ໃນລະຫວ່າງວັນທີ 28 ທັນວາ 2017 ຫາ ວັນທີ 1 ມັງກອນ 2018 ທົ່ວປະເທດ ຍັງມີອຸບັດຕິເຫດເກີດຂຶ້ນ ທັງໝົດ 179 ຄັ້ງ, ພາຫະນະເປ່ເພທັງໝົດ 332 ຄັນ,  ຄົນໄດ້ຮັບບາດເຈັບທັງໝົດ 280 ຄົນ ແລະ ເສຍຊີວິດ 27 ຄົນ ຍິງ 7 ຄົນ. ໃນນີ້, ເດັ່ນກວ່າໝູ່ແຂວງອຸດົມໄຊ 5 ຄົນ, ສາເຫດພາໃຫ້ເກີດອຸບັດຕິເຫດເກີດຈາກດື່ມສິ່ງມຶນເມົາແລ້ວ ຂັບຂີ່, ຄວາມໄວ ແລະອື່ນໆ.

ພັທ ກົງສີ ສຸວັນນະຕູ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ: ໃນໄລຍະດັ່ງ ກ່າວ ເປັນໄລຍະສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ສາກົນ ປີ 2018; ສະນັ້ນ ໃນຂອບເຂດທົ່ວປະ ເທດມີການຈັດງານສະເຫຼີມສະຫຼອງຄຽງຄູ່ກັບການໃຊ້ລົດ-ໃຊ້ຖະໜົນ, ເພື່ອ ລະກັດກັ້ນບັນຫາອຸບັດຕິເຫດນັ້ນ ເຈົ້າ ໜ້າທີ່ກົມຕໍາຫຼວດຈະລາຈອນ ໄດ້ຊີ້ນໍາໃຫ້ບັນດາພະແນກຕໍາຫຼວດຈະລາຈອນແຂວງສຸມໃສ່ເຮັດໜ້າທີ່ກວດກາ, ອໍາ ນວຍຄວາມສະດວກ ແລະ ຫຼຸດຜ່ອນອຸບັດຕິເຫດ ໂດຍສຸມໃສ່ວຽກງານໂຄ ສະນາຄົງທີ່ ແລະ ເຄື່ອນທີ່, ຈັດຕັ້ງດ່ານ ກວດກາຄວາມບໍ່ເປັນລະບຽບຮຽບຮ້ອຍ, ທາດເຫຼົ້າ ແລະ ຈັບຄວາມໄວ ຢ່າງຕັ້ງໜ້າ ເພື່ອເຮັດໃຫ້ຜູ້ຂັບຂີ່ເປັນເຈົ້າ ການໃນການຫຼຸດຜ່ອນອຸບັດຕິເຫດ.

ເຖິງຈະມີການຈັດຕັ້ງປະຕິບັດຢ່າງຕັ້ງໜ້າກໍຕາມບັນຫາອຸບັດຕິເຫດຕາມ ທ້ອງຖະໜົນຍັງເກີດຂຶ້ນເປັນຈໍານວນ ຫຼວງຫຼາຍ ເຊິ່ງສາເຫດສ່ວນໃຫຍ່ແມ່ນຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນ ເຊັ່ນ: ດື່ມສິ່ງມຶນເມົາ, ຂັບຂີ່ລົດໄວ, ລ່ວງປ້າຍຫ້າມອື່ນໆ ເຮັດໃຫ້ມີຄົນເສຍຊີວິດເຖິງ 27 ຄົນ. ໃນນີ້, ເດັ່ນກວ່າໝູ່ແມ່ນແຂວງອຸດົມໄຊ 5 ຄົນ, ໄຊຍະ ບູລີ ແລະ ຈໍາປາສັກແຂວງລະ 4 ຄົນ, ວຽງຈັນ 3 ຄົນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ ແລະ ເຊກອງ ແຂວງລະ 2 ຄົນ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄໍາມ່ວນ ແລະ ສະ ຫວັນນະເຂດ ແຂວງລະ 1 ຄົນ. ທຽບໃສ່ໄລຍະດຽວກັນຂອງ ປີຜ່ານມາອຸບັດຕິເຫດ 18 ຄັ້ງ ເທົ່າກັບ 10,05%, ພາ ຫະນະເປ່ເພເພີ່ມຂຶ້ນ 17 ຄັນ ເທົ່າກັບ 81,13%, ຄົນໄດ້ ຮັບບາດເຈັບເພີ່ມຂຶ້ນ 12 ຄົນ ເທົ່າກັບ 4,28% ແລະ ຄົນ ເສຍຊີວິດເພີ່ມຂຶ້ນ 33,33%.

ເຊິ່ງເຫດການ ໃນເວລາປະມານ 22:30 ໂມງ ຂອງວັນທີ 1 ມັງກອນ  2018 ລົດເກັງຮອນດ້າ ໝາຍເລກທະບຽນ ບຂ 8164 ກຸງເທບປະເທດໄທ ຂັບຂີ່ໂດຍທ້າວ ຄິດບັນດິດ ອາຍຸ 33 ປີ  ມຸ່ງໜ້າໄປທາງບ້ານໃໝ່, ພໍຮອດຈຸດເກີດ ເຫດເຂດບ້ານນາດີ ຖະໜົນ 13 ເໜືອ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ມີລົດອີກຄັນທີ່ສວນທາງມາ ເຮັດ ໃຫ້ເຫຼື້ອມຕາລົດເສຍຫຼັກໄປຕໍາໃສ່ທ້າວ ເພັດ ອາຍຸ 55 ປີ ຢູ່ບ້ານພັດທະນາ ທີ່ກໍາລັງຈະຂ້າມທາງຖືກລາກໄກ 14 ແມັດ ເຮັດໃຫ້ເສຍຊີວິດຄາທີ່.