ກຸ່ມບໍລິສັດ ຄຳໄພຊະນະ ມອບເງິນຊ່ວຍເຫຼືອ ຜູ້ປະສົບໄພນໍ້າຖ້ວມ ຢູ່ພາກໃຕ້

0
871

ໃນວັນທີ 30 ກັນຍາ 2019, ທ່ານ ເພັດ ພົມພິພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ໄດ້ຕາງໜ້າລັດຖະບານຮັບເງິນຊ່ວຍເຫຼືອ ຜູ້ປະສົບໄພນໍ້າຖ້ວມ ຈາກກຸ່ມບໍລິສັດ ຄຳໄພຊະນະ ຈຳນວນ 200.000.000 ກີບ, ເຊິ່ງມອບໂດຍ ທ່ານ ຄໍາໄພ ສົມຊະນະ ປະທານກຸ່ມບໍລິສັດດັ່ງກ່າວ ໂດຍມີພະນັກງານທີ່ກ່ຽວຂ້ອງ ແລະ ກຸ່ມບໍລິສັດ ເຂົ້າຮ່ວມ.

ທ່ານ ຄໍາໄພ ສົມຊະນະ

ທ່ານ ຄໍາໄພ ສົມຊະນະ ກ່າວວ່າ:

ການນໍາເງິນມາມອບໃນຄັ້ງນີ້ ແມ່ນຈໍານວນ 200.000.000 ກີບ ເພື່ອທີ່ຈະນໍາໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ທາງພາກໃຕ້ ພາຍຫຼັງທີ່ໄດ້ຮັບຜົນກະທົບເປັນຈໍານວນຫຼາຍ ແລະ ເພື່ອເປັນການຟື້ນຟູຊີວິດການເປັນຢູ່ຂອງພໍ່-ແມ່ປະຊາຊົນ ເປັນຕົ້ນແມ່ນ ເຮືອນ-ຊານ, ຮົ້ວ-ສວນ, ໄຮ່ນາ ແລະ ແຫຼ່ງທໍາການຜະລິດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ນອກນີ້, ໃນຕໍ່ໜ້າ ທາງກຸ່ມບໍລິສັດ ແມ່ນຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອ ທາງດ້ານວັດຖຸ-ປັດໄຈ ເພື່ອນໍາມາມອບໃຫ້ແກ່ລັດຖະບານຕື່ມອີກ.

ທ່ານ ຄຳໄພ ສົມຊະນະ - ທ່ານ ເພັດ ພົມພິພັກ
ທ່ານ ຄຳໄພ ສົມຊະນະ – ທ່ານ ເພັດ ພົມພິພັກ

ໃນໂອກາດນີ້, ທ່ານ ເພັດ ພົມພິພັກ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ທ່ານປະທານກຸ່ມບໍລິສັດ ທີ່ໄດ້ນຳເອົາເງິນມາມອບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ ແລະ ເງິນຊ່ວຍເຫຼືອດັ່ງກ່າວ ແມ່ນຈະໄດ້ນຳໄປມອບໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກແກ່ ຜູ້ປະສົບໄພນໍ້າຖ້ວມ ໃນປີນີ້.

ການຊ່ວຍເຫຼືອດັ່ງກ່າວ ຈະເປັນກຳລັງໃຈໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນເຮັດໃຫ້ການແກ້ໄຂໄພພິບັດ ກໍຄື ຜົນກະທົບຕໍ່ຊີວິດການເປັນຢູ່ຂອງ ຜູ້ປະສົບໄພນໍ້າຖ້ວມ ຢູ່ທ້ອງຖິ່ນຕ່າງໆ ໃຫ້ສາມາດຜ່ານພົ້ນຄວາມຫຍຸ້ງຍາກໃນຄັ້ງນີ້ໄປໄດ້.