ຄ້າຍຄຸມຂັງຕານປ່ຽວ ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ຈັດຕັ້ງ ສຶກສາ ອົບຮົມນັກໂທດ ເພື່ອເຮັດໃຫ້ບັນດານັກໂທດ ມີຄວາມຕື່ນຕົວປະຕິບັດລະບຽບຂອງຄ້າຍຄຸມຂັງຢ່າງເຂັ້ມງວດ ໃນວັນທີ 19 ກັນຍາຜ່ານມາ, ເຂົ້າຮ່ວມໂດຍ ພັທ ສິງວອນ ສອນດາສຸກ ຫົວໜ້າພະແນກສຶກສາອົບຮົມ ກົມຕຳຫຼວດຄຸມຂັງ-ດັດສ້າງ, ມີຄະນະຄ້າຍຄຸມຂັງ, ພະນັກງານ ແລະ ນັກໂທດ ເຂົ້າຮ່ວມຮັບຟັງ.

 ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ສຶກສາ ອົບຮົມນັກໂທດ ໃຫ້ມີຄວາມຕື່ນຕົວປະຕິບັດລະບຽບຂອງຄ້າຍຄຸມຂັງຢ່າງເຂັ້ມງວດ
ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ສຶກສາ ອົບຮົມນັກໂທດ
ໃຫ້ມີຄວາມຕື່ນຕົວປະຕິບັດລະບຽບຂອງຄ້າຍຄຸມຂັງຢ່າງເຂັ້ມງວດ

ພັທ ສິງວອນ ສອນດາສຸກ ໄດ້ກ່າວສຶກສາອົບຮົມນັກໂທດ ດ້ວຍການນຳເອົາເອກະສານແນວທາງນະ ໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເອກະສານບາງເນື້ອໃນຂອງກົດໝາຍອາຍາ, ຜົນຮ້າຍຂອງຢາເສບ ຕິດ, ເອກະສານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ແລະ ມູນເຊື້ອສຳຄັນຕ່າງໆ ເພື່ອເຮັດໃຫ້ນັກໂທດ ຈຳ ນວນ 195 ຄົນ ໄດ້ຮັບຮູ້, ເຂົ້າໃຈຕໍ່ລະບຽບການຕ່າງໆ ແລ້ວພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເປັນຕົ້ນແມ່ນ ການທໍລະຍົດຕໍ່ຊາດ, ການປອມເງິນ ຫຼື ໃຊ້ເງິນປອມ, ທຳລາຍມ້າງເພຫ້ອງຂັງ, ຄາດຕະກຳ, ສໍ້ໂກງຊັບຂອງລັດ, ຂົ່ມຂືນກະທຳສຳເລົາ, ເປັນໂສເພນີ, ການຄ້າມະນຸດ ແລະອື່ນໆ ເພື່ອບໍ່ໃຫ້ນັກໂທດມີແນວຄິດໂຕນໜີອອກຄ້າຍ ເມື່ອເວລາພົ້ນໂທດອອກໄປໃຫ້ກາຍເປັນພົນລະເມືອງດີຂອງສັງຄົມ.

 ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ສຶກສາ ອົບຮົມນັກໂທດ ໃຫ້ມີຄວາມຕື່ນຕົວປະຕິບັດລະບຽບຂອງຄ້າຍຄຸມຂັງຢ່າງເຂັ້ມງວດ
ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ສຶກສາ ອົບຮົມນັກໂທດ
ໃຫ້ມີຄວາມຕື່ນຕົວປະຕິບັດລະບຽບຂອງຄ້າຍຄຸມຂັງຢ່າງເຂັ້ມງວດ

ຫຼັງຈາກນັ້ນ, ຍັງໄດ້ແນະນຳ ແລະ ຕັກເຕືອນໃຫ້ນັກໂທດຕ້ອງປະຕິບັດລະບຽບ ແລະ ບັນດາຂໍ້ຫ້າມ ຄື: ຫ້າມນຳ ສິ່ງມຶນເມົາເຂົ້າໃນບໍລິເວນກັກຂັງ, ຫ້າມນຳເອົາວັດຖຸຂອງແຂງ, ຫ້າມນຳໃຊ້ເຄື່ອງມືສື່ສານທຸກປະເພດ, ຫ້າມນໍາເອົາສິ່ງເສບຕິດເຂົ້າໃນຄ້າຍຢ່າງເດັດຂາດ, ຫ້າມຊຸກເຊື່ອງຊັບສິນ ແລະ ຂອງມີຄ່າ ເປັນຕົ້ນແມ່ນເງິນສົດ, ຫ້າມຊື້ ຈ້າງໃຫ້ສິນບົນເຈົ້າໜ້າທີ່ພະນັກງານ, ຫ້າມສ້າງພັກພວກກຸ່ມແກ້ງກໍ່ຄວາມວຸ່ນວາຍພາຍໃນຄ້າຍ ແລະອື່ນໆ ແນໃສ່ຮັກສາຄວາມສະຫງົບພາຍໃນຄ້າຍໃຫ້ເປັນລະບຽບຮຽບຮ້ອຍດີ.