ສະຫະພັນກໍາມະບານ ມະຫາວິທະຍາໄລແຫ່ງຊາດ ( ມຊ ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ V ຂຶ້ນໃນວັນທີ 24 ກັນຍາ 2019, ເຂົ້າຮ່ວມໂດຍ ສຈ ປອ ສົມສີ ຍໍພັນໄຊ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີ ຄະນະພັກ, ຄະນະນໍາ, ຄະນະພັກຮາກຖານ, ຄະນະບໍລິຫານງານ ສະຫະພັນກໍາມະບານ, ຄະນະບໍລິຫານງານ ກໍາມະບານຮາກຖານ ແລະ ພ້ອມດ້ວຍສະມາຊິກສະຫະພັນກໍາມະບານ ເຂົ້າຮ່ວມ.

ທ່ານ ປອ ອານຸລົມ ວິໄລພອນ ຮອງປະທານສະຫະພັນກໍາມະບານ ກະຊວງສຶກສາທິການ ແລະ ກິລາ, ປະທານສະຫະພັນກໍາມະບານ ມຊ ກ່າວວ່າ:

ໃນໄລຍະ 5 ປີຜ່ານມາ, ຄະນະສະຫະພັນກໍາມະບານ ມຊ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ – ແນວ ຄິດ ເປັນບັນຫາໃຈກາງ ໃນການປະຕິບັດວຽກງານວິຊາສະເພາະ ເປັນຕົ້ນຕໍ, ສ້າງຂະບວນການເຄື່ອນໄຫວວຽກງານກໍາມະບານ ເປັນບັນຫາສໍາຄັນ ເຊິ່ງສະແດງອອກ ຄື:

ພະນັກງານ ແລະ ສະມາຊິກກໍາມະບານ ໃນທຸກຂັ້ນ ແລະ ທຸກລະດັບ ໄດ້ເອົາໃຈໃສ່ປຸກລະດົມຊຸກຍູ້ຂະບວນການ ທັງປະຕິບັດວຽກງານວິຊາສະເພາະ ໃນການຄົ້ນຄວ້າວິທະຍາສາດດ້ານຕ່າງໆ ແນໃສ່ປະກອບສ່ວນເຂົ້າໃນການພັດທະນາ ຫຼັກສູດການຮຽນ – ການສອນ ໃຫ້ມີຄຸນນະພາບ ຕາມແຜນປະຕິຮູບ ລະບົບການສຶກສາແຫ່ງຊາດ ໄລຍະທີ 2 ທີ່ ກະຊວງສຶກສາທິການ ແລະ ກິລາ ວາງອອກ ໃຫ້ປະກົດຜົນເປັນຈິງ.

ໃນໄລຍະຜ່ານມາ, ຄະນະສະຫະພັນກໍາມະບານ ມຊ ໄດ້ນໍາພາສະມາຊິກພັກ ເຂົ້າຮ່ວມເຊື່ອມຊຶມເອກະສານສໍາຄັນຕ່າງໆ ຈໍານວນ 20 ຄັ້ງ, ເຂົ້າຮ່ວມຮັບຟັງ ການເຜີຍແຜ່ປາຖະກະຖາ ວັນສໍາຄັນຕ່າງໆຂອງພັກ – ຂອງຊາດ ຈໍານວນ 25 ຄັ້ງ ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງຫຼາຍກວ່າ 10.000 ສະຫາຍ.

ຜ່ານຂະບວນການສຶກສາອົບຮົມການເມືອງ – ແນວຄິດ ແລະ ການເຄື່ອນໄຫວດ້ານຕ່າງໆ ດ້ວຍຫຼາຍຮູບການ ເຮັດໃຫ້ພະນັກງານ, ຄູ – ອາຈານ, ນັກສຶກສາ ແລະ ສະມາຊິກທຸກສະຫາຍ ມີແນວຄິດການເມືອງ ໜັກແໜ້ນ ແລະ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ – ລັດ, ມີຄວາມອຸ່ນອຽນທຸ່ນທ່ຽງ ແລະ ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ໄດ້ເປັນຢ່າງດີ.

ສຳຫຼັບ 5 ປີຕໍ່ໜ້າ, ຄະນະສະຫະພັນກໍາມະບານ ມຊ ຈະສືບຕ່ໍເພີ່ມທະວີເອົາໃຈໃສ່ ສຶກສາອົບຮົມການເມືອງ – ແນວຄິດ ແລະ ມູນເຊື້ອຂອງພັກ, ທິດຊີ້ນໍາຈາກ ຄະນະພັກ ແລະ ອົງການປົກຄອງ ໃນການກໍານົດເນື້ອໃນ ແລະ ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ເພື່ອຍົກສູງຄຸນນະພາບແນວທາງນະໂຍບາຍຂອງພັກ – ລັດ ໃຫ້ສູງຂຶ້ນ ແລະ ຕັ້ງໜ້າປະຕິບັດພັດທະນາໜ້າທີ່ໆຖືກມອບໝາຍ ໃຫ້ມີຄວາມສໍາເລັດເປັນຢ່າງດີ.

ໃນກອງປະຊຸມ, ທ່ານ ນາງ ທັດສະນາລອນ ສີສຸນົນທ໌ ປະທານກວດກາສະຫະພັນກໍາມະບານ ມຊ ຍັງໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍ ການຍ້ອງຍໍບຸກຄົນທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກໍາມະບານ ຈໍານວນ 3.054 ສະຫາຍ ແລະ ໃຫ້ກຽດມອບໃບຍ້ອງຍໍໂດຍ ທ່ານ ສຈ ປອ ສົມສີ ຍໍພັນໄຊ ເຊິ່ງມີລາຍລະອຽດດັ່ງນີ້:

  • ຍ້ອງຍໍຂັ້ນສະຫະພັນກໍາມະບານ ກະຊວງສຶກສາທິການ ແລະ ກິລາ ຈໍານວນ 1.224 ສະຫາຍ ຍິງ 722 ສະຫາຍ
  • ຂັ້ນສະຫະພັນກໍາມະບານ ມຊ ຈໍານວນ 647 ສະຫາຍ ຍິງ 358 ສະຫາຍ
  • ຂັ້ນສູນກາງສະຫະພັນກໍາມະບານລາວ ຈໍານວນ 1.183 ສະຫາຍ ຍິງ 548 ສະຫາຍ ໃຫ້

ນອກຈາກນີ້, ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະສະຫະພັນກໍາມະບານ ມຊ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກຈໍານວນ 23 ທ່ານ ໃນນັ້ນເລືອກເອົາ 19 ທ່ານ, ໂດຍກອງປະຊຸມ ໄດ້ເປັນເອກະສັນເລືອກເອົາ ທ່ານ ບຸນທອນ ສຸຂະວົງ ເປັນປະທານ, ທ່ານ ຄໍາເຟືອງ ລໍວັນໄຊ, ທ່ານ ບຸນມີ ພິພັກຂະວົງ, ທ່ານ ນາງ ທັດສະນະລອນ ສີສຸນົນທ໌, ທ່ານ ບຸນທິບ ຈັນແດງ, ທ່ານ ທອງມະນີ ໄຊຍະສິນ ເປັນຮອງປະທານ, ທ່ານ ນາງ ຄໍາພໍ ແສງຈັນ ເປັນປະທານກວດກາ, ທ່ານ ວົງວິທະຍາ ຄຸນສະຫວັດ ເປັນຮອງປະທານກວດກາ ແລະ ອີກ 11 ທ່ານ ເປັນຄະນະ.