ວິທະຍາຄານ ສັນຕິບານ ປະຊາຊົນ ( ວສປ ) ກະຊວງ ປກສ ໄດ້ສືບຕໍ່ປ້ອງກັນວິທະຍານິພົນໃຫ້ ນັກສຶກສາປະລິນຍາໂທ ຮຸ່ນທີ 9 ໃນວັນທີ 19 ກັນຍາ 2019, ເຂົ້າຮ່ວມໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ອໍານວຍການ ວສປ, ມີ ຄະນະອໍານວຍການ, ອາຈານທີ່ປຶກສາ, ແຂກຮັບເຊີນ, ຕາງໜ້າບັນດາຫ້ອງ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ຊຸດຮຽນປະລິນຍາໂທ ຮຸ່ນທີ 9 ນີ້ ມີນັກສຶກສາມາຈາກ ກົມ-ກອງ, ກອງບັນຊາການ ປກສ ແຂວງ ທີ່ມີໜ້າທີ່ຮັບຜິດຊອບຂັ້ນພະແນກ ຈໍານວນ 39 ສະຫາຍ ຍິງ 2 ສະຫາຍ, ໄດ້ເປີດຮຽນມາແຕ່ວັນທີ 27 ພະຈິກ 2017, ໃຊ້ເວລາຮຽນ 2 ປີ, ແບ່ງອອກເປັນ 4 ພາກຮຽນ ແລະ ມີ 5 ວິຊາຮຽນ ເຊິ່ງໃນນັ້ນ:

  • ພາກຮຽນທີ 1 ມີ 8 ວິຊາຮຽນ ມີ 21 ໜ່ວຍກິດ
  • ພາກຮຽນທີ 2 ມີ 9 ວິຊາຮຽນ ມີ 22 ໜ່ວຍກິດ
  • ພາກຮຽນທີ 3 ມີ 8 ວິຊາຮຽນ ມີ 21 ໜ່ວຍກິດ
  • ພາກຮຽນທີ 4 ແມ່ນພາກປ້ອງກັນ ລວມມີ 45 ວັນ

ການປ້ອງກັນວິທະຍານິພົນ ລວມມີ 39 ຫົວຂໍ້, ເລີ່ມປ້ອງກັນ ໃນວັນທີ 22 ສິງຫາ – ວັນທີ 28 ກັນຍາ 2019, ມາຮອດປັດຈຸບັນນີ້ ປ້ອງກັນສໍາເລັດແລ້ວ 20 ຫົວຂໍ້, ສະເພາະວັນທີ 19 ກັນຍາ 2019 ໄດ້ປ້ອງກັນ 2 ຫົວຂໍ້ ຄື:

  1. ເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ເຂດເສດຖະກິດສະເພາະ ຢູ່ນະຄອນຫຼວງວຽງຈັນ ປ້ອງກັນໂດຍ ພັທ ວຽງຄໍາ ຈັນທະວົງສາ.
  2. ເພີ່ມທະວີວຽກງານສືບສວນ – ສອບສວນຂັ້ນພື້ນຖານ ຕາມບໍລິເວນຊາຍແດນ ລາວ – ໄທ ຢູ່ນະຄອນຫຼວງວຽງຈັນ ປ້ອງກັນໂດຍ ພັທ ພຽນສີ ແສງຄໍາຢອງ.