ກອງປະຊຸມແລກປ່ຽນບົດຮຽນ ວຽກງານວິຊາສະເພາະ ລະຫວ່າງ ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ຫ້ອງວ່າການ ກະຊວງຕຳຫຼວດ ສສ ຫວຽດນາມ ໄດ້ມີຂຶ້ນໃນວັນທີ 27 ກັນຍາ 2019 ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ເຊິ່ງຝ່າຍລາວນຳໂດຍ ພົຈວ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງ ປກສ ລາວ ແລະ ຝ່າຍຫວຽດນາມນຳໂດຍ ພົຈວ ໂຕເອິນໂຊ ຫົວໜ້າຫ້ອງວ່າການ ກະຊວງຕຳຫຼວດ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນສອງຝ່າຍ ເຂົ້າຮ່ວມ.

ຝ່າຍຫວຽດນາມນຳໂດຍ ພົຈວ ໂຕເອິນໂຊ ຫົວໜ້າຫ້ອງວ່າການ ກະຊວງຕຳຫຼວດ ສສ ຫວຽດນາມ

ໃນກອງປະຊຸມ, ຄະນະຜູ້ແທນທັງສອງຝ່າຍ ໄດ້ປຶກສາຫາລືໃນ 5 ວຽກງານ ຄື:

ຝ່າຍລາວນຳໂດຍ ພົຈວ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງ ປກສ ລາວ
  1. ດ້ານວຽກງານການເປັນເສນາທິການ ໃນການຕິດຕາມກວດກາຊຸກຍູ້ ການຈັດຕັ້ງປະຕິບັດແຜນການ, ແຜນງານ, ໂຄງການຂອງບັນດາກົມກອງວິຊາສະເພາະ ຂັ້ນສູນກາງ ແລະ ທ້ອງຖິ່ນ;
  2. ທີ່ຕັ້ງພາລະບົດບາດວຽກງານເລຂາຂອງ ການນຳກະຊວງ, ການປະສານງານກັບ ພາກສ່ວນກ່ຽວຂ້ອງ ຝ່າຍຫວຽດນາມ;
  3. ບົດຮຽນການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງເອກະສານວິຊາສະເພາະຂອງ ຝ່າຍຫວຽດນາມ;
  4. ບົດຮຽນການອຳນວຍຄວາມສະດວກໃຫ້ແກ່ ການນຳກະຊວງ ເຊັ່ນ: ດ້ານງົບປະມານ ແລະ ດ້ານພາຫະນະຮັບໃຊ້;
  5. ລະບົບການຊີ້ນຳ – ບັນຊາຂອງ ກຳລັງຕຳຫຼວດຫວຽດນາມ.

ໂອກາດດຽວກັນ, ຄະນະຜູ້ແທນຝ່າຍລາວ ຍັງໄດ້ສະເໜີ ຝ່າຍຫວຽດນາມ ໃຫ້ສືບຕໍ່ໃຫ້ການສະໜອງຂໍ້ມູນຂ່າວ ສານໃຫ້ກັນແລະກັນ, ຊ່ວຍຍົກລະດັບດ້ານວິຊາສະເພາະ ວຽກງານຫ້ອງການ ໃຫ້ແກ່ ກຳລັງປ້ອງກັນຄວາມສະຫງົບ ລາວ ແລະ ມີການແລກປ່ຽນ ຄະນະຜູ້ແທນ ຢ່າງເປັນປົກກະຕິ.

ກອງປະຊຸມຄັ້ງນີ້ ເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງພັກ – ສອງລັດ ສອງກຳລັງປ້ອງກັນຄວາມສະຫງົບ ລາວ ແລະ ສສ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ສອງກຳລັງຫ້ອງວ່າການ ທັງສອງກະຊວງ ໃຫ້ນັບມື້ແໜ້ນແຟ້ນ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ.

ກອງປະຊຸມແລກປ່ຽນບົດຮຽນ ວຽກງານວິຊາສະເພາະ