ກອງປະຊຸມສ່ອງແສງວຽກງານພັກ – ວຽກງານການເມືອງ ຂອງ ກໍາລັງ ປກສ 4 ແຂວງພາກເໜືອ ປະຈໍາເຂດ I ໂດຍມີ: ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ ໄດ້ຮ່ວມກັນຈັດຂຶ້ນໃນທ້າຍອາທິດຜ່ານມາ, ເຊິ່ງເຂົ້າຮ່ວມໂດຍ ພົຈວ ບຸນມີ ແສງຄໍາຢອງ ຄະນະປະຈໍາພັກກະຊວງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ, ມີຕາງໜ້າຈາກກົມອ້ອມຂ້າງ, ຄະນະພັກ – ຄະນະບັນຊາ ກອງບັນຊາການ ປກສ 4 ແຂວງພາກເໜືອ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພົຈວ ບຸນມີ ແສງຄໍາຢອງ ຄະນະປະຈໍາພັກກະຊວງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ

ກອງປະຊຸມ ໄດ້ລາຍງານສະພາບປະກົດການຫຍໍ້ທໍ້ທາງສັງຄົມ ຈາກຫົວໜ້າກອງບັນຊາການ 4 ແຂວງ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ອຸບັດຕິເຫດ, ອັກຄີໄພ, ຄາດຕະກໍາ, ຄ້າ-ຂາຍເຖື່ອນ, ບັນຫາສາສະໜາ ແລະອື່ນໆ ເຊິ່ງມັນໄດ້ສົ່ງຜົນກະທົບຢ່າງຮ້າຍແຮງ ຕໍ່ການພັດທະນາເສດຖະກິດ – ສັງຄົມ, ມັນສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ, ວຽກງານສຶກສາອົບຮົມນໍາພາການເມືອງ – ແນວຄິດ ຢ່າງເປັນປົກກະຕິ ເຮັດຢ່າງເນື່ອງນິດລຽນຕິດ.

ກອງປະຊຸມສ່ອງແສງວຽກງານພັກ – ວຽກງານການເມືອງ ຂອງ ກໍາລັງ ປກສ 4 ແຂວງພາກເໜືອ ປະຈໍາເຂດ I

ດ້ວຍການດໍາເນີນຈັດຕັ້ງເຊື່ອມຊຶມ ເອກະສານທີ່ສໍາຄັນຂອງພັກ – ຂອງຊາດ ເປັນຕົ້ນແມ່ນ ເຊື່ອມຊຶມມະຕິ X ຂອງພັກ, ມະຕິ X ຂອງ ອົງຄະນະພັກແຂວງ, ມະຕິ IV ຂອງ ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ, ມະຕິ VI ຂອງ ອົງຄະນະພັກ ປກສ ແຂວງ, ເອກະສານ 3 ທາດແທ້, 7 ມູນ ເຊື້ອຂອງກໍາລັງ, ຂໍ້ຫ້າມຕ່າງໆຂອງ ກໍາລັງປ້ອງກັນຄວາມສະຫງົບ ແລະອື່ນໆ ໃຫ້ຄະນະພັກທຸກຂັ້ນ ພ້ອມດ້ວຍພະນັກງານ – ນັກຮົບ ທົ່ວ ປກສ ແຂວງ.

ກອງປະຊຸມສ່ອງແສງວຽກງານພັກ – ວຽກງານການເມືອງ ຂອງ ກໍາລັງ ປກສ 4 ແຂວງພາກເໜືອ ປະຈໍາເຂດ I

ນອກນັ້ນ, ຍັງ 5 ຫຼັກການ 3 ທິດນໍາຂອງພັກ ໂດຍໄດ້ກໍ່ສ້າງມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າເຂົ້າຮຽນສະໜັບສະໜູນ ຈໍານວນ 18 ສະຫາຍ, ຮຽນລະບຽບພັກ ມີ 20 ສະຫາຍ, ຂະຫຍາຍເຂົ້າເປັນສະມາຊິກພັກສໍາຮອງ ມີ 16 ສະຫາຍ ຍິງ 3 ສະຫາຍ, ເລື່ອນຂຶ້ນເປັນສະມາຊິກພັກສົມບູນ ມີ 6 ສະຫາຍ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ປະຕິບັດແນວທາງນະໂຍບາຍຂອງພັກ ໂດຍໄດ້ສົ່ງພະນັກງານ – ນັກຮົບ ໄປຮຽນວິຊາສະເພາະປ້ອງກັນຄວາມສະຫງົບ ຢູ່ໂຮງຮຽນ ປກສ ຊັ້ນສູງ ເລກ I ແຂວງອຸດົມໄຊ ມີ 25 ສະຫາຍ, ສົ່ງນາຍ ແລະ ພົນຕໍາຫຼວດ ເຂົ້າຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ມີ 3 ສະຫາຍ.

ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ

ໂອກາດດັ່ງກ່າວ, ສະຫາຍ ພົຈວ ບຸນມີ ແສງຄໍາຢອງ ໄດ້ເນັ້ນໃຫ້ ຄະນະພັກ – ຄະນະບັນຊາ ກອງບັນຊາການ ປກສ ທັງ 4 ແຂວງ ຈົ່ງສືບຕໍ່ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ – ນໍາພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ – ນັກຮົບ ຢ່າງເນື່ອງນິດລຽນຕິດ, ມີຄວາມສາມັກຄີເປັນເອກະພາບ ພາຍໃນພັກ, ມີສະຕິລະວັງ ຕົວ ຕໍ່ກຸ່ມຄົນບໍ່ດີ, ເພີ່ມທະວີການແກ້ໄຂວຽກງານວິຊາສະເພາະ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ສະຫາຍ ພົຈວ ບຸນມີ ແສງຄໍາຢອງ ໄດ້ເນັ້ນໃຫ້ ຄະນະພັກ – ຄະນະບັນຊາ ກອງບັນຊາການ ປກສ ທັງ 4 ແຂວງ ຈົ່ງສືບຕໍ່ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ – ນໍາພາແນວຄິດ