ກອງບັນຊາການປ້ອງກັນເຄື່ອນທີ່, ກົມກວດກາ-ກວດການ ແລະ ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ກະຊວງ ປກສ ໄດ້ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X, ເອກະສານການສົ່ງເສີມວິຫາສະກິດຂະໜາດນ້ອຍ-ກາງ ແລະ ເອກະສານວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ ໃຫ້ຄູ-ອາຈານ, ພະນັກງານ-ນັກຮົບ ຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງ ໃນວັນທີ 4 ມັງກອນ 2018 ໂດຍການເຜີຍແຜ່ຂອງແຕ່ລະພາກສ່ວນມີ ພົຈວ ຈັນສະແຫວງ ທິບຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ພົຈວ ດວງປີ ດາມະນີວົງ ຫົວໜ້າກົມກວດກາ-ກວດການ ແລະ ພົຈວ ປອ ວັນເຮືອງ ນັນທະຈັກ ອໍານວຍການວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ.

ທັງ 3 ທ່ານໄດ້ກ່າວວ່າ: ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໄດ້ດໍາເນີນຢ່າງເປັນທາງການແຕ່ວັນທີ 11-21 ກັນຍາ 2017 ເຊິ່ງກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງເປັນເອກະພາບຮັບຮອງເອົາບັນດາເນື້ອໃນຕົ້ນຕໍທີ່ສໍາຄັນ ຄື: ການຕີລາຄາຜົນຂອງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ ຄັ້ງທີ 4 ສະໄໝທີ X ຂອງພັກ; ໃນນັ້ນ, ລວມມີວຽກງານຂົງເຂດເສດຖະກິດ, ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດວັດທະນະທໍາ-ສັງຄົມ, ຂົງເຂດວຽກງານການຕ່າງປະເທດ, ວຽກງານການປັບປຸງບູລະນະກົງຈັກການຈັດຕັ້ງລັດ, ວຽກງານແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂອງພັກ, ວຽກງານບັ້ນດໍາເນີນຊີວິດການການເມືອງ ປັບປຸງປົວແປງທົ່ວພັກ ແລະ ຂົງເຂດແນວຄິດ-ວັດທະນະທໍາ. ນອກນັ້ນ, ກອງປະຊຸມຍັງໄດ້ກໍານົດທິດທາງລວມ ແລະ ໜ້າທີ່ຈຸດສຸມໃນຕໍ່ໜ້າ ໂດຍສະເພາະແມ່ນການສຸມໃສ່ສ້າງການຫັນປ່ຽນອັນແຂງແຮງຢູ່ພາຍໃນພັກ ຕິດພັນກັບການຜັນຂະຫຍາຍຜົນຂອງບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງທົ່ວພັກ, ແນໃສ່ສ້າງພັກໃຫ້ປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງ, ເປັນປັດໄຈຄໍ້າປະກັນພາລະກິດປ່ຽນແປງໃໝ່ໃຫ້ດໍາເນີນໄປຖືກທິດ ແລະ ສອດຄ່ອງກັບເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ນໍາພາພັດທະນາເສດຖະກິດ-ສັງຄົມ ໂດຍສູ້ຊົນຈັດຕັ້ງບັນດາຄາດໝາຍເສດຖະກິດມະຫາພາກ ແລະ ການເຕີບໂຕຂອງ GDP ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ສ້າງປັບປຸງ ແລະ ປະຕິບັດນະໂຍບາຍອັນຈໍາເປັນ ເພື່ອຂຸດຄົ້ນ ແລະ ພັດທະນາທ່າແຮງຂອງປະເທດຊາດ ກໍຄືສ້າງຄວາມເຂັ້ມແຂງໃຫ້ເສດຖະກິດແຫ່ງຊາດໃນເງື່ອນໄຂການເຊື່ອມໂຍງພາກພື້ນ ແລະ ສາກົນ.

ມະຕິ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ: ປະເທດລາວເປັນປະເທດທີ່ມີຜືນແຜ່ນດິນກວ້າງຂວາງ ແລະ ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ຊຶ່ງເປັນທ່າແຮງບົ່ມຊ້ອນຂອງຊາດທີ່ສາມາດກາຍເປັນທຶນຮອນອັນມະຫາສານ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ຍ້ອນພັກເຮົາມີແນວທາງອັນຖືກຕ້ອງ ໄດ້ເຮັດໃຫ້ປະຊາຊົນລາວບັນດາເຜົ່າມີຄວາມຕື່ນຕົວເປັນເຈົ້າການຕໍ່ທຸກຕອນດິນ, ພ້ອມກັນປົກປັກຮັກສາ ແລະ ພັດທະນານັບມື້ນັບຫຼາຍຂຶ້ນ ຊຶ່ງໄດ້ນໍາເອົາຜົນປະໂຫຍດມາໃຫ້ຄອບຄົວ ແລະ ປະທດຊາດ. ຄຽງຄູ່ກັນນັ້ນ, ການຄຸ້ມຄອງ ແລະ ນໍາໃຊ້ທີ່ດິນ ກໍຍັງມີຫຼາຍບັນຫາຫຍໍ້ທໍ້ທີ່ເກີດຂຶ້ນ ແລະ ບໍ່ທັນໄດ້ຮັບການແກ້ໄຂຢ່າງຂາດຕົວ ເຊັ່ນ: ການຫັນປ່ຽນປະເພດທີ່ດິນຍັງບໍ່ທັນປະຕິບັດຕາມກົດໝາຍຢ່າງເຂັ້ມງວດ, ການຕົກລົງແບ່ງປັນທີ່ດິນຂອງລັດໃຫ້ບຸກຄົນຖືສິດນໍາໃຊ້ຂາດຕົວທີ່ບໍ່ຖືກຕ້ອງຕາມກົດໝາຍເກີດຂຶ້ນຫຼາຍ, ການຫັນທີ່ດິນເປັນທຶນຍັງບໍ່ທັນມີນິຕິກໍາລະອຽດ ແລະ ບັນຫາອື່ນໆ ຊຶ່ງເຮັດໃຫ້ລັດ ແລະ ປະຊາຊົນບໍ່ທັນໄດ້ຮັບຜົນປະໂຫຍດຕົວຈິງເທົ່າທີ່ຄວນ.

ເອກະສານການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ: ນັບແຕ່ພັກເຮົາໄດ້ມີນະໂຍບາຍເປີດກວ້າງ ຫຼາຍພາກສ່ວນເສດຖະກິດທີ່ເຄື່ອນໄຫວຕາມກົນໄກເສດຖະກິດຕະຫຼາດທີ່ມີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ວິສາຫະກິດຂອງພາກສ່ວນເສດຖະກິດຕ່າງໆໄດ້ດໍາເນີນຂຶ້ນ ແລະ ເຄື່ອນໄຫວໃນລະບົບເສດຖະກິດຂອງພວກເຮົາ ພາຍໃຕ້ການດັດສົມຂອງກົດໝາຍຕ່າງໆ ເປັນຕົ້ນແມ່ນກົດໝາຍ ວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ດໍາລັດຂອງລັດຖະບານ ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ໃນການຊຸກຍູ້ການສົ່ງເສີມເສດຖະກິດເອກະຊົນ ແລະ ເສດຖະກິດຮ່ວມມືຂອງປະຊາຊົນ ຄື: ບົດບາດຂອງວິສະຫະກິດຂະໜາດນ້ອຍ ແລະ ກາງ, ຄວາມໝາຍຄວາມສໍາຄັນຂອງການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ການສົ່ງເສີມວິຫາສະກິດຂະໜາດນ້ອຍ ແລະ ກາງ, ຄວາມເປັນມາ ແລະ ຜົນສໍາເລັດການຈັດຕັ້ງປະຕິບັດນະໂຍບາຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງໃນຕໍ່ໜ້າ.