ຜູ້ທີ່ພົວພັນຄ້າຂາຍຢາເສບຕິດ ສິ່ງທີ່ປັດສະຈາກບໍ່ໄດ້ກໍຄືພັກພວກ, ເພາະການເຄື່ອນໄຫວຊື້-ຂາຍ ແລະ ເຄື່ອນຍ້າຍ ສິ່ງເສບຕິດ ແມ່ນບໍ່ສາມາດເຮັດໄດ້ຢ່າງໂດດດ່ຽວ; ເຊິ່ງມັນເປັນລະບົບຕ່ອງໂສ້ ກໍລະນີເຈົ້າໜ້າທີ່ຕໍາ ຫຼວດຕິດຕາມ ຈັບຕົວໄດ້ສ່ວນຫຼາຍ ກໍຈະເປີດເຜີຍຄວາມລັບກ່ຽວກັບເຄືອຄ່າຍດຽວກັນ. ດັ່ງຄະດີໃນທ້າຍເດືອນທັນວາ 2017, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງ ໄຊຍະບູລີ ໄດ້ເຂົ້າຈັບຕົວ ເປົ້າໝາຍຄ້າຂາຍຢາເສບຕິດຢູ່ບ້ານແສງຈະເລີນ ເມືອງພຽງ ໄດ້ 1 ຄົນ ຜົນການສອບສວນ ຈຶ່ງເຜີຍຄວາມລັບ ວ່າ: ໄດ້ຮ່ວມກັບໝູ່ຈໍາໜ່າຍຢາເສບຕິດເຂດບ້ານໃກ້ຄຽງ ແລະ ເມືອງ ໃຫ້ກັບໄວ້ລຸ້ນທີ່ພົວພັນກັບຢາເສບຕິດ.

ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ປກສ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 18 ທັນ ວາ 2017, ໄດ້ຈັດກໍາລັງວິຊາ ສະເພາະສົມທົບກັບເຈົ້າໜ້າທີ່ປະຈໍາຢູ່ໂຄງການເຂື່ອນໄຟຟ້ານໍ້າຂອງ ແຂວງໄຊຍະບູລີ ໄດ້ເຂົ້າກັກຕົວເປົ້າໝາຍຄ້າ -ຂາຍຢາເສບຕິດ ປະເພດຢາບ້າ ໄດ້ 1 ຄົນ ຊື່ທ້າວ ຍົງສິດ ອາຍຸ 42 ປີ ປະຊາ ຊົນຢູ່ບ້ານແສງຈະເລີນ ເມືອງພຽງ ແຂວງໄຊຍະບູລີ ຢຶດຢາເສບຕິດ ປະເພດຢາບ້າໄດ້ ຈໍານວນ 360 ເມັດ, ເງິນກີບ 586.000 ກີບ, ສາຍຄໍສີເຫຼືອງ ຄ້າຍຄືຄໍາ 1 ເສັ້ນ ນ້ຳໜັກ 2 ສະຫຼຶງ ແລະ ໂທລະສັບ 2 ເຄື່ອງ ມາສືບ ສວນ-ສອບສວນ; ໂດຍຜູ້ກ່ຽວໄດ້ຊັດທອດ ຫາຜູ້ຮ່ວມຂະບວນການດຽວກັນ ເຊິ່ງຢາເສບ ຕິດທີ່ນຳມາຂາຍແຕ່ລະຄັ້ງແມ່ນໄປຊື້ເອົານໍາທ້າວ ເກົາຫັນ ອາຍຸ 25 ປີ ປະຊາຊົນຢູ່ບ້ານ ປ່າໄຜ່ ເມືອງນານ ແຂວງຫຼວງພະບາງ.

ຕໍ່ມາ, ໃນວັນທີ 19 ທັນວາ 2017 ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ໄຊຍະບູລີ ຈຶ່ງໄດ້ປະສານກັບ ປກສ ເມືອງນານ ເຂົ້າຈັບຕົວທ້າວ ເກົາຫັນ ຢູ່ເຮືອນຜູ້ກ່ຽວກວດຄົ້ນພົບ ຢາບ້າຈໍານວນ 800 ເມັດ, ເງິນກີບ ຈໍານວນ 540.000 ກີບ, ໂທລະສັບ 2 ເຄື່ອງ, ລົດຈັກ ເວບ 110 ໄອ 1 ຄັນ.