ວັນທີ 9 ມັງກອນ 2018 ຜ່ານມາ, ທ້າວ ບາລະມີ ຫຼື ເອກ ອາຍຸ 22 ປີ ຢູ່ບ້ານທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈຳເລີຍຄະດີຄ້າຂາຍຢາເສບຕິດ ( ຢາໄອສ໌ ) ຖືກຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນຕັດອິດສະຫຼະພາບ 5 ປີ ກັບ 3 ເດືອນ ພ້ອມປັບໃໝ 10.300.000 ກີບ.

ຜ່ານການໄຕ່ສວນໃນຫ້ອງປະຊຸມສານ ທ້າວ ບາລະມີ ສາລະພາບວ່າ: ໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດມາແຕ່ເດືອນມັງກອນ 2017, ຢາໄອສ໌ ທີ່ນໍາມາຂາຍແມ່ນຊື້ນໍາຄົນຮູ້ຈັກ ແລ້ວກໍນໍາໄປຂາຍໃຫ້ກັບໄວລຸ້ນກຸ່ມເສບຢາໄອສ໌ ຢູ່ເຮືອນພັກແຫ່ງໜຶ່ງເຂດບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ມາວັນທີ 9 ເມສາ 2017, ໄດ້ໄປຊື້ຢາໄອສ໌ ນໍາທ້າວ ອີດ ຈໍານວນ 4 ກຼາມ ພາຍຫຼັງໄດ້ຢາໄອສ໌ ມາແລ້ວ ກໍນໍາຢາດັ່ງກ່າວໄປສົ່ງໃຫ້ກຸ່ມຜູ້ເສບຢູ່ເຮືອນພັກແຫ່ງໜຶ່ງເຂດບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແຕ່ຖືກເຈົ້າໜ້າທີ່ກັກຕົວຢູ່ລະຫວ່າງທາງໄປດໍາເນີນຄະດີ. ນອກຈາກນີ້, ຈຳເລີຍຍັງສາລະພາບອີກວ່າ: ຜ່ານມາເຄີຍຖືກຜູ້ປົກຄອງນໍາສົ່ງໄປບຳບັດຢາເສບຕິດຢູ່ສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ນະຄອນຫຼວງວຽງຈັນ ຈໍານວນ 2 ເທື່ອ ຄື: ໃນວັນທີ 22 ເມສາ 2014 ແລະ ໃນວັນທີ 10 ກຸມພາ 2016 ພາຍຫຼັງອອກມາ ກໍກັບໄປເຄື່ອນໄຫວຊື້-ຂາຍຢາເສບຕິດຕື່ມອີກ.

ຜ່ານການວິນິດໄສຂອງຄະນະສານແລ້ວ ເຫັນວ່າ: ທ້າວ ບາລະມີ (ຈໍາເລີຍ) ມີຄວາມຜິດແທ້ ເຊິ່ງສະແດງອອກວ່າ: ຈໍາເລີຍເອງມີສໍາປັດຊະຍະຄົບຖ້ວນ ແລະ ຮູ້ໄດ້ເຖິງຜົນກະທໍາທີ່ຕາມມາແຕ່ຜູ້ກ່ຽວຍັງກະທໍາລົງໄປໂດຍເຈດຕະນາ. ດັ່ງນັ້ນ, ຄວນລົງໂທດຕາມມາດຕາ 146 ຂໍ້ 2 ວັກ 1 ຂອງກົດໝາຍອາຍາ.