ໃນປີ 2017 ຜ່ານມາ, ສະພາບການສັນຈອນ ນະຄອນຫຼວງວຽງຈັນ ( ນວ) ເຫັນວ່າມີລັກສະນະສັບສົນໃນການສັນ ຈອນ ໂດຍສະເພາະຢູ່ຕາມເສັ້ນທາງຫຼາຍເສັ້ນມີສະພາບການສັນຈອນແອອັດໃນຊົ່ວໂມງຮີບດ່ວນ, ງານສຳຄັນຂອງ ຊາດ ແລະ ບຸນປະເພນີຕ່າງໆ ນອກຈາກບັນຫາດັ່ງກ່າວແລ້ວ ຍັງມີກຸ່ມຄົນຈໍານວນ ໜຶ່ງທ່ຽວເດິກຈັດເປັນກຸ່ມແກ້ງ ຂີ່ລົດເປັນພຶງເປັນແພກວນເມືອງ, ສ້າງຄວາມເນືອງນັນໃຫ້ສັງຄົມ. ພ້ອມກັນນີ້, ກໍຍັງມີຜູ້ຂັບຂີ່ຈຳນວນຫຼາຍບໍ່ເອົາ ໃຈໃສ່ປະຕິບັດກົດລະບຽບຈະລາຈອນ. ເປັນຕົ້ນຂັບຂີ່ລົດໄວເກີນກຳນົດ, ຂັບຂີ່ລົດໄວເກີນກຳນົດ, ເມົາແລ້ວຂັບ ແລະ ບັນຫາອື່ນໆທີ່ພາໃຫ້ລະເມີດກົດຈະລາຈອນ ເປັນສາເຫດເຮັດໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ ສະແດງອອກ ໃນປີ 2017 ຜ່ານມາ, ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 1.547 ຄັ້ງ ແລະ ມີຜູ້ເສຍຊີວິດ 200 ກວ່າຄົນ; ທຽບໃສ່ປີ 2016 ມີອຸບັດຕິເຫດເພີ່ມຂຶ້ນ ແຕ່ຜູ້ເສຍຊີວິດຫຼຸດລົງ.

ພັທ ຢຸດຕະພົງ ສຸວັນນະສິງ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນປີຜ່ານມາ, ບັນຫາການສັນຈອນຢູ່ນະຄອນຫຼວງວຽງຈັນ ສ່ວນຫຼາຍນັກຂັບຂີ່ຍັງເອົາໃຈໃສ່ປະຕິບັດກົດລະບຽບການສັນຈອນ ໄດ້ເປັນຢ່າງດີ, ແຕ່ຍັງມີນັກຂັບຂີ່ຈໍານວນໜຶ່ງມີການລະເມີດຝ່າຝືນກົດລະບຽບການຕ່າງໆເຊັ່ນ: ຈອດລົດຊະຊາຍ ຕາມສາຍທາງ, ຕາມປ້າຍຫ້າມ, ເອົາຟຸດບາດທາງເປັນບ່ອນວາງຂາຍເຄື່ອງສ້າງຄວາມກີດຂວາງໃຫ້ແກ່ການສັນ ຈອນ ຫຼື ຄົນຍ່າງ, ການຂັບຂີ່ລົດມີລັກສະນະບໍ່ໃຫ້ກຽດເຊິ່ງການແລະກັນ, ບໍ່ປ່ອຍສິດ, ບໍ່ປ່ອຍທາງ ເຮັດໃຫ້ລົດມີ ຄວາມອັ່ງອໍ; ອີກບັນຫາໜຶ່ງ ຊາວໜຸ່ມໄວຄະນອງຍັງຂີ່ລົດເປັນພຶງເປັນແພ, ມີການຊ່ວງເສັງກັນຕາມສາຍທາງ ຕ່າງໆ ສ້າງຄວາມບໍ່ສະຫງົບຄວາມບໍ່ເປັນລະບຽບຮຽບຮ້ອຍ ຮ້າຍແຮງໄປກວ່ານັ້ນ ເຮັດໃຫ້ມີອຸບັດຕິເຫດເກີດຂຶ້ນ ຕາມທ້ອງຖະໜົນ ສ້າງຜົນເສຍຫາຍທາງດ້ານຊີວິດສຸຂະພາບ, ຊັບສິນ ຂອງປະຊາຊົນ; ສະແດງອອກຄື: ໃນປີ ຜ່ານມາ ມີອຸບັດຕິເຫດເກີດຂຶ້ນທັງໝົດ 1.547 ຄັ້ງ, ພາຫະນະເປ່ເພທັງໝົດ 2.254 ຄັນ, ເປ່ເພເລັກໜ້ອຍ 1324 ຄັນ, ສົມຄວນ 930 ຄັນ, ໃຊ້ການບໍ່ໄດ້ 21 ຄັນ; ຄົນໄດ້ຮັບບາດເຈັບທັງໝົດ 883 ຄົນ, ເລັກໜ້ອຍ 206 ຄົນ, ສົມ ຄວນ 423 ຄົນ ແລະ ເສຍຊີວິດທັງ ໝົດ 251 ຄົນ; ທຽບໃສ່ປີ 2016 ອຸ ບັດຕິເຫດເພີ່ມຂຶ້ນ 37 ເລື່ອງ ເທົ່າກັບ 2,45% ແຕ່ຜູ້ເສຍຊີວິດຫຼຸດລົງ 15 ຄົນ ເທົ່າກັບ 5,63%; ໃນຈຳນວນຜູ້ທີ່ລະ ເມີດອຸບັດຕິເຫດມີພະນັກ ງານ 469 ຄົນ, ທະຫານ 69 ຄົນ, ຕໍາຫຼວດ 33 ຄົນ, ກໍາມະກອນ 963 ຄົນ, ນັກຮຽນ 465 ຄົນ, ນັກສຶກສາ 409 ຄົນ, ເດັກນ້ອຍ ບໍ່ເຖິງກະສຽນ 81 ຄົນ, ຄ້າຂາຍ 180 ຄົນ, ຫວ່າງງານ 87 ຄົນ ແລະ ຄົນຕ່າງ ປະເທດ 152 ຄົນ.

ບັນດາເມືອງທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ມີ: ເມືອງໄຊທານີ ເກີດຂຶ້ນ 397 ຄັ້ງ, ເມືອງຈັນທະບູລີ ເກີດຂຶ້ນ 231 ຄັ້ງ, ເມືອງສີໂຄດຕະບອງ ເກີດຂຶ້ນ 211 ຄັ້ງ, ເມືອງສີສັດຕະນາກ ເກີດຂຶ້ນ 209 ຄັ້ງ, ເມືອງໄຊເສດຖາ ເກີດຂຶ້ນ 182 ຄັ້ງ, ເມືອງຫາດຊາຍຟອງ ເກີດຂຶ້ນ 162 ຄັ້ງ, ເມືອງນາຊາຍທອງ ເກີດຂຶ້ນ 109 ຄັ້ງ, ເມືອງປາກງື່ມ ເກີດຂຶ້ນ 24 ຄັ້ງ ແລະ ເມືອງສັງທອງ ເກີດຂຶ້ນ 22 ຄັ້ງ.

ສາເຫດຂອງການເກີດເຫດສ່ວນ ຫຼາຍແລ້ວແມ່ນບໍ່ປະຕິບັດກົດລະບຽບຈະລາຈອນເປັນຕົ້ນແມ່ນ: ຂີ່ລົດໄວ 298 ກໍລະນີ, ແຊງບໍ່ຮັບປະກັນ 183 ກໍລະ ນີ, ປ່ຽນທິດທາງ 306 ກໍລະນີ, ບໍ່ຮັກສາໄລຍະຫ່າງ 163 ກໍລະນີ ແລະອື່ນໆ ບັນຫາຕົ້ນຕໍແມ່ນດື່ມສິ່ງມຶນເມົາແລ້ວຂັບຂີ່; ສະເພາະຮູບການແກ້ໄຂຄະດີຄ້າງ ຜ່ານມາ 126 ເລື່ອງ, ເຂົ້າໃໝ່ 1.547 ເລື່ອງ, ລວມເກົ່າ ແລະ ໃໝ່ 1.673 ເລື່ອງ, ຊັດມ້ຽນແລ້ວ 1.311 ເລື່ອງ, ໂຈະ 55 ເລື່ອງ, ສົ່ງໄອຍະການ 169 ເລື່ອງ, ຍັງສືບຕໍ່ດໍາເນີນ 138 ເລື່ອງ; ຈາກບັນຫາອຸບັດຕິເຫດທີ່ເກີດຂຶ້ນໃນປີ ຜ່ານມາ ໄດ້ສ້າງຜົນເສຍຫາຍ ຫຼາຍຢ່າງ ຄິດເປັນເງິນ  16.708.000.000 ກີບ.

ໃນປີ 2018 ນີ້, ຄະນະພັກ-ຄະນະນໍາພະແນກຕໍາຫຼວດຈະລາຈອນ ນະ ຄອນຫຼວງວຽງຈັນ ຈະສືບຕໍ່ສຶກສາອົບຮົມ ການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບຢ່າງປົກກະຕິ ເພື່ອໃຫ້ພະນັກງານ -ນັກຮົບມີຄຸນທາດການເມືອງໜັກ ແໜ້ນ ມີສະຕິຕໍ່ການຈັດຕັ້ງມີລະບຽບວິໄນເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ຢ່າງທັນການ, ຍົກລະດັບຄວາມຮູ້ -ຄວາມສາມາດ ທາງດ້ານວິຊາສະເພາະດ້ານເທັກໂນໂລຊີ ດ້ານພາສາຕ່າງປະເທດໃຫ້ດີຂຶ້ນເທື່ອລະກ້າວ, ປັບປຸງກົນ ຈັກການຈັດຕັ້ງ ແລະ ແຜນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາໃຫ້ແທດເໜາະກັບສະພາບຕົວຈິງ ຍົກສູງ ຄວາມເປັນແບບຢ່າງ ແລະ ລະບຽບວິໄນຂອງພະນັກງານ ເພື່ອໃຫ້ສັງຄົມມີຄວາມເຊື່ອຖື; ສືບຕໍ່ຍົກລະດັບທາງດ້ານ ວິຊາສະເພາະໃຫ້ມີປະສິດທິຜົນດີຂຶ້ນກ່ວາເກົ່າ ແກ້ໄຂຄະດີອຸບັດຕິເຫດໃຫ້ມີຄວາມໂລ່ງລ່ຽນຕາມສາຍທາງ ແລະ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ; ສືບຕໍ່ເຮັດວຽກງານໂຄສະນາປູກຈິດສໍານຶກໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະໜົນຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບກົດໝາຍ, ກົດລະບຽບຈະລາຈອນ ພ້ອມກັນມີສະຕິລະວັງຕົວ ໃນການໄປ-ມາໃຫ້ມີຄວາມ ປອດໄພ ເພື່ອປະກອບສ່ວນເຂົ້າໃນການຮັກສາ ຄວາມສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ.