ້ຮັບບາດເຈັບ 517 ຄົນ ຍິງ 163 ຄົນ, ເສຍຊີວິດ 48 ຄົນ ຍິງ 7 ຄົນ.

ຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ປກສ ເມືອງທົ່ວແຂວງ ແລະ ແຂກຮັບເຊີນ
ຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ປກສ ເມືອງທົ່ວແຂວງ ແລະ ແຂກຮັບເຊີນ

ໂອກາດດຽວກັນ, ທ່ານເຈົ້າແຂວງໆສະຫວັນນະເຂດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ຍາດມາໄດ້ໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ກໍາລັງ ປກສ ແຂວງສະຫວັນນະເຂດ ເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ເພື່ອສຸມໃສ່ແກ້ບັນຫາປະກົດການຫຍໍ້ທໍ້ໃນສັງຄົມໃຫ້ເປັນຢ່າງດີ; ປະສານງານຢ່າງກົມກຽວ ລະຫວ່າງ ປກສ ກັບອຳນາດການປົກຄອງ ແລະ ພະເເນກການຕ່າງໆທີ່ກ່ຽວຂ້ອງ ເພື່ອປະສານສົມທົບແກ້ໄຂບັນຫາທີ່ບໍ່ສະຫງົບຮ່ວມກັນ; ໃນນັ້ນ, ຕ້ອງສ້າງກຳລັງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ; ຕ້ອງໄດ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ກຳລັງ ປກສ ສ້າງຄວາມເປັນເອກະພາບຕໍ່ເເນວທາງນະໂຍບາຍຂອງພັກ, ບໍລິສຸດສັດຊື່ ແລະ ຮັກອາຊີບຂອງຕົນ; ສືບຕໍ່ປັບປຸງດ້ານການຈັດຕັ້ງ; ເອົາໃຈໃສ່ຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃຫ້ຮັບປະກັນມີຄວາມສະຫງົບ-ປອດໄພ 100%.