ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນທີ່ຕັ້ງ ຄົບຮອບ 24 ປີ ( 10 ມັງກອນ 1994-20 ມັງກອນ 2018 ) ໄດ້ຈັດຂຶ້ນໃນວັນທີ 9 ມັງກອນ 2018 ໂດຍການເຂົ້າຮ່ວມຂອງ ພົຈວ ສີສະຫວາດ ແກ້ວມາລາວົງ ຫົວໜ້າຫ້ອງວ່າການກະຊວງ ປກສ, ມີຫົວໜ້າ-ຮອງກອງບັນຊາການ, ຕາງໜ້າກະຊວງ, ກົມໃຫຍ່, ກົມກອງອ້ອມຊ້າງ, ຄະນະກອງພັນ-ກອງຮ້ອຍ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.

ພັອ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ກ່າວວ່າ: ໃນວັນທີ 10 ມັງກອນ 1994, ກອງບັນຊາການຕໍາຫຼວດປະກອບອາວຸດ, ປັດຈຸບັນແມ່ນກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ, ເພື່ອນໍາພາກົມກອງເຄື່ອນໄຫວປະຕິບັດໜ້າທີ່ຕາມການມອບໝາຍຈາກພັກ-ລັດ ແລະ ປະຊາຊົນ ພາຍໃຕ້ການນໍາພາໂດຍກົງ, ເດັດຂາດຮອບດ້ານຂອງເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ການສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງແມ່ນຂີດໝາຍໃນປະຫວັດສາດຂອງກໍາລັງປ້ອງກັນຄວາມສະຫງົບທີ່ມີປະຫວັດການກໍາເນີນ ແລະ ສືບທອດພາລະກິດມາຈາກກອງພັນ 15 ກອງທັບປົດປ່ອຍປະຊາຊົນລາວ. ປີ 1971-1972, ກໍາລັງດັ່ງກ່າວປະຈໍາຢູ່ສະໜາມຮົບນາດູ່, ນາແສ, ຄໍາແພ, ຄໍາເຟືອງ ແຂວງຄໍາມ່ວນ ເຮັດໜ້າທີ່ບຸກຕີແນວຫຼັງຂອງສັດຕູ. ປີ 1973 ສູນກາງພັກ ໄດ້ຕົກລົງເອົາກໍາລັງເຂົ້າປະສົມສອງຝ່າຍ ເພື່ອປົກປັກຮັກສາລັດຖະບານປະສົມ, ຄະນະມົນຕີປະສົມການເມືອງແຫ່ງຊາດ ເຊິ່ງໄດ້ຕົກລົງເອົາກໍາລັງດັ່ງກ່າວເຂົ້າປະສົມກັບກໍາລັງຕໍາຫຼວດຝ່າຍວຽງຈັນ ເຮັດໜ້າທີ່ປົກປັກຮັກສາຜູ້ນໍາການປະຕິວັດ, ເວລານັ້ນກອງພັນ 15 ກໍແມ່ນກອງພັນໜຶ່ງທີ່ເປັນເປົ້າໝາຍທໍາລາຍຂອງສັດຕູ. ດັ່ງນັ້ນ, ຂັ້ນເທິງຈຶ່ງໄດ້ປ່ຽນຊື່ຈາກກອງພັນ 15 ກອງທັບປົດປ່ອຍປະຊາຊົນລາວ ມາເປັນກອງພັນຕໍາຫຼວດ 206 ນະຄອນຫຼວງວຽງຈັນ, ເຮັດໜ້າທີ່ປ້ອງກັນສໍານັກງານອົງການຜູ້ຕາງໜ້າແນວລາວຮັກຊາດ ແລະ ປ້ອງກັນເຮືອນພັກຂອງບັນດາການນໍາ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ວັນທີ 2 ທັນວາ 1975, ຕົ້ນປີ 1976 ຈຶ່ງມີມະຕິຕົກລົງຂອງທ່ານ ປະທານ ໄກສອນ ພົມວິຫານ ນາຍົກລັດຖະມົນຕີ, ສະບັບເລກທີ 19/ນຍ ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງວ່າການ, ກົມ ແລະ ບັນດາຮອງກົມ ຂຶ້ນກັບກະຊວງພາຍໃນ, ນັກຮົບເກົ່າ ແລະ ສັງຄົມ, ເວລານີ້ກອງພັນ 206, 207 ແລະ 208 ແມ່ນຂຶ້ນກັບກອງບັນຊາການປ້ອງກັນຄວາມສະຫງົບ, ກະຊວງພາຍໃນ, ນັກຮົບເກົ່າ ແລະ ສັງຄົມ. ເຖິງປີ 1982, ທ່ານ ໜູຮັກ ພູມສະຫວັນ ໄດ້ອອກດໍາລັດແຕ່ງຕັ້ງສະບັບເລກທີ 232/ພນ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ ແລະ ຮອງກົມຂອງກະຊວງພາຍໃນ ໃນເວລານັ້ນທົ່ວກະຊວງພາຍໃນ ມີ 4 ກົມໃຫຍ່ ຄື: ກົມໃຫຍ່ ປກສ, ກົມໃຫຍ່ກໍ່ສ້າງກໍາລັງ, ກົມໃຫຍ່ພະລາທິການ ແລະ ກົມໃຫຍ່ຕໍາຫຼວດ, ທີ່ເຮັດໜ້າທີ່ປ້ອງກັນສໍານັກງານອົງການຂອງພັກ-ລັດ, ພື້ນຖານເສດຖະກິດ, ວັດທະນະທໍາ-ສັງຄົມ, ສະຖານທູດ, ອົງການຜູ້ຕາງໜ້າ, ວຽກງານລະດັບຊາດ ແລະ ສາກົນອື່ນໆ.

ມາຮອດວັນທີ 17 ພຶດສະພາ 2002, ກອງບັນຊາການຕໍາຫຼວດປະກອບອາວຸດ ປ່ຽນຊື່ມາເປັນ ກອງບັນຊາການປ້ອງກັນທີ່ຕັ້ງ ໃນປັດຈຸບັນ. ນັບແຕ່ນັ້ນມາ, ກໍາລັງປ້ອງກັນທີ່ຕັ້ງ ໄດ້ຮັບການປັບປຸງ ແລະ ກໍ່ສ້າງໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝຂຶ້ນເປັນກ້າວໆນັບທັງການຈັດຕັ້ງກໍາລັງພົນ ແລະ ພາຫະນະຮັບໃຊ້, ມີການພັດທະນາ ແລະ ຂະຍາຍຕົວຂຶ້ນເປັນກ້າວໆ.