ແຂວງຊຽງຂວາງ ແຈ້ງ ເຈົ້າຂອງ ລົດ ບັນທຸກໄມ້ 25 ຄັນ ໃຫ້ໄປພົວພັນເອົາພາຍກໍານົດ 10 ວັນ

0
3718
ແຈ້ງ ເຈົ້າຂອງ ລົດບັນທຸກໄມ້ 25 ຄັນ ໃຫ້ໄປພົວພັນເອົາພາຍກໍານົດ 10 ວັນ
ແຈ້ງ ເຈົ້າຂອງ ລົດບັນທຸກໄມ້ 25 ຄັນ ໃຫ້ໄປພົວພັນເອົາພາຍກໍານົດ 10 ວັນ

ພະແນກກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງ ໄດ້ອອກແຈ້ງການເຖິງ ເຈົ້າຂອງ ລົດບັນທຸກໄມ້ ຈໍານວນ 25 ຄັນ ທີ່ຖືກໜ່ວຍງານສະເພາະກິດແຂວງຊຽງຂວາງ ສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ຢຶດໄວ້ແຕ່ໃນວັນທີ 11 ກໍລະກົດ ທີ່ຜ່ານມາ, ເນື່ອງຈາກລະເມີດຕໍ່ຄໍາສັ່ງເລກທີ 15/ນຍ, ໃຫ້ມາພົວພັນເອົາຢູ່ພະແນກກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງພາຍໃນກໍານົດ 10 ວັນ ແຕ່ວັນທີ 3-13 ຕຸລາ 2019. ຖ້າຫາກກາຍກໍານົດດັ່ງກ່າວ, ຈະຖືກຢຶດເປັນຊັບສິນຂອງລັດ ທັງໄມ້ ແລະ ລົດ.

ແຈ້ງ ເຈົ້າຂອງ ລົດບັນທຸກໄມ້ 25 ຄັນ ໃຫ້ໄປພົວພັນເອົາພາຍກໍານົດ 10 ວັນ
ແຈ້ງ ເຈົ້າຂອງ ລົດບັນທຸກໄມ້ 25 ຄັນ ໃຫ້ໄປພົວພັນເອົາພາຍກໍານົດ 10 ວັນ

ເຈົ້າໜ້າທີ່ພະແນກຕໍາຫຼວດເສດຖະກິດ ປກສ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ລົດບັນທຸກຈໍານວນດັ່ງກ່າວ ແມ່ນຢຶດໄວ້ຢູ່ໂຮງງານປຸງແຕ່ງໄມ້ ສຸກກະເສີມ ພັນທະວົງ ແລະ ໂຮງງານປຸງແຕ່ງໄມ້ ສຸນະລາດ ພັນ ທະວົງ. ຜ່ານການສືບສວນ-ສອບສວນ ເຈົ້າຂອງ ໂຮງງານປຸງແຕ່ງທັງ 2 ແຫ່ງ ໃຫ້ການວ່າ: ໄມ້ຈໍານວນດັ່ງກ່າວນີ້ ແມ່ນເປັນໄມ້ຂອງຄົນຫວຽດນາມ ທີ່ລັກລອບເອົາໄມ້ຂຶ້ນລົດໂດຍບໍ່ໄດ້ແຈ້ງຕໍ່ ເຈົ້າຂອງ ໂຮງງານ ຈຸດປະ ສົງແມ່ນຈະສົ່ງອອກໄປປະເທດ ສສ ຫວຽດນາມ ແລະ ເຈົ້າຂອງ ລົດແມ່ນໄດ້ເອົາຕົວຫຼົບໜີ. ໃນນີ້, ການລັກລອບເອົາໄມ້ຂຶ້ນໃສ່ລົດ ແມ່ນເປັນປະເພດລົດບັນທຸກ 12 ລໍ້ ລວມທັງໝົດຈໍານວນ 25 ຄັນ ແຕ່ລະຄັນມີໄມ້ເຕັມລົດ ປະເພດໄມ້ຕັບ, ໄມ້ເສັ້ນ ແລະ ໄມ້ປຸງແຕ່ງເປັນເຄື່ອງເຟີນີເຈີສໍາເລັດຮູບແລ້ວຈໍານວນໜຶ່ງ ມີບໍລິມາດທັງໝົດ 1.136,598 ແມັດກ້ອນມີດັ່ງນີ້:

ລົດບັນທຸກ ປະເພດ 12 ລໍ້ ຈໍານວນ 15 ຄັນ ທີ່ຈອດໄວ້ຢູ່ໂຮງງານປຸງແຕ່ງໄມ້ ສຸກກະເສີມ ພັນ ທະວົງ ທີ່ບໍ່ທັນມີ ເຈົ້າຂອງ ໄປພົວພັນເອົາປະ ກອບມີ:

  • 1. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບຂ 2968 ກໍາແພງນະຄອນ,
  • 2. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບຂ 1238 ຊຽງຂວາງ,
  • 3. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 0955 ຊຽງຂວາງ,
  • 4. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 9505 ກໍາແພງນະຄອນ,
  • 5. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບຂ 2698 ກໍາແພງນະຄອນ,
  • 6. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 0730 ຊຽງຂວາງ,
  • 7. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 1450 ຊຽງຂວາງ,
  • 8. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບຂ 8888 ຫົວພັນ,
  • 9. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບຂ 2488 ກໍາແພງນະຄອນ,
  • 10. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 1053 ຊຽງຂວາງ,
  • 11. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 1169 ຊຽງຂວາງ,
  • 12. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ 36c-15842,
  • 13. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ 36c-02719,
  • 14. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ 37c-07833
  • 15. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ 39c-14047.

ສ່ວນອີກຈໍານວນ 10 ຄັນທີ່ຈອດໄວ້ໂຮງງານປຸງແຕ່ງໄມ້ ສຸນະລາດ ພັນທະວົງ ໃຫ້ເຈົ້າຂອງລົດໄປພົວພັນເອົາດ່ວນ

  • 1. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 6463 ຊຽງຂວາງ,
  • 2. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 1134 ຊຽງຂວາງ,
  • 3. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 0987 ຊຽງຂວາງ,
  • 4. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 1454 ຊຽງຂວາງ,
  • 5. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 4837 ກໍາແພງນະຄອນ,
  • 6. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 0555 ຊຽງຂວາງ,
  • 7. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ 36c-08398,
  • 8. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ 36c-16729,
  • 9. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ 36c-09939
  • 10. ລົດບັນທຸກ 12 ລໍ້ ໝາຍເລກທະບຽນ 36c-11821.
ແຈ້ງ ເຈົ້າຂອງ ລົດບັນທຸກໄມ້ 25 ຄັນ ໃຫ້ໄປພົວພັນເອົາພາຍກໍານົດ 10 ວັນ
ແຈ້ງ ເຈົ້າຂອງ ລົດບັນທຸກໄມ້ 25 ຄັນ ໃຫ້ໄປພົວພັນເອົາພາຍກໍານົດ 10 ວັນ

        ການກະທໍາດັ່ງກ່າວນີ້ ແມ່ນລະເມີດຕໍ່ຄໍາສັ່ງເລກທີ 15/ນຍ, ຄໍາແນະນໍາເລກທີ 2143/ອຄ.ກຂອ ມາດຕາ 101 ຂໍ້ 8, 9 ແລະ 13 ວ່າດ້ວຍກົດໝາຍໄມ້ (ຂໍ້ຫ້າມສໍາລັບນັກທຸກລະກິດ) ແລະ ກົດໝາຍອາຍາ ມາດຕາ 311 ວ່າດ້ວຍການລະເມີດລະບຽບການຂຸດຄົ້ນ ແລະ ປົກປັກຮັກປ່າໄມ້ ມາດຕາ 327 ວ່າດ້ວຍການຕັດ, ຊື້-ຂາຍ ຫຼື ເຄື່ອນຍ້າຍໄມ້ໂດຍບໍ່ຖືກຕ້ອງຕາມກົດໝາຍ.

ແຈ້ງ ເຈົ້າຂອງລົດ ບັນ ທຸກໄມ້ 25 ຄັນ ໃຫ້ໄປພົວພັນເອົາພາຍກໍານົດ 10 ວັນ
ແຈ້ງ ເຈົ້າຂອງລົດ ບັນ ທຸກໄມ້ 25 ຄັນ ໃຫ້ໄປພົວພັນເອົາພາຍກໍານົດ 10 ວັນ