ແຂວງອຸດົມໄຊ ໄດ້ຈັດພິທີປະກາດອະໄພຍະໂທດ-ຫຼຸດຜ່ອນໂທດ ໃຫ້ນັກໂທດຜູ້ທີ່ມີຜົນງານ, ມີຄວາມກ້າວໜ້າ ແລະ ຮູ້ສຶກກິນແໜງແຄງໃຈຕໍ່ກັບການທີ່ໄດ້ຫຼົງເຄື່ອນໄຫວກະທຳຜິດ ຈຳນວນ 23 ຄົນ ຍິງ 4 ຄົນ ໃນວັນທີ 5 ມັງກອນ 2018 ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳພຽງ ຢາຈົງວາ ຮອງເຈົ້າແຂວງອຸດົມໄຊ; ເຂົ້າຮ່ວມມີຄະນະພັກ, ຄະນະນຳພາບັນຊາ, ພະນັກງານຫຼັກແຫຼ່ງຈາກພະແນກການ, ຫ້ອງການ, ກອງບັນຊາການ ປກສ ແຂວງ, ຄ້າຍຄຸມຂັງ-ດັດສ້າງ, ຜູ້ປົກຄອງ ແລະ ຍາດພີ່ນ້ອງ ຕະຫຼອດຮອດຜູ້ຖືກປະກາດອະໄພຍະໂທດ-ຫຼຸດຜ່ອນໂທດ.

ທ່ານ ຄອນ ສີວົງໄຊ ຮອງອົງການໄອຍະການປະຊາຊົນແຂວງ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ເລກທີ 268/ປປທ ລົງວັນທີ 24.11.2017 ແລະ ຂໍ້ຕົກລົງຂອງປະທານຄະນະກຳມະການອະໄພຍະໂທດລະດັບຊາດ ສະບັບເລກທີ 061/ຄອຊ ລົງວັນທີ 22.11.2017; ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 42 ປີ ແລະ ຍັງເປັນການປະຕິບັດນະໂຍບາຍຕໍ່ນັກໂທດຜູ້ທີ່ມີຜົນງານ, ຮູ້ສຶກກິນແໜງແຄງໃຈຕໍ່ການກະທຳຜິດຂອງຕົນ ກໍຄືຜົນການຄັດເລືອກ, ຕິດຕາມຕໍ່ການປະພຶດ, ເຄື່ອນໄຫວ ແລະ ປະກອບສ່ວນໃນດ້ານຕ່າງໆຂອງເຂົາເຈົ້າ ລວມມີຜູ້ທີ່ໄດ້ຮັບການອະໄພຍະໂທດ ທັງໝົດ 23 ຄົນ ຍິງ 4 ຄົນ.

ທ່ານ ຄຳພຽງ ຢາຈົງວາ ໄດ້ແນະນຳໃຫ້ຕໍ່ຜູ້ທີ່ໄດ້ຮັບການປະກາດອະໄພຍະໂທດ-ຫຼຸດຜ່ອນໂທດໃນຄັ້ງນີ້ ໃຫ້ພ້ອມກັນສືບຕໍ່ສ້າງຜົນງານດ້ານຕ່າງໆໃຫ້ດີຂຶ້ນຕື່ມ, ເປັນແບບຢ່າງ ແລະ ຊ່ວຍແນະນຳໃຫ້ແກ່ຜູ້ອື່ນຮັບຮູ້ເຂົ້າໃຈມີຄວາມບຸກບືນສ້າງຜົນງານ, ມີຄວາມຮູ້ສຶກກິນແໜງແຄງໃຈ ພາຍຫຼັງທີ່ໄດ້ອອກຈາກການປະຕິບັດໂທດກັບຄືນສູ່ຄອບຄົວ ແລະ ຍາດພີ່ນ້ອງແລ້ວໃຫ້ຊອກຫາອາຊີບທີ່ໝັ້ນຄົງ-ດຳລົງຊີວິດທີ່ປອດໄສຂາວສະອາດ, ຊອບທຳ, ເປັນທີ່ຍອມຮັບຂອງສັງຄົມ ແລະ ປະເທດຊາດ.