ບັນດາເຈົ້າຂອງທຸລະກິດເຮັດຮ້ານຂາຍເຄື່ອງຍ່ອຍຢູ່ຕາມແຄມທາງ ແລະ ເຮືອນໃນນະຄອນຫຼວງວຽງຈັນ ຕ້ອງໄດ້ເພີ່ມສະຕິລະມັດລະວັງຕົວຂຶ້ນຕື່ມ ໃນການປ້ອງກັນ ແລະ ມ້ຽນມັດຮັກສາຊັບສິນຂອງຕົນເອງ ເພາະວ່າໃນປັດຈຸບັນມີກຸ່ມໄວລຸ້ນຈໍານວນໜຶ່ງນໍາໃຊ້ລົດກະບະຮຸນໃດຕະເວນເລາະຊອກງັດຮ້ານຂາຍເຄື່ອງແລ້ວຂົນຂຶ້ນລົດທີ່ກຽມມາ ເພື່ອນໍາໄປຂາຍຕໍ່ ແລະ ແລກຢາບ້າມາເສບ. ຫຼ້າສຸດ, ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ມ້າງຂະບວນການຫາລັກຊັບຂອງພົນລະເມືອງໄດ້ 1 ກຸ່ມ ສາມາດຈັບຜູ້ຖືກຫາໄດ້ 7 ຄົນ ມາສອບສວນຂະຫຍາຍຜົນ ຈຶ່ງສາລະພາບວ່າ: ຮ່ວມກັນລັກຊັບ ເພື່ອນໍາໄປຂາຍແລ້ວຊື້ຢາບ້າມາເສບ.

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໄດ້ເປີດເຜີຍໃຫ້ຮູ້ວ່າ: ໃນວັນທີ 21 ພະຈິກ 2017 ເຈົ້າໜ້າທີ່ ປກສ ເມືອງໄຊເຊດຖາ ໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍວ່າມີຄົນຮ້າຍບໍ່ຊາບຈໍານວນເຂົ້າໄປງັດຮ້ານຂາຍເຄື່ອງຍ່ອຍຢູ່ເຂດບ້ານໂນນຄໍ້ ເມືອງໄຊເສດຖາ. ຈາກນັ້ນ, ໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາສະຖານທີ່ເກີດເຫດເຫັນວ່າ ພາຍໃນຮ້ານຖືກຄົນຮ້າຍງັດເຂົ້າໄປແລ້ວຂົນເອົາຊັບສິນໄປ ສ່ວນຫຼາຍແມ່ນເບຍ ແລະ ຢາສູບ. ຈາກນັ້ນ, ກໍໄດ້ກວດເບິ່ງກອງວົງຈອນປິດ ຈຶ່ງຮູ້ໄດ້ຕົວຄົນຮ້າຍທີ່ກໍ່ເຫດ. ຫຼັງຈາກນັ້ນ, ຈຶ່ງໄດ້ຕິດຕາມກັກຕົວຜູ້ຖືກຫາຊື່ ທ້າວ ສົມສະໜຸກ ຫຼື ຕານ້ອຍ ອາຍຸ 28 ປີ ຢູ່ບ້ານຊໍາເຄ້ ເມືອງໄຊເສດຖາ ແລະ ທ້າວ ສິດທິພອນ ຫຼື ເປ້ ອາຍຸ 20 ປີ ຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ພາຍຫຼັງສອບສວນຂະຫຍາຍຜົນ ມາຮອດວັນທີ 23 ພະຈິກ 2017 ຈຶ່ງສາມາດກັກຕົວຜູ້ຮ່ວມຂະບວນການອີກ 5 ຄົນ ຊື່ທ້າວ ອຸໄລວັນ ຫຼື ອຸ ອາຍຸ 35 ປີ ແລະ ທ້າວ ສີພອນ ຫຼື ຕ່າມ ອາຍຸ 27 ປີ ທັງສອງຢູ່ບ້ານໂນນສະຫວ່າງ, ທ້າວ ວິໄລພອນ ຫຼື ມືດ ອາຍຸ 26 ປີ ຢູ່ບ້ານວັງຊາຍ, ທ້າວ ແສງອາລຸນ ຫຼື ດ່ອນ ອາຍຸ 37 ປີ ຢູ່ບ້ານອາມອນ ທັງ 4 ຄົນ ຢູ່ເມືອງໄຊເສດຖາ ແລະ ທ້າວ ພົນສະວັດ ຫຼື ຕູ່ ອາຍຸ 29 ປີ ຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ຜ່ານການສອບສວນຂະຫຍາຍຜົນ ພວກກ່ຽວທັງ 7 ໄດ້ສາລະພາບວ່າ: ໃນໄລຍະປີ 2015 ພວກກ່ຽວໄດ້ຮູ້ຈັກກັນໃນໄລຍະຖືກປະຕິບັດໂທດໃນຄ້າຍຄຸມຂັງ ເມືອງໄຊເສດຖາ ໃນຂໍ້ຫາລັກຊັບຂອງພົນລະເມືອງ. ມາຮອດປີ 2016 ພວກກ່ຽວໄດ້ຖືກປ່ອຍຕົວອອກມາກໍ່ມີການຕິດຕໍ່ພົວພັນກັນ ແລະ ຮ່ວມກັນເສບຢາເສບຕິດ. ມື້ໃດບໍ່ມີເງິນໄປຊື້ຢາບ້າມາເສບ ແລະ ໄປຫຼິ້ນເກມ ກໍຈະຊັກຊວນກັນເຄື່ອນໄຫວລັກຊັບຂອງພົນລະເມືອງ ໂດຍນໍາໃຊ້ລົດໃຫຍ່ເປັນພາຫະນະເຄື່ອນໄຫວ ຄື: ເດືອນພະຈິກ ປີ 2017 ພວກກ່ຽວໄດ້ຮ່ວມກັນນໍາໃຊ້ລົດກະບະເດຫັນ ສີຂາວ ໝາຍເລກ ທະບຽນ ກດ 1887 ໄປງັດຮ້ານຂາຍເຄື່ອງຢູ່ເຂດບ້ານໂນນຫວາຍ ເມືອງໄຊເສດຖາ ໄດ້ເບຍປ໋ອງ ຈໍານວນ 5 ແກັດ ແລະ ຢາສູບ. ອາທິດຕໍ່ມາໄດ້ຮ່ວມກັນນໍາໃຊ້ລົດໃຫຍ່ໄປງັດຮ້ານຂາຍເຄື່ອງ ຢູ່ເຂດບ້ານໄຊສະຫວ່າງ ໄດ້ເບຍປ໋ອງ 12 ແກັດ, ເງິນ 5.000.000 ກີບ. ມາໃນເດືອນພະຈິກ 2017 ພວກກ່ຽວໄດ້ຮ່ວມກັນໄປງັດເຮືອນຢູ່ເຂດບ້ານໂນນສະຫວ່າງ ເມືອງໄຊເສດຖາ ໄດ້ຄອມພິວເຕີຕັ້ງໂຕະ ຈໍານວນ 1 ຊຸດ, ກິຕ້າ 2 ເຄື່ອງ, ໜ້າຈໍກ້ອງວົງຈອນປິດ 1 ໜ່ວຍ, ກອງຕີ ( ເຄື່ອງສຽງ ) 1 ຊຸດ ແລະ ເຄື່ອງມີຄ່າອີກຈໍານວນໜຶ່ງ.

ຮອດວັນທີ 20 ພະຈິກ 2017, ພວກກ່ຽວໄດ້ຮ່ວມກັນໄປງັດເຮືອນຢູ່ເຂດບ້ານໂນນສະຫງ່າ ອີກ ໄດ້ເຕົາໄມໂຄເວັບ 1 ອັນ, ລົດຖີບ 1 ຄັນ, ເຄື່ອງອົບອາຍນໍ້າຜົມ 1 ອັນ ແລະ ເຄື່ອງອື່ນໆຈໍານວນໜຶ່ງ ພາຍຫຼັງລັກໄປແລ້ວກໍນໍາໄປຊຸກເຊື່ອງຈໍານວນໜຶ່ງ ອີກຈໍານວນໜຶ່ງກໍນໍາໄປຂາຍ ແລະ ເອົາເງິນໄປຊື້ຢາບ້າມາເສບຮ່ວມກັນ. ຈາກນັ້ນ, ມາວັນທີ 21 ພະຈິກ 2017 ໄດ້ຖືກເຈົ້າໜ້າທີ່ກັກຕົວ ພ້ອມກັບເກັບກູ້ຂອງກາງໄດ້ຈໍານວນໜຶ່ງມາເກັບຮັກສາໄວ້ກ່ອນມອບຄືນໃຫ້ເຈົ້າຂອງເດີມ.