ເປີດງານວາງສະແດງ ແນວທາງພັດທະນາການທ່ອງທ່ຽວ ແບບຍືນຍົງ

0
1789

ພິທີເປີດງານວາງສະແດງ ແນວທາງພັດທະນາການທ່ອງທ່ຽວ ແບບຍືນຍົງ ປີ 2019 ໄດ້ຈັດຂຶ້ນໃນວັນທີ 27 ກັນຍາ 2019 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ສຈ ປອ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ Jens Peter Lutkenherm ເອກອັກຄະລັດຖະທູດ ປະເທດເຢຍລະມັນ ປະຈຳ ສປປ ລາວ ພ້ອມດ້ວຍແຂກຮັບເຊີນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ງານວາງສະແດງ ແນວທາງພັດທະນາການທ່ອງທ່ຽວ ແບບຍືນຍົງ ປີ 2019 ຈັດຂຶ້ນເພື່ອເປັນການຊຸກຍູ້ ແລະ ສົ່ງເສີມໃຫ້ແກ່ການພັດທະນາການທ່ອງທ່ຽວຂອງ ສປປ ລາວ ໂດຍສະເພາະ ໃນນະຄອນຫຼວງວຽງຈັນ ໄປຕາມທິດການພັດທະນາການທ່ອງທ່ຽວສີຂຽວ ແລະ ຍືນຍົງ, ສອດຄ່ອງກັບ ຍຸດທະສາດການເຕີບໂຕສີຂຽວຂອງ ລັດຖະບານແຫ່ງ ສປປ ລາວ ແລະ ສອດຄ່ອງກັບ ມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ.

ພາຍໃນງານ ມີການວາງສະແດງຈາກ ບັນດາຕົວແບບດ້ານຕ່າງໆ ທີ່ປະກອບສ່ວນເຂົ້າໃນການພັດທະນາການທ່ອງທ່ຽວ ແບບຍືນຍົງ ຈາກ ສປປ ລາວ ແລະ ສາກົນ; ໃນນີ້ ຮ້ານວາງສະແດງທັງໝົດຈຳນວນ 54 ຮ້ານ ປະກອບມີ: ພາກສ່ວນທີ່ສະໜອງຜະລິດຕະພັນ ທີ່ເປັນມິດຕໍ່ສິ່ງແວດລ້ອມ ຕໍ່ທຸລະກິດທ່ອງທ່ຽວ, ຜະລິດຕະພັນຈາກ ສີມືແຮງງານ, ຜະລິດຕະພັນອິນຊີ, ບໍລິສັດ ແລະ ສະຖານທີ່ທ່ອງທ່ຽວຕົວແບບ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ, ໃນນີ້ມາຈາກນະຄອນຫຼວງວຽງຈັນ 35 ຮ້ານ, ຫຼວງພະບາງ 13 ຮ້ານ, ຈຳປາສັກ 3 ຮ້ານ, ຫົວພັນ 1 ຮ້ານ, ຄຳມ່ວນ 1 ຮ້ານ ແລະ ມາຈາກຕ່າງປະເທດ 2 ຮ້ານ.

ໂອກາດນີ້, ທ່ານ ສຈ ປອ ບໍ່ແສງຄຳ ວົງດາລາ ໄດ້ເປັນກຽດກ່າວເປີດພິທີຢ່າງເປັນທາງການ ເຊິ່ງມີເນື້ອໃນບາງຕອນທ່ານ ກ່າວວ່າ:

ງານວາງສະແດງ ແນວທາງພັດທະນາການທ່ອງທ່ຽວ ແບບຍືນຍົງ ຄັ້ງທີ 1 ໄດ້ຈັດຂຶ້ນໃນປີ 2018 ທີ່ນະຄອນ-ຫຼວງພະບາງ ເມືອງມໍລະດົກໂລກ ເຊິ່ງເຫັນວ່າ: ໄດ້ຮັບຜົນສຳເລັດເປັນຢ່າງດີ, ທຸກພາກສ່ວນທັງພາກລັດ ແລະ ເອກະຊົນ ກໍຄື ພາກທຸລະກິດໂຮງແຮມ, ເຮືອນພັກ, ຮ້ານອາຫານ, ທຸລະກິດຈຳໜ່າຍເຄື່ອງຫັດຖະກຳ ແລະ ກະສິກຳ ໄດ້ໃຫ້ຄວາມສຳຄັນຕໍ່ ແນວທາງການພັດທະນາການທ່ອງທ່ຽວ ແບບຍືນຍົງ ເປັນຕົ້ນແມ່ນ ຄວາມເຂົ້າໃຈຕໍ່ ການຫຼຸດຜ່ອນການນຳໃຊ້ອຸປະກອນພລາສະຕິກ, ການນຳເອົາສິ່ງເສດເຫຼືອ ມານຳໃຊ້ຄືນໃໝ່, ການບໍລິໂພກສິນຄ້າພາຍໃນ ທີ່ປອດສານພິດ ແລະ ການໃຊ້ພະລັງງານແບບຍືນຍົງ ໃນຂົງເຂດການທ່ອງທ່ຽວ.

ສະນັ້ນ, ໃນປີ 2019 ເພື່ອສືບຕໍ່ຂະຫຍາຍໝາກຜົນດັ່ງກ່າວ, ພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ຈັດງານວາງສະແດງດັ່ງກ່າວຂຶ້ນ ເປັນຄັ້ງທີ 2 ພາຍໃຕ້ຄຳຂວັນ “ ການທ່ອງທ່ຽວ ແລະ ການສ້າງວຽກເຮັດງານທຳ ” ຄຽງຄູ່ກັບ ກອງປະຊຸມສຳມະນາ ແລະ ກິດຈະກຳປິ່ນອ້ອມຕ່າງໆ ເພື່ອປະກອບສ່ວນໃນການສະຫຼອງ ວັນທ່ອງທ່ຽວໂລກ ( 27 ກັນຍາ ) ໃຫ້ເປັນຂະບວນການຟົດຟື້ນ.

ງານວາງສະແດງ ແນວທາງພັດທະນາການທ່ອງທ່ຽວ ແບບຍືນຍົງ
ງານວາງສະແດງ ແນວທາງພັດທະນາການທ່ອງທ່ຽວ ແບບຍືນຍົງ
ງານວາງສະແດງ ແນວທາງພັດທະນາການທ່ອງທ່ຽວ ແບບຍືນຍົງ
ງານວາງສະແດງ ແນວທາງພັດທະນາການທ່ອງທ່ຽວ ແບບຍືນຍົງ
ງານວາງສະແດງ ແນວທາງພັດທະນາການທ່ອງທ່ຽວ ແບບຍືນຍົງ
ງານວາງສະແດງ ແນວທາງພັດທະນາການທ່ອງທ່ຽວ ແບບຍືນຍົງ