ຍ້ອນໄດ້ຮັບການລາຍງານຈາກປະຊາຊົນບ້ານໜອງໝາກຢາງ ເມືອງສາລະວັນ ເຈົ້າໜ້າທີ່ຕໍາຫຼວດຈິ່ງສາມາດຕິດ ຕາມຈັບຕົວຄົນຮ້າຍທີ່ກໍ່ເຫດງັດແງະເຮືອນປະຊາຊົນຢູ່ບ້ານໂພນແກ້ວ ເມືອງສາລະວັນ ໃນກາງເດືອນພະຈິກ 2017 ເຄື່ອງທີ່ເສຍຫາຍ ມີຄອມພິວເຕີໂນ໋ດບຸກ 1 ເຄື່ອງ ແລະ ໂທລະພາບ 1 ໜ່ວຍ ໃນຄະນະທີ່ຄົນຮ້າຍກໍາລັງເລາະຈ່າວ ຂາຍໂທລະພາບໃຫ້ກັບປະຊາຊົນ. ຈາກນັ້ນ, ເຈົ້າໜ້າທີ່ຈິ່ງເຂົ້າຈັບຕົວໄດ້ໃນທ້າຍເດືອນພະຈິກ 2017 ເຊິ່ງເປັນຄົນ ບ້ານດຽວກັນ.

ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ເມືອງສາລະວັນ ແຂວງສາລະວັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບ ແຈ້ງຄວາມຈາກຜູ້ຖືກເສຍຫາຍຢູ່ບ້ານໂພນແກ້ວ ເມືອງສາລະວັນ ວ່າ: ໃນວັນທີ  15 ພະຈິກ 2017   ມີຄົນຮ້າຍບໍ່ ຮູ້ຈໍານວນ ງັດແງະເຂົ້າເຮືອນ ເຊິ່ງໃນໃນເຮືອນມີເຄື່ອງເສຍຫາຍ ມີມອບຄອມພິວເຕີນ໋ອດບຸກ 1 ເຄື່ອງ ແລະ ໂທລະ ພາບສີທີ່ມີຂະໜາດ 43 ນິ້ວ 1 ໜ່ວຍໜີໄປ. ຈາກນັ້ນ, ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງ ໄດ້ກວດກາສະ ຖານທີ່ເກີດເຫດເຮືອນຫຼັງດັ່ງກ່າວ ຈິ່ງພົບເຫັນປະຕູດ້ານເຮືອນຄົວ ຊຖືກງັດແງະ ພ້ອມທັງຂຶ້ນເປົ້າໝາຍຕິດຕາມ ແລະ ຂໍຄວາມຊ່ວຍເຫຼືອກັບປະຊາຊົນ ພາຍໃນບ້ານ ແລະ ບ້ານໄກ້ຄຽງ ໃຫ້ລາຍງານຖ້າມີບຸກຄົນໃດ ເຄື່ອນໄຫວຈ່າວ ຂາຍໂທລະພາບ ແລະ ຄອມພີວເຕີໃຫ້ແຈ້ງຕໍ່ເຈົ້າໜ້າທີ່ຕໍາຫຼວດ. ຜ່ານການຕິດຕາມໄດ້ 9 ວັນ ຈິ່ງໄດ້ຮັບການລາຍ ງານຈາກປະຊາຊົນ ບ້ານໜອງໝາກຢາງ ເມືອງສາລະວັນ ວ່າ: ມີຊາຍໜຸ່ມໄວປະມານຊາວກວ່າປີ  ຜິວເນື້ອດໍາແດງ ເລາະຈ່າວຂາຍຄອມພິວເຕິນ໋ອດບຸກ ແລະ    ໂທລະພາບດ້ວຍລາຄາຖືກໃຫ້ກັບປະຊາຊົນ. ຈາກນັ້ນ, ເຈົ້າໜ້າທີ່ຕໍາ ຫຼວດ ຈິ່ງເຂົ້າໄປກວດສອບແຫຼງຂ່າວ ຈິງສືບຮູ້ຕົວຄົນຮ້າຍ. ມາວັນທີ 24 ພະຈິກ 2017 ຈິ່ງເຂົ້າຈັບຕົວຕົວໄດ້ ຊື່ ທ້າວ ແກ້ວມຸກດາ ຫຼື (ສັ້ນ) ອາຍຸ 20 ປີ ປະຊາຊົນ ບ້ານວັດກາງ ເມືອງສາລະວັນ ແຂວງສາລະວັນໄປດໍາເນີນການ ສອບສວນ.

ຜ່ານການສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ:  ໃນວັນທີ 15 ພະຈິກ 2017 ຜູ້ກ່ຽວໄດ້ຍ່າງລຽບໄປຕາມເຂດ ກຳແພງໂຮງໝໍແຂວງ ແລະ  ສັງເກດເຫັນເຮືອນຫຼັງໜຶ່ງບໍ່ມີຄົນຢູ່ ກໍ່ເລີຍອາໄສຈັງຫວະດັ່ງກ່າວ ຢ່າງລຽບໄປທາງ ດ້ານເຮືອນຄົວ ເຫັນເຫຼັກແປທີ່ວາງໄວ້ຢູ່ຂ້າງເຮືອນ ຈິ່ງຈັບເອົາຂຶ້ນມາງັດແງະປະຕູເຂົ້າໄປໃນເຮືອນ ກວດຄົນຫາຊັບ ສິນ ແລະ ຄໍາແຕ່ບໍ່ມີ,  ຈິ່ງໄດ້ອູ້ມ ເອົາຄອມພິວເຕີໂນ໋ດບຸກ ແລະ ໂທລະພາບອອກໄປເຊື່ອງໄວ້ຢູ່ປ່າແຄມທົ່ງນາ ບ້ານໂພນແກ້ວ.

ຮອດຕອນຄໍ່າມື້ດຽວກັນ ຜູ້ກ່ຽວເຄື່ອນຍ້າຍໂນດບຸກ ແລະ ໂທລະພາບທີ່ລັກມາເຊື່ອງໄວ້ຢູ່ເຮືອນຜູ້ກ່ຽວ. ຮອດວັນທີ 23 ພະຈິກ 2017 ຜູ້ກ່ຽວຈິ່ງເອົາໄປຈ່າວຂາຍໃຫ້ປະຊາຊົນ ຢູ່ບ້ານໜອງໝາກຢາງ ເມືອງສາລະວັນ ລາຄາ 750.000 ກີບ. ສ່ວນຄອມພິວເຕີໂນ໋ດບຸກແມ່ນເອົາໄປຊວດຈໍາ ໃນລາຄາ 350.000 ກີບ, ເມື່ອໄດ້ເງິນມາແລ້ວ ຜູ້ກ່ຽວໄປຫຼິ້ນໄພ້ ແລະ ຊື້ຢາບ້າມາເສບກັບໝູ່ເພື່ອນຈົນແຈ້ງ. ຮຸ່ງເຊົ້າວັນຕໍ່ມາ ກໍ່ຖືກເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງສາລະວັນກັກຕົວ, ພ້ອມທັງເກັບກູ້ຂອງກາງທີ່ຜູ້ກ່ຽວເອາໄປຈໍາ ແລະ ຂາຍຄືນ.

ມາຮອດວັນທີ 14 ທັນວາ 2017 ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງສາລະວັນ ແຂວງສາລະວັນ ໄດ້ມອບ ຄອມພິວເຕີນ໋ອດບຸກຍີ່ຫໍ້ັ ASUS 1 ເຄື່ອງ ແລະ ໂທລະພາບສີທີ່ມີຂະໜາດ 43 ນິ້ວ 1 ໜ່ວຍ ຄືນໃຫ້ເຈົ້າຂອງ ຊັບເດີມ, ໂດຍການກ່າວມອບຂອງ ຮອ ຫວັດມະນີ ນ້ອຍສີແສງ ຮອງພະແນກຕໍາຫຼວດ ປກສ ເມືອງສາລະວັນ.