ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ມີຜົນງານ ແລະ ມາດຖານເງື່ອນໄຂຄົບຖ້ວນ ໃນວັນທີ 26 ກັນຍາ 2019, ປະດັບຊັ້ນໂດຍ ພັອ ຄຳຈັນ ແສງລາວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ຄະນະພັກ – ຄະນະບັນຊາ, ຫົວໜ້າຫ້ອງ – ຮອງຫ້ອງ ຈາກ 7 ຫ້ອງ 1 ກອງ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດ ອ້ອມຂ້າງ ກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ພັທ ນາງ ວຽງຄຳ ຄຸນສົມເຮືອງ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ສະບັບເລກທີ 2829/ກມປສ ລົງວັນທີ 3 ກັນຍາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງ ຜົ້ງສາລີ ດັ່ງນີ້:

  • ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 27 ສະຫາຍ ຍິງ 9 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 34 ສະຫາຍ ຍິງ 13 ສະຫາຍ

ຂໍ້ຕົກລົງຂອງກອງບັນຊາການ ປກສ ເເຂວງຜົ້ງສາລີ ສະບັບເລກ ທີ 2346/ປຜລ ລົງວັນທີ 25 ກັນຍາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ພົນຕໍາຫຼວດໃນກໍາລັງ ດັ່ງນີ້:

  • ເລື່ອນຊັ້ນ ສິບເອກ ຂຶ້ນ ວາທີ 42 ສະຫາຍ ຍິງ 3 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ 32 ສະຫາຍ ຍິງ 1 ສະຫາຍ
  • ສິບຕີ ຂຶ້ນ ສິບໂທ 2 ສະຫາຍ

ໃນໂອກາດດັ່ງກ່າວ, ພັອ ຄຳຈັນ ແສງລາວົງ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ພິທີ, ເຊິ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ກັບຜົນງານ ແລະ ໄຊຊະນະ ໃນດ້ານຕ່າງໆທີ່ນາຍ ແລະ ພົນຕໍາຫຼວດ ຍາດມາໄດ້ ຈົນໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ພະນັກງານ – ນັກຮົບແຕ່ລະສະຫາຍ ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຍົກສູງຄວາມຮູ້ – ຄວາມສາມາດ, ມີຄວາມສາມາດໃນການຈັດຕັ້ງ – ນຳພາທີ່ເຂັ້ມແຂງ, ມີແບບແຜນວິທີການເຮັດວຽກ, ສາມາດແກ້ໄຂບັນຫາສະເພາະໜ້າ ແລະ ຍາວນານ, ເດັດດ່ຽວ ແລະ ມີປະສິດທິພາບ ພ້ອມກັນເຮັດສໍາເລັດໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.