ປີ 2017 ທົ່ວປະເທດມີອັກຄີໄພເກີດຂຶ້ນທັງໝົດເກືອບ 200 ຄັ້ງ ສ້າງຄວາມເສຍຫາຍ 1.000 ຕື້ກວ່າກີບ ທຽບໃສ່ປີຜ່ານມາ ແມ່ນເພີມຂຶ້ນ 35 ຄັ້ງ ສ່ວນຫຼາຍແມ່ນເກີດຈາກໄຟ້ຟ້າລັດວົງຈອນ, ເກີດຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ແລະ ມີ 2 ແຂວງ ບໍ່ເກີດອັກຄີໄຟ.

ເຈົ້າໜ້າທີ່ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີຜ່ານມາ, ໃນຂອບເຂດທົ່ວປະເທດ ມີອັກຄີໄພເກີດຂຶ້ນທັງໝົດ 175 ຄັ້ງ ທີ່ມີມູນຄ່າເສຍຫາຍ 1.064 ຕື້ກວ່າກີບ. ໃນນີ້, ໄຟໄໝ້ເຮືອນ 186 ຫຼັງ ເຮືອນຖືກລວກ 23 ຫຼັງ, ເຮືອນຕູບ 2 ຫຼັງ, ກຸດຕິວັດ 4 ຫຼັງ, ຕະຫຼາດ 4 ແຫ່ງ, ຮ້ານຂາຍເຄື່ອງ 58 ຮ້ານ, ໂຮງງານ 2 ຫຼັງ, ຫ້ອງການ 1 ຫ້ອງ, ຫ້ອງນອນ 3 ຫ້ອງ, ເຮືອນຄົວ 1 ຫຼັງ, ຮ້ານອາຫານ 4 ຮ້ານ ກັບ 1 ຫ້ອງ, ໂຮງສີເຂົ້າ 2 ຫຼັງ, ກະລາລົດ 1 ຫຼັງ, ລົດສະແຕ໊ກ 4 ຄັນ, ລົດເມ 2 ຄັນ, ລົດໃຫຍ່ 7 ຄັນ, ລົດຈັກ 9 ຄັນ, ລົດຖີບ 2 ຄັນ, ລົດໄຖນາ 1 ຄັນ, ເຕົາອົບ 6 ເຕົາ, ໝາກເດືອຍ 20 ໂຕນ, ສາລີ 14 ໂຕນ, ໂຮງອົບໄມ້ 1 ຫຼັງ, ສາງເຄື່ອງ 1 ຫຼັງ, ສາງເກັບມ້ຽນສາລີ 1 ຫຼັງ, ສູນການຄ້າ 1 ແຫ່ງ ມີ 430 ຫ້ອງ, ຮ້ານແປງລົດ ແລະ ຮ້ານຕັດຍິບ 1 ຮ້ານ, ໄມ້ທ່ອນ 200 ແມັດກ້ອນ, ໄມ້ສັກ 9 ຄິວ, ໄມ້ແປຮູບ 40 ແຜ່ນ, ໄມ້ສຳເລັດຮູບ 60 ແມັດກ້ອນ, ນໍ້າມັນ 39,000 ລິດ, ແອ 1 ໜ່ວຍ, ຈັກຊັກເຄື່ອງ 1 ໜ່ວຍ, ຈັກດູດນໍ້າ 1 ໜ່ວຍ, ເຮືອນພັກ 3 ຫ້ອງ, ຫ້ອງແຖວ 1 ຫ້ອງ, ສ່ວນຢາງພາລາ 3 ໄລ່, ຫົວອາຫານໝູ 36 ເປົາ, ເຂົ້າເປືອກ 6 ເປົາ. ສາເຫດຍ້ອນໄຟ້ຟ້າລັດວົງຈອນ 65 ຄັ້ງ ເພາະອຸປະກອບນຳໃຊ້ໄຟ້ຟ້າມີຄວາມເກົ່າແກ່ ແລະ ໝົດອາຍຸການໃຊ້ການ ທີ່ຜູ້ໃຊ້ງານບໍ່ມີການກວດກາ ແລະ ປ່ຽນຖ່າຍ, ເລີນເລີ້ຂາດຄວາມຮັບຜິດຊອບ 22 ຄັ້ງ, ຄົນຈູດ 26 ຄັ້ງ, ໄຕ້ທູບທຽນບູຊາ 14 ຄັ້ງ, ດັງໄຟແຕ່ງກິນ 14 ຄັ້ງ ຍັງຢູ່ໃນການສືບສວນ 24 ຄັ້ງ ແລະ ບໍ່ຮູ້ສາເຫດ 10 ຄັ້ງ, ຜົນເສຍທີ່ສາມາດສະຫຼຸບໄດ້ ປະກອບມີ: ຄົນເສຍຊີວິດຈຳນວນ 8 ຄົນ ແລະ ບາດເຈັບ 12 ຄົນ.

ສຳລັບແຂວງທີ່ເກີດອັກຄີໄພຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ເກີດຂຶ້ນຈຳນວນ 52 ຄັ້ງ. ໃນນີ້, ເກີດຈາກໄຟ້ຟ້າລັດວົງຈອນ 18 ຄັ້ງ, ໃຊ້ໄຟຟ້າເກີນຂອບເຂດ 1 ຄັ້ງ, ບໍ່ຮູ້ສາເຫດ 9 ຄັ້ງ, ຢູ່ໃນການສືບສວນ 12 ຄັ້ງ, ໄຕ້ທູບທຽນບູຊາ 6 ຄັ້ງ, ຈູດຂີ້ເຫຍື້ອລາມໃສ່ 5 ຄັ້ງ, ຜິດພາດດ້ານເຕັກນິກ 1 ຄັ້ງ ແລະ ມີມູນຄ່າເສຍຫາຍທັງໝົດ 386 ຕື້ 306.900.000 ກີບ.

ແຂວງສະວັນນະເຂດ ມີອັກຄີໄພເກີດຂຶ້ນ 26 ຄັ້ງ ປະກອບມີ ຄົນຈູດ 4 ຄັ້ງ, ດັງໄຟແຕ່ງກິນ 4 ຄັ້ງ, ໄຟ້ຟ້າລັດວົງຈອນ 12 ຄັ້ງ, ໄຕ້ທູບທຽນບູຊາ 1 ຄັ້ງ, ບໍ່ຮູ້ສາເຫດ 2 ຄັ້ງ, ຍັງຢູ່ໃນການສືບສວນ 3 ຄັ້ງ ແລະ ຈູດເອງ 1 ຄັ້ງ ມີມູນຄ່າເສຍຫາຍ 3 ຕື້ 995.000.000 ກີບ.

ແຂວງບໍລິຄຳໄຊ ມີອັກຄີໄພເກີດຂຶ້ນ 12 ຄັ້ງ ມີມູນຄ່າເສຍຫາຍ 2 ຕື້ 186.000.000 ກີບ ປະກອບມີ ມົ້ວສຸມຢາເສບຕິດແລ້ວຈູດ 1 ຄັ້ງ, ຄົນຈູດ 3 ຄັ້ງ, ໄຕ້ທູບທຽນບູຊາ 2 ຄັ້ງ, ໄຟຟ້າລັດວົງຈອນ 3 ຄັ້ງ, ຂາດສະຕີ, ຢາຂ້າມອດລະເບີດ, ບໍ່ຮູ້ສາເຫດຢ່າງລະ 1 ຄັ້ງ.

ແຂວງຫຼວງພະບາງ ເກີດອັກຄີໄພຈຳນວນ 12 ຄັ້ງ ປະກອບມີ ໄຟຟ້າລັດວົງຈອນ, ປະຊາຊົນຈູດປ່າ, ດັງໄຟແຕ່ງກິນຢ່າງລະ 2 ຄັ້ງ, ຍັງຢູ່ໃນການສືບສວນ 6 ຄັ້ງ ລວມມູນຄ່າເສຍຫາຍ 826.750.000 ກີບ.

ແຂວງອຸດົມໄຊ ເກີດຂຶ້ນ 11 ຄັ້ງ ເສຍຫາຍ 17 ຕື້ 193.000.000 ກີບ ເກີດຈາກໄຟຟ້າລັດວົງຈອນ 2 ຄັ້ງ, ໄຕ້ທູບທຽນບູຊາ 1 ຄັ້ງ, ດັງໄຟປະໄວ້, ດັງໄຟແຕ່ງກິນ, ດັງໄຟເກີນຂອບເຂດຢ່າງລະ 2 ຄັ້ງ ແລະ ຍັງຢູ່ໃນການສືບສວນ 2 ຄັ້ງ.

ແຂວງສາລະວັນ ເກີດຂຶ້ນ 10 ຄັ້ງ ເສຍຫາຍ 2 ຕື້ 327.000.000 ກີບ ສາເຫດທີ່ພາໃຫ້ເກີດປະກອບມີ ຄົນຈູດ 4 ຄັ້ງ, ໄຟຟ້າລັດວົງຈອນ 4 ຄັ້ງ, ເລີນເລີ້ຂາດສະຕິ 1 ຄັ້ງ ແລະ ຈູດເອງ 1 ຄັ້ງ.

ແຂວງໄຊຍະບູລີ ເກີດອັກຄີໄພ 10 ຄັ້ງ ປະກອບມີ ໄຟຟ້າລັດວົງຈອນ 5 ຄັ້ງ, ຜິດພາດທາງດ້ານເຕັກນິກ 1 ຄັ້ງ, ໄຟໄໝ້ປ່າລາມມາໃສ່ 2 ຄັ້ງ, ເລີນເລີ້ຂາດສະຕິ 2 ຄັ້ງ ແລະ ມີມູນຄ່າເສຍຫາຍ 1 ຕື້ 953,000,000 ກີບ.

ແຂວງຈຳປາສັກ ອັກຄີໄພເກີດຂຶ້ນ 9 ຄັ້ງ ປະກອບມີ ໄຟຟ້າລັດວົງຈອນ 1 ຄັ້ງ, ຄົນຈູດ 3 ຄັ້ງ ແລະ ຍັງຢູ່ໃນການສຶບສວນ 5 ຄັ້ງ ມີມູນຄາເສຍຫາຍ 11 ຕື້ 88.000.000 ກີບ.

ແຂວງຄຳມ່ວນ ເກີດຂຶ້ນ 9 ຄັ້ງ ເສຍຫາຍ 1 ຕື້ 752.000.000 ກີບ, ປະກອບມີ ຄົນຈູດ 2 ຄັ້ງ, ຈູດເອງ 1 ຄັ້ງ, ບໍ່ຮູ້ສາເຫດ 1 ຄັ້ງ, ໄຟຟ້າລັດວົງຈອນ 2 ຄັ້ງ, ໄຕ້ທູບທຽນບູຊາ 1 ຄັ້ງ ແລະ ຢູ່ໃນການສືບສວນ 1 ຄັ້ງ.

ແຂວງເຊກອງ ເກີດຂຶ້ນ 7 ຄັ້ງ ເສຍຫາຍ 126.780.000 ກີບ, ປະກອບມີ ໄຟຟ້າລັດວົງຈອນ 3 ຄັ້ງ ແລະ ຍັງຢູ່ການສືບສວນ 4 ຄັ້ງ.

ແຂວງຊຽງຂວາງ ເກີດຂຶ້ນ 6 ຄັ້ງ ປະກອບມີ ໄຟຟ້າລັດວົງຈອນ 4 ຄັ້ງ, ດັງໄຟແຕ່ງກິນ 2 ຄັ້ງ ມີມູນຄ່າເສຍຫາຍ 1 ຕື້ 95.440.000 ກີບ.

ແຂວງຫົວພັນ ເກີດຂຶ້ນ 4 ຄັ້ງ ເສຍຫາຍ 2 ຕື້ 894.000.000 ກີບ, ປະກອບມີ ປະຊາຊົນຈູດປ່າ 1 ຄັ້ງ, ຍັງຢູ່ໃນການສືບສວນ 3 ຄັ້ງ.

ແຂວງອັດຕະປື ເກີດຂຶ້ນ 3 ຄັ້ງ ລວມມີ ໄຕ້ທູບທຽນບູຊາ 1 ຄັ້ງ, ຍັງຢູ່ໃນການສືບສວນ 1 ຄັ້ງ ແລະ ເສຍຫາຍ 1 ຕື້ 106.000.000 ກີບ.

ແຂວງຫຼວງນໍ້າທາ ເກີດອັກຄີໄພ 2 ຄັ້ງ ມູນຄ່າເສຍຫາຍ 1 ຕື້ 316.000.000 ກີບ, ເກີດຈາກໄຟຟ້າລັດວົງຈອນ ແລະ ດັງໄຟແຕ່ງກິນ.

ແຂວງບໍ່ແກ້ວ ເກີດຂຶ້ນ 2 ຄັ້ງ ຈາກໄຟຟ້າລັດວົງຈອນ ມີມູນຄ່າເສຍຫາຍ 1 ຕື້ 636.000.000 ກີບ.

ແຂວງວຽງຈັນ ເກີດຂຶ້ນ 1 ຄັ້ງ, ເສຍຫາຍ 800.040.000 ກີບ ສາເຫດຢາງລົດລະເບີດແລ້ວເກີດໄຟໄໝ້ ແລະ ມີ 2 ແຂວງ ທີ່ບໍ່ເຄີຍອັກຄີໄພ ໃນປີ 2017 ຄື ເເຂວງຜົ້ງສາລີ ແລະ ແຂວງໄຊສົມບູນ.