ໃນວັນທີ 30 ກັນຍາ 2019, ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງອຸປະໂພກ ພ້ອມດ້ວຍເງິນສົດ ຈຳນວນ 70.000.000 ກີບ ໄປມອບໃຫ້ ຫ້ອງວ່າການປົກຄອງ ແຂວງຄຳມ່ວນ ເພື່ອນຳເອົາໄປຊ່ວຍເຫຼືອພໍ່-ແມ່ປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກນ້ຳຖ້ວມ ພາຍໃນແຂວງ ລວມມູນຄ່າໃນການຊ່ວຍເຫຼືອຄັ້ງນີ້ ຈຳນວນ 100.000.000 ກີບ, ເຊິ່ງເປັນກຽດກ່າວມອບໂດຍ ພົທ ວິໄລ ຫຼ້າຄຳຟອງ ແລະ ກ່າວຮັບໂດຍ ທ່ານ ໂອໃດ ສຸດາພອນ ເຈົ້າແຂວງໆຄຳມ່ວນ.

ທ່ານ ໂອໃດ ສຸດາພອນ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ພ້ອມທັງອວຍພອນໃຫ້ ບັນດາທ່ານປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ, ພ້ອມທັງກ່າວວ່າ:

ເຄື່ອງຈຳນວນດັ່ງກ່າວນີ້ ທາງແຂວງຄຳມ່ວນ ຈະໄດ້ນຳໄປຊ່ວຍເຫຼືອພໍ່-ແມ່ປະຊາຊົນ ຕາມບັນດາເມືອງທີ່ຖືກຜົນກະທົບຈາກໄພພິບັດ ຢ່າງທົ່ວເຖິງ.

ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງອຸປະໂພກ ພ້ອມດ້ວຍເງິນສົດ ຈຳນວນ 70.000.000 ກີບ ໄປມອບໃຫ້ ຫ້ອງວ່າການປົກຄອງ ແຂວງຄຳມ່ວນ
ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງອຸປະໂພກ ພ້ອມດ້ວຍເງິນສົດ ຈຳນວນ 70.000.000 ກີບ ໄປມອບໃຫ້ ຫ້ອງວ່າການປົກຄອງ ແຂວງຄຳມ່ວນ