ທ້າຍອາທິດຜ່ານມາ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ເປີດຫ້ອງປະຊຸມສານ ໂດຍນຳເອົາຄະດີຄ້າຂາຍຢາເສບຕິດ ທີ່ມີຂອງກາງຈຳນວນ 87 ເມັດ ແລະ ຈຳເລີຍຊື່ທ້າວ ຫງວນ ອາຍຸ 35 ຢູ່ບ້ານສ້າງໃຜ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຂຶ້ນມາພິຈາລະນາ, ຜ່ານການຄົ້ນຄວ້າສຳນວນຄະດີເຫັນວ່າ: ມີມູນຫຼັກຖານຮັດກຸມຢ່າງພຽງພໍ ຈຶ່ງເຫັນຄວນຕັດອິດສະຫຼະພາບ 5 ປີ ປັບໃໝ 10.000.000 ກີບ.

ການພິຈາລະນາຄະດີດັ່ງກ່າວ ໄດ້ອີງຕາມສຳນວນຄະດີ ເລກທີ 211/ອຍກ, ລົງວັນທີ 13 ທັນວາ 2017 ໂດຍສຳນວນໄດ້ລະບຸຄຳສາລະພາບຈຳເລີຍໃນຂັ້ນເຈົ້າໜ້າທີ່ວ່າ: ຈຳເລີຍໄດ້ເຄື່ອນໄຫວເສບ ແລະ ຂາຍຢາເສບຕິດ ປະເພດຢາບ້າແຕ່ປີ 2012 ເປັນຕົ້ນມາ. ຢາບ້າທີ່ນຳມາຂາຍແມ່ນໄດ້ຊື້ນຳໄວລຸ້ນທີ່ຊື້-ຂາຍຢູ່ພາຍໃນບ້ານສ້າງໃຜ່ ເມືອງປາກງື່ມ, ຊື້ຄັ້ງລະ 20-30 ເມັດ ເມື່ອໄດ້ຢາບ້າມາແລ້ວກໍນຳມາເສບ ແລະ ຂາຍໃຫ້ກັບໄວລຸ້ນ ຄັ້ງລະ 2-5 ເມັດ, ເງິນທີ່ໄດ້ຈາກການຂາຍຢາບ້າ ກໍໄດ້ເອົາໄປໃຊ້ຈ່າຍຫຼິ້ນກິນໝົດ.

ໃນວັນທີ 31 ຕຸລາ 2015, ຈຳເລີຍ ໄດ້ໄປຫາ ນາງ ຜື້ງ ຢູ່ບ້ານໜອງບົວທອງ ເມື່ອໄປຮອດໄດ້ພົບຊາຍ 1 ຄົນ ຢູ່ເຮືອນຂອງນາງ ຜື້ງ ຈຶ່ງໄດ້ຜິດຖຽງກັນ ສ້າງຄວາມບໍ່ສະຫງົບໃຫ້ກັບເຮືອນອ້ອມຂ້າງ. ຈາກນັ້ນ, ອໍານາດການປົກຄອງບ້ານ ໄດ້ກັກຕົວຈຳເລີຍ ນຳສົ່ງ ປກສ ເມືອງ ແລະ ໄດ້ກວດພົບຂອງກາງຢາບ້າຈຳນວນ 87 ເມັດ ຊຸກເຊື່ອງໄວ້ໃນຂັນໃດເຮືອນຂອງນາງ ຜື້ງ ໂດຍແມ່ນຈຳເລີຍ ເປັນຄົນຊຸກເຊື່ອງໄວ້.