ທ້າວ ຫຼຸມຄໍາ ອາຍຸ 22 ປີ ປະຊາຊົນຢູ່ບ້ານໂພນງາມເໜືອ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ ຕິດເກມ ຂັ້ນຮຸນແຮງ ເຖິງຂັ້ນບໍ່ສາມາດຢຸດເຊົາໄດ້ ເຮັດໃຫ້ຜູ້ກ່ຽວຕ້ອງດີ້ນຮົນຊອກຫາເງິນໄປໃນທາງທີ່ຜິດ ເພື່ອຫຼິ້ນເກມ ຄື: ວັນທີ 12 ສິງຫາ 2019, ໄດ້ໄປລັກງັດເຂົ້າເຮືອນປະຊາຊົນບ້ານດຽວກັນ ແລ້ວເອົາຊັບສິນມີຄ່າຈໍານວນໜຶ່ງໜີໄປ. ຈາກນັ້ນ, 3 ວັນຕໍ່ມາ ເຈົ້າໜ້າທີ່ກອງຄະດີອາຍາ ປກສ ເມືອງໂພນໂຮງ ກໍສາມາດຈັບຕົວໄດ້ໄປດໍາເນີນຄະດີຕາມລະບຽບກົດໝາຍ.

ຕິດເກມ ຊອກລັກຊັບ… ຖືກຈັບໄດ້ອີກ 3 ວັນຕໍ່ມາ
ຕິດເກມ ຊອກລັກຊັບ… ຖືກຈັບໄດ້ອີກ 3 ວັນຕໍ່ມາ

ເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 13 ສິງຫາ 2019, ຜູ້ເສຍຫາຍບ້ານໂພນງາມເໜືອ ໄດ້ເຂົ້າແຈ້ງຄວາມວ່າ: ມີຄົນຮ້າຍບໍ່ຮູ້ຈໍານວນໄດ້ເຂົ້າໄປລັກຊັບພາຍໃນເຮືອນ, ເຊິ່ງມີເຄື່ອງເສຍຫາຍ ຄື: ສາຍແອວ 1 ເສັ້ນ, ສາຍຄໍຄໍາ 1 ເສັ້ນ, ໂທລະສັບຫົວເຫວີຍ 1 ເຄື່ອງ, ປຶ້ມບັນຊີທະນາຄານ 3 ຫົວ ແລະ ລົດຈັກຄິກໄອ 1 ຄັນ. ຈາກນັ້ນ, ຈຶ່ງໄດ້ຈັດຕໍາຫຼວດວິຊາສະເພາະໄປເກັບກໍາຂໍ້ມູນ ພ້ອມທັງຂຶ້ນເປົ້າໝາຍ. ຜ່ານການຕິດຕາມຮອດວັນທີ 15 ກັນຍາ, ຈຶ່ງສາມາດກັກຕົວຜູ້ກໍ່ເຫດຊື່ ທ້າວ ຫຼຸມຄໍາ ຄົນບ້ານດຽວກັນໄປດໍາເນີນການສອບສວນ.

ຕິດເກມ ຊອກລັກຊັບ… ຖືກຈັບໄດ້ອີກ 3 ວັນຕໍ່ມາ
ຕິດເກມ ຊອກລັກຊັບ… ຖືກຈັບໄດ້ອີກ 3 ວັນຕໍ່ມາ

ຜ່ານການສອບສວນ ທ້າວ ຫຼຸມຄໍາ ຮັບສາລະພາບວ່າ: ໃນວັນທີ 12 ສິງຫາ 2019, ຜູ້ກ່ຽວໄດ້ຍ່າງໄປຫຼິ້ນເກມຢູ່ຮ້ານເກມແຫ່ງໜຶ່ງຢູ່ພາຍໃນບ້ານໂພນງາມເໜືອ. ຈົນຮອດເວລາ 24:00 ໂມງຂອງວັນດຽວກັນ ແລະ ເງິນໝົດ. ຜູ້ກ່ຽວໄດ້ຍ່າງກັບໄປເຮືອນ ພ້ອມທັງຊອກລັກຊັບ. ພໍຍ່າງກັບມາຮອດເຮືອນ ນາງ ພວງມະລີ, ຜູ້ກ່ຽວສັງ ເຫດເຫັນປະຕູເຮືອນຄົວອັດຢູ່ ແຕ່ເຫັນເຊືອກມັດຈ່ອງໄວ້ ຜູ້ກ່ຽວຈຶ່ງໄດ້ເອົາໄຟຢາສູບຈູດເຊືອກທີ່ມັດຈ່ອງປະຕູນັ້ນຂາດອອກ ແລ້ວເຂົ້າໄປຄົ້ນຕູ້ໃສ່ເຄື່ອງ ຈໍານວນ 2 ໜ່ວຍ ຢູ່ພາຍໃນເຮືອນພົບເຫັນສາຍແອວສີເຫຼືອງ 1 ເສັ້ນ, ສາຍຄໍຄໍາ 1 ເສັ້ນ, ໂທລະສັບ ຫົວເຫວີຍ 1 ເຄື່ອງ ແລະ ປື້ມບັນຊີທະນາຄານ 3 ຫົວ. ຈາກນັ້ນ, ກໍຊຸກເອົາລົດຈັກຄິກໄອ 1 ຄັນ ອອກມາແລ້ວຂີ່ໄປເຮືອນ ເພື່ອຈະເອົາໄປຂາຍແຕ່ຖືກຈັບກ່ອນ.

ຕິດເກມ ຊອກລັກຊັບ… ຖືກຈັບໄດ້ອີກ 3 ວັນຕໍ່ມາ
ຕິດເກມ ຊອກລັກຊັບ… ຖືກຈັບໄດ້ອີກ 3 ວັນຕໍ່ມາ

ເຈົ້າໜ້າທີ່, ກອງຄະດີອາຍາ ປກສ ເມືອງໂພນໂຮງ ໄດ້ເກັບກູ້ຊັບສິນ ທ້າວ ຫຼຸມຄໍາລັກ ໄປນັ້ນມີສາຍແອວສີເຫຼືອງ 1 ເສັ້ນ, ສາຍຄໍຄໍາ 1 ເສັ້ນ, ໂທລະສັບຫົວເຫວີຍ 1 ເຄື່ອງ, ປຶ້ມບັນຊີທະນາຄານ 3 ຫົວ ແລະ ລົດຈັກຄິກໄອ 1 ຄັນ ມອບຄືນໃຫ້ເຈົ້າຂອງເດີມເປັນທີ່ຮຽບຮ້ອຍແລ້ວ.