ຫາລື ຈົດທະບຽນສຳມະໂນຄົວ ແລະ ບັດສຸດທິ ພຣະສົງ – ສຳມະເນນ

0
2098

ໃນວັນທີ 19 ກັນຍາ 2019, ຢູ່ທີ່ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ວຽກງານຈົດທະບຽນສຳມະໂນຄົວ ແລະ ບັດສຸດທິຂອງ ພຣະສົງ – ສຳມະເນນ, ໂດຍການເປັນປະທານຂອງ ພົຈວ ຄຳສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ, ມີ ຕາງໜ້າກົມວິຊາສະເພາະ ກະຊວງພາຍໃນ, ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ, ກົມສາ ສະໜາ ສູນກາງແນວລາວສ້າງຊາດ, ຫ້ອງວ່າການ ກະຊວງ ປກສ ແລະ ພະແນກວິຊາສະເພາະ ອ້ອມຂ້າງກົມ ເຂົ້າຮ່ວມ.

ກອງປະຊຸມປຶກສາຫາລືໃນຄັ້ງນີ້ ໄດ້ຄົ້ນຄ້ວາປະກອບຄຳເຫັນສ້າງຄວາມເປັນເອກະພາບກ່ຽວກັບ ການຈົດທະບຽນສຳມະໂນຄົວ ແລະ ບັດສຸດທິຂອງ ພຣະສົງ – ສຳມະເນນ ເພື່ອເຮັດໃຫ້ສອດຄ່ອງກັບ ກົດໝາຍທະບຽນຄອບຄົວ ແລະ ບັນດານິຕິກຳຕ່າງໆ, ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະກະຊວງ ໃຫ້ຈະແຈ້ງ ແລະ ແກ້ໄຂຊ່ອງວ່າງຂອງກຸ່ມຄົນບໍ່ດີທີ່ລີ້ຊ່ອນ ເພື່ອເອົາສາສະໜາເປັນສາກບັງໜ້າ ແລະ ຮູບການເຄື່ອນໄຫວຕ່າງໆ ທີ່ຂັດຕໍ່ແນວທາງການເມືອງ ແລະ ກົດໝາຍ, ພ້ອມທັງເປັນການກວດກາ – ຄຸ້ມຄອງເກັບກຳຂໍ້ມູນຂອງພົນລະເມືອງ ໃຫ້ເຂົ້າສູ່ລະບຽບຫຼັກການ.