ບັນດານັກຂັບຂີ່ຫຼາຍຄົນຍັງໃຫ້ຄວາມສົນໃຈກ່ຽວກັບເຄື່ອງໝາຍການສັນຈອນ ຢູ່ໃນວົງວຽນເພາະວ່າໄລຍະນີ້ ມີຫຼາຍ ວົງວຽນໃນນະຄອນຫຼວງວຽງຈັນ ມີການປັບປຸງ ເພື່ອໃຫ້ສອດຄ່ອງກັບລະບຽບການສັນຈອນ ໂດຍສະເພາະແມ່ນ ການແຕ້ມເຄື່ອງໝາຍສີຂາວສະຫຼັບດໍາຢູ່ຂອບວົງວຽນ ເຊິ່ງມີຄວາມແຕກຕ່າງກັນບາງວົງວຽນ ແມ່ນຂາວສະຫຼັບ ແດງ ເຮັດໃຫ້ຜູ້ຂັບຂີ່ສັບສົນເກີດມີຫາງສຽງສັງຄົມຈົມວ່າຈະເອົາເຄື່ອງໝາຍອັນໃດແທ້. ແຕ່ທີ່ສໍາຄັນ ກໍລະນີຢູ່ໃນ ວົງວຽນ ແມ່ນບໍ່ອະນຸຍາດໃຫ້ຈອດລົດ ເພາະ ອາດຈະພາໃຫ້ເກີດອຸບັດຕິເຫດໄດ້ງ່າຍ ແລະ ມີສະພາບການສັນຈອນ ຕິດຂັດ.

ກ່ອນໜ້ານີ້, ມີຄົນໄດ້ຖ່າຍຮູບເອົາວົງວຽນຢູ່ສົ້ນຂົວໜອງໜ່ຽງ  ນະຄອນຫຼວງວຽຈັນ ເຊິ່ງເປັນໄລຍະປັບປຸງ ກໍຄື ການແຕ້ມປ້າຍສີຂອບທາງຂາວສະຫຼັບດໍາຢູ່ໃນວົງວຽນ ແລ້ວເອົາໄປລົງສື່ອອນລາຍ (Facebook) ວ່າ: ການປັບ ປຸງສີຂອບວົງວຽນແມ່ນມີຄວາມແຕກຕ່າງກັນກັບວົງວຽນອື່ນໆ ໃນໄລຍະຜ່ານມາ ກໍຄືແຕ້ມສີຂາວສະຫຼັບດໍາ ເຊິ່ງ ເປັນເຄື່ອງໝາຍທີ່ຈອດໄດ້ ແຕ່ເປັນຫຍັງຈຶ່ງມາແຕ້ມຢູ່ໃນວົງວຽນ ເຮັດໃຫ້ຫຼາຍຄົນໄດ້ສະແດງຄວາມຄິດເຫັນໄປ ຕ່າງໆນາໆ ບາງຄົນເຂົ້າໃຈວ່າຖ້າຈອດຢູ່ວົງວຽນ ຍິ່ງ ເຮັດໃຫ້ລົດຕິດຂັດກວ່າເກົ່າ ແລະ ມີຄວາມສ່ຽງຕໍ່ການເກີດ ອຸບັດບັດຕິເຫດໄດ້ງ່າຍ.

ບັນຫາດັ່ງກ່າວນີ້, ທ່ານ ສີວອນ ຊັບທະວີ ຫົວໜ້າຂະແໜງຄຸ້ມຄອງການຂົນ ສົ່ງພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ໃຫ້ຄໍາຊີ້ແຈງຕໍ່ສື່ມວນຊົນ ກໍຄືຜູ້ໃຊ້ລົດ-ໃຊ້ຖະໜົນ ໄດ້ຮັບຮູ້ ແລະ ເຂົ້າໃຈຄວາມໝາຍ ຄວາມສໍາຄັນຂອງປ້າຍ, ເຄື່ອງໝາຍ ແລະ ແກ້ ໄຂຂໍ້ຂ້ອງໃຈຂອງບັນດານັກຂັບຂີ່ທີ່ມີ ຄວາມສົນໃຈກ່ຽວກັບການ ແຕ້ມສີຂອບວົງວຽນໃໝ່ ຈາກສີຂອບທາງເດີມເຄີຍເຫັນໃນໄລຍະຜ່ານມາ ຢູ່ຂອບວົງວຽນແມ່ນສີຂາວສະຫຼັບແດງ  ໄດ້ປັບປຸງມາເປັນສີຂາວສະຫຼັບດໍາ ຈຶ່ງມີຄວາມສົງໄສໃນຄວາມໝາຍ ແລະ ຄວາມແຕກຕ່າງລະຫວ່າງ ສີຂາວດໍາໃນ ວົງວຽນ ແລະ ຂອບທາງທົ່ວໄປ. ແຕ່ຄວາມເຂົ້າໃຈຂອງນັກຂັບຂີ່ວ່າ ຂອບທາງໃນວົງວຽນຂາວສະຫຼັບດໍາ ແມ່ນສາ ມາດຈອດໄດ້ນັ້ນ ຖືວ່າເປັນຄວາມເຂົ້າໃຈທີ່ຍັງບໍ່ທັນສອດຄ່ອງກັບລະບຽບຫຼັກການຂອງກົດລະບຽບການສັນຈອນ ທີ່ໄດ້ກໍານົດອອກມາໃຫ້ ຜູ້ຂັບຂີ່ໄດ້ປະຕິບັດຕາມເທື່ອ ແຕ່ກໍລະນີຈອດໄດ້ແມ່ນຢູ່ຕາມຂອບທາງແຕ້ມສີດໍາສະ ຫຼັບຂາວ ແມ່ນອະນຸຍາດຈອດ ໄດ້ແຕ່ກໍ້າຂວາມືຂອງຕົນເອງເທົ່ານັ້ນ ໃນກໍລະນີບໍ່ມີປ້າຍຫ້າມຈອດ, ຖ້າມີປ້າຍ ຫ້າມຈອດ ກໍຈອດບໍ່ໄດ້.

ໃນຄວາມເປັນຈິງ ການແຕ້ມສີຂອບທາງ ຫຼື ຂອບວົງວຽນສີຂາວສະຫຼັບດໍາ ນັ້ນແມ່ນສະແດງໃຫ້ເຫັນວ່າ ຈຸດດັ່ງກ່າວ ເປັນເຂດທີ່ມີຄວາມສັບສົນແອອັດ ເພື່ອໃຫ້ນັກຂັບຂີ່ເຫັນເສັ້ນທາງການສັນຈອນ ໄດ້ຊັດເຈນຂຶ້ນ ຂັບຂີ່ຢ່າງລະມັດ ລະວັງ ໃຫ້ມີຄວາມປອດໄພ  ເຖິງວ່າເສັ້ນທາງທີ່ແຕ້ມສີຂອບທາງຂາວສະຫຼັບດໍາອະນຸຍາດຈອດໄດ້ ແຕ່ກໍຕ້ອງຢູ່ກໍ້າ ຂວາມື ເຊິ່ງແຕກຕ່າງກັບວົງວຽນຂາວສະຫຼັບດໍາຢູ່ໃນວົງວຽນ ເຊິ່ງກໍ້າຊ້າຍມືຫ້າມຈອດ.  ມາສັງເກດຄືນຂອບທາງ ໃນວົງວຽນສີຂາວສະຫຼັບດໍາ ເມື່ອສັນຈອນເຂົ້າໃນວົງວຽນແລ້ວ ຂອບຂາວດໍາຈະຢູ່ກໍ້າຊ້າຍມືການສັນຈອນແມ່ນບໍ່ສາ ມາດຈອດລົດ ໄດ້ຄືທີ່ຫຼາຍຄົນເຂົ້າໃຈ ແຕ່ສິ່ງທີ່ຖືກຕ້ອງ ແມ່ນລົດໃນວົງວຽນມີສິດໄປກ່ອນ.

ເຖິງຢ່າງໃດກໍດີ, ການແຕ້ມສີຂອບທາງ ຫຼື ວົງວຽນແມ່ນປະຕິບັດຕາມຂໍ້ ຕົກລົງຂອງລັດຖະມົນຕີກະຊວງໂຍທາ ທິການ ແລະ ຂົນສົ່ງ ສະບັບເລກທີ 2987/ຍທຂ, ວົງວັນທີ 25 ກຸມພາ 2014  ວ່າດ້ວຍການຮັບຮອງເອົາປຶ້ມຄູ່ ມືປ້າຍ, ເຄື່ອງໝາຍການສັນຈອນ ແມ່ນເຄື່ອງໝາຍທີ່ໃຊ້ໄດ້ທັງສີດໍາ, ສີແດງ, ສີເຫຼືອງ ແລະ ສີຂາວ ສ່ວນຫຼາຍ ແມ່ນໃຊ້ ແຕ້ມຢູ່ຂອບວົງວຽນ ຫຼື ເກາະກາງທາງ -ຂອບທາງ. ໃນນີ້, ສີຂອບທາງແມ່ນ ແຕ້ມດ້ວຍສີຂາວສະຫຼັບ ເຫຼືອງ ໝາຍຄວາມວ່າ ບໍລິເວນນັ້ນຫ້າມຈອດລົດ  ແຕ່ສາມາດຢຸດຮັບສົ່ງຄົນໄດ້ ຫຼື ຄຽນຖ່າຍ ສິນຄ້າໃນເວລາ ສັ້ນໄດ້, ສີຂອບທາງຂາວ ສະຫຼັບແດງແມ່ນເພື່ອສະແດງຕໍາແໜ່ງ ຂອງຂອບທາງ ຫຼື ບ່ອນທີ່ເປັນອຸປະສັກຕໍ່ການ ສັນຈອນ ເພື່ອຕ້ອງການໃຫ້ຜູ້ຂັບຂີ່ແນມເຫັນໄດ້ງ່າຍຊັດເຈນ ສາມາດຈໍາ ແນກໄດ້ຄວາມແຕກຕ່າງຂອງໜ້າທາງ ແລະ ສັນຂອງຂອບທາງອອກຈາກກັນ ເຊັ່ນ: ບໍລິເວນຫົວດອນຕ່າງໆຂອງຂອບທາງທີ່ປ່ຽນແລວທາງແລ່ນລົດ, ຂອບວົງວຽນ ແລະອື່ນໆ ທີ່ຕ້ອງການຄວາມໂດດເດັ່ນ.