ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈັບເປົ້າໝາຍຄ້າຂາຍຢາເສບຕິດເປັນ ໂຊເຟີ ລົດ ເມທີ່ເດີນທາງມາຈາກແຂວງຫຼວງພະບາງ ພ້ອມຂອງກາງຢາບ້າ 800 ເມັດ ໃນວັນ ທີ 9 ກັນຍາ 2019 ພາຍຫຼັງ ສືບຮູ້ວ່າ ໂຊເຟີລົດເມຄັນດັ່ງກ່າວ ຮັບຢາບ້ານຳພັກພວກມາຂາຍໃຫ້ກັບກຸ່ມມົ້ວສຸມຢູ່ນະຄອນຫຼວງວຽງຈັນ.

ການສະກັດຈັບເປົ້າໝາຍດັ່ງກ່າວນີ້ ໃນເບື້ອງຕົ້ນໄດ້ສືບຮູ້ວ່າ ໂຊເຟີລົດເມຂອງບໍລິສັດແຫ່ງໜຶ່ງ ກຳລັງນຳຢາບ້າຫຼາຍຮ້ອຍເມັດຈາກແຂວງຫຼວງພະບາງ ລົງໄປຂາຍຢູ່ໃນນະຄອນຫຼວງວຽງຈັນ. ເມື່ອຮູ້ແນວນັ້ນ, ຈຶ່ງແຕ່ງຕັ້ງເຈົ້າ ໜ້າທີ່ວິຊາສະເພາະ ລົງຕິດຕາມເປົ້າໝາຍ. ມາຮອດວັນທີ 9 ກັນຍາ, ໄດ້ສືບຮູ້ວ່າ ເປົ້າໝາຍໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນ ຈຶ່ງໄດ້ເພີ່ມກຳລັງຕິດຕາມ ແລະ ພົບເຫັນເປົ້າໝາຍຢູ່ຄິວລົດສາຍເໜືອ ເມືອງສີໂຄດຕະ ບອງ ຈຶ່ງເຂົ້າກັກຕົວ ແລະ ກວດຄົ້ນ ພົບຂອງກາງຢາບ້າ 800 ເມັດ, ຜູ້ຖືກຫາຊື່ ທ້າວ ລຽນທອງ ອາຍຸ 28 ປີ ຢູ່ບ້ານວັງຄຳ ເມືອງນໍ້າບາກ ເເຂວງຫຼວງພະບາງ ໄປສອບສວນ.

ຈັບ ໂຊເຟີ ລົດເມສາຍເໜືອ ພ້ອມຢາບ້າ 800 ເມັດ
ຈັບ ໂຊເຟີ ລົດເມສາຍເໜືອ ພ້ອມຢາບ້າ 800 ເມັດ

ຈາກການສອບສວນ ຜູ້ກ່ຽວສາລະພາບວ່າ: ໃນເບື້ອງຕົ້ນ, ມີຊາຍອາຍຸປະມານ 30 ປີ ເອົາຢາບ້າມາໃຫ້ ເມື່ອໄດ້ຢາບ້າແລ້ວ ກໍຂັບລົດເມລົງມານະຄອນຫຼວງວຽງຈັນ ຫວັງຈະມາຂາຍໃຫ້ກັບໄວລຸ້ນທີ່ມົ້ວສຸມຢາເສບຕິດ, ແຕ່ຍັງບໍ່ທັນໄດ້ຂາຍ ພໍແຕ່ມາຮອດຄິວລົດ ກໍຖືກເຈົ້າໜ້າທີ່ກັກຕົວ ພ້ອມຂອງກາງຢາບ້າຈຳນວນດັ່ງກ່າວ. ປັດຈຸບັນ ຄະດີດັ່ງກ່າວ, ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ ປກສ ເມືອງສີໂຄດຕະບອງ ພວມສອບສວນຂະຫຍາຍຜົນຫາທີ່ມາຂອງຢາບ້າ ແລະ ຍັງສອບສວນຫາຊາຍທີ່ເອົາຢາບ້າໃຫ້ກັບຜູ້ກ່ຽວ ເພື່ອຕິດຕາມມາດຳເນີນຄະດີ.

ຈັບ ໂຊເຟີ ລົດເມສາຍເໜືອ ພ້ອມຢາບ້າ 800 ເມັດ
ຈັບ ໂຊເຟີ ລົດເມສາຍເໜືອ ພ້ອມຢາບ້າ 800 ເມັດ

ພາຍຫຼັງສອບສວນຢ່າງລະອຽດແລ້ວ ຈະໄດ້ສະຫຼຸບສຳນວນຄະດີສົ່ງອົງການໄອຍະການປະຊາຊົນ ນະຄອນ ຫຼວງວຽງຈັນ ເພື່ອຄົ້ນຄວ້າຂໍ້ຖືກຫາ ແລະ ໄຈ້ແຍກການກະທຳຜິດໃຫ້ລະອຽດ ກ່ອນສັ່ງຟ້ອງສານພິຈາລະນາຕັດສິນຕາມກົດໝາຍ.