ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີຂອງທ້າວ ແອນ້ອຍ ຫຼື ລັ່ງ ອາຍຸ 30 ປີ ຢູ່ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ກັກຕົວໄດ້ໃນເມື່ອວັນທີ 28 ມິຖຸນາ 2017 ຂຶ້ນພິຈາລະນາຕັດສິນ ໃນວັນທີ 3 ມັງກອນຜ່ານມາ ເພື່ອລົງໂທດຕາມລະບຽບກົດໝາຍ.

ໃນສຳນວນຄະດີເລກທີ 1018/ອຍກ.ນວ, ລົງວັນທີ 26 ຕຸລາ 2017 ບັນທຶກໄວ້ວ່າ: ໃນວັນທີ 28 ມິຖຸນາ ແລະ 5 ກໍລະກົດ ຈຳເລີຍສາລະພາບກັບເຈົ້າໜ້າທີ່ວ່າ: ໄດ້ເລີ່ມເສບຢາບ້າແຕ່ປີ 2011 ເປັນຕົ້າມາ ແລະ ມາປີ 2015 ກໍ່ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດ; ຢາບ້າທີ່ນໍາມາຂາຍແມ່ນຊື້ນໍາທ້າວ ແຫວງ ຢູ່ບ້ານໜອງດອງໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຫຼາຍຄັ້ງ, ຄັ້ງລະ 40-50 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາໄປຂາຍໃຫ້ກັບໄວລຸ້ມກຸ່ມເສບຢາບ້າຢູ່ເຂດຮ້ານເກມບ້ານດົງນາໂຊກ, ບ້ານນາຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ມາວັນທີ 28 ມິຖຸນາ 2017, ທ້າວ ແອນ້ອຍ ໄດ້ໄປຊື້ຢາບ້ານໍາທ້າວ ແຫວງ ຈໍານວນ 130 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາມາເສບເອງ 1 ເມັດ ຍັງເຫຼືອ 129 ເມັດ; ຈາກນັ້ນ, ເວລາຕໍ່ມາໄດ້ຖືກເຈົ້າໜ້າທີ່ກັກຕົວ ມາດໍາເນີນຄະດີ ພ້ອມຂອງກາງຢາບ້າດັ່ງກ່າວ.

ຜ່ານການໄຕສ່ວນໃນຫ້ອງປະຊຸມສານ ແລະ ຄົ້ນຄວ້າສໍານວນຄະດີຢ່າງລະອຽດຖີ່ຖ້ວນແລ້ວ ຈຶ່ງໄດ້ລົງຄຳເຫັນວ່າ: ທ້າວ ແອນ້ອຍ ເປັນບຸກຄົນທີ່ມີສະຕິສົມບູນດີ ແລະ ຮູ້ໄດ້ເຖິງຜົນກະທົບທີ່ຕາມມາ ແຕ່ຍັງກະທໍາລົງໄປໂດຍເຈດຕະນາ. ດັ່ງນັ້ນ, ຈຶ່ງເຫັນຄວນລົງໂທດໃສ່ຈໍາເລີຍ ໂດຍການຕັດອິດສະຫຼະພາບ 5 ປີ ພ້ອມທັງປັບໃໝ່ 10 ລ້ານກີບ ໃນສະຖານຄ້າຂາຍຢາເສບຕິດ ຕາມມາດຕາ 146 ຂໍ້ 2 ວັນ 1 ຂອງກົດໝາຍອາຍາ.

ໃນໂອກາດດຽວກັນ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຍັງໄດ້ຕັດສິນນາງ ໄທ ອາຍຸ 33 ປີ ຢູ່ບ້ານອ່າງໃຫຍ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ທີ່ຖືກກັກຕົວໃນຄັ້ງວັນທີ 1 ພຶດສະພາ 2017 ໃນສະຖານຄ້າຂາຍຢາເສບຕິດ ຈໍາຄຸກ 5 ປີ ປັບໃໝ 10.000.000 ກີບ ຕາມມາດຕາ 146 ຂອງກົດໝາຍອາຍາ.