ຟອດມໍເຕີ ຄອມປານີ ສົ່ງເສີມໂຄງການວຽງຈັນສີຂຽວ ແລະ ອົງການເພື່ອມະນຸດສະທຳ

0
662
ພິທີມອບທຶນຢ່າງເປັນທາງການຂອງບໍລິສັດ ຟອດມໍເຕີ ຄອມປານີ
ພິທີມອບທຶນຢ່າງເປັນທາງການຂອງບໍລິສັດຟອດມໍເຕີ ຄອມປານີ

ວັນທີ 30 ກັນຍາ 2019, ບໍລິສັດ ຟອດມໍເຕີ ຄອມປານີ ພ້ອມດ້ວຍຄູ່ຮ່ວມທຸລະກິດ ໜຶ່ງດຽວໃນ ສປປ ລາວ ໄດ້ຖະແຫຼງຂ່າວ ພ້ອມມອບທຶນຊ່ວຍເຫຼືອ ແລະ ສະໜັບສະໜູນໂຄງການວຽງຈັນສີຂຽວ ແລະ ອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມໃນລາວ ມູນຄ່າ 25.000 ໂດລາ; ເຊິ່ງຕາງໜ້າມອບໂດຍ ທ່ານ ຈັກກະພົນ ມາລາບັນດິດ ຜູ້ຈັດການຝ່າຍບໍລິຫານ ແລະ ຝ່າຍຂາຍ ບໍລິສັດ ລາວຟອດຊີຕີ ແລະ ຕາງໜ້າຮັບຂອງ ໂຄງການມະນຸດສະທຳ ແລະ ການມີສ່ວນຮ່ວມໂດຍ ທ່ານ ສຸລິໄຊ ແລະ ທ່ານ Serge Doussantouse Green Vientiane ວຽງຈັນສີຂຽວ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ເຂົ້າຮ່ວມ.

ບໍລິສັດ ຟອດມໍເຕີ ຄອມປານີ ແລະ ບໍລິສັດ ລາວຟອດຊີຕີ ໄດ້ເລີ່ມການມອບທຶນຊ່ວຍເຫຼືອນັບຕັ້ງແຕ່ປີ 2012 ເປັນຕົ້ນມາ, ໂດຍປີທຳອິດໄດ້ເຮັດໂຄງການປູກຜັກຂອງໂຮງຮຽນ ທົ່ວນະຄອນຫຼວງ ລວມທຶນທີ່ມອບ 20.000 ໂດລາ; ປີຕໍ່ມາ, ໄດ້ມອບທຶນສ້າງໂຮງຮຽນບ້ານຊໍ້ ຈຳນວນ 20.000 ໂດລາ; ປີ 2014 ໄດ້ມອບທຶນໃຫ້ແກ່ ອົງການ LIRE ເພື່ອຝຶກອົບຮົບໜ່ວຍກູ້ໄພ້ 1623 ມູນຄ່າ 20.000 ໂດລາ; ປີ 2015 ໄດ້ມອບທຶນການສຶກສາໃຫ້ແກ່ ໂຮງຮຽນ LANITH ມູນຄ່າ 20.000 ໂດລາ; ປີ 2016 ໄດ້ມອບທຶນສະໜູນໃຫ້ແກ່ ອົງການສຸພານິມິດສາກົນ ປະຈຳລາວ ມູນຄ່າ 25.000 ໂດລາ; ປີ 2017 ໄດ້ມອບທຶນໃຫ້ແກ່ ອົງການກົງຟຣູອ່ອງ ເພື່ອອະນຸລັກປົກປັກຮັກສາສິ່ງແວດລ້ອມໃນລາວ ມູນຄ່າ 25.000 ໂດລາ ແລະ ປີ 2018 ໄດ້ມອບທຶນໃຫ້ແກ່ ອົງການເພື່ອສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກ ມູນຄ່າ 25.000 ໂດລາ.

ປີນີ້, ບໍລິສັດ ຟອດມໍເຕີ ຄອມປານີ ແລະ ບໍລິສັດ ລາວຟອດຊີຕີ ກໍໄດ້ສືບຕໍ່ມອບທຶນການຊ່ວຍເຫຼືອ ໂດຍໄດ້ເລືອກເອົາ ອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ ຈຳນວນ 20.000 ໂດລາ ແລະ ອົງການວຽງຈັນສີຂຽວ ຈຳນວນ 5.000 ໂດລາ; ເຊິ່ງ 2 ອົງການນີ້ ຈະໝູນໃຊ້ເງິນທຶນໃນການສະໜອງການພັດທະນາເຂດຊຸມຊົນ ໃຫ້ມີຄວາມສະອາດ ແລະ ກວດກາເກັບກູ້ລະເບີດທີ່ບໍ່ທັນແຕກ ໃນແຂວງຫົວພັນ.