ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມຊຸກຍູ້ຕິດຕາມການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ເພື່ອເປັນການສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ຢູ່ແຂວງຫຼວງນໍ້າທາ, ໂດຍມີ ທ່ານ ບຸນຍີ ແກ້ວຄູນເມືອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ປະທານກຳມະການຕ້ານການຄ້າມະນຸດຂັ້ນແຂວງ, ພັອ ປອ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ຫົວໜ້າກອງເລຂາ, ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ມີບັນດາແຂກທີຮັບເຊີນເຂົ້າຮ່ວມ ໃນວັນທີ 1 ຕຸລາ 2019.

ກອງປະຊຸມ ໄດ້ຮັບຟັງລາຍງານຜົນການຈັດຕັ້ງຜັນຂະຫຍາຍ ດຳລັດ 245/ນຍ ລົງວັນທີ 3 ກໍລະກົດ 2018 ແລະ ການເຄື່ອນໄຫວວຽກງານຕ້ານການຄ້າມະນຸດພາຍ ໃນແຂວງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ເປັນແຂວງທີ່ມີຊາຍແດນຕິດຈອດກັບ ສປ ຈີນ 153 ກິໂລແມັດ, ມີປະຕູດ່ານເຂົ້າ-ອອກ 3 ແຫ່ງ, ຕິດຈອດກັບ ສະຫະພາບມຽນມາ 130 ກິໂລແມັດ.

ແຂວງຫຼວງນໍ້າທາ ເປັນພື້ນທີ່ໜຶ່ງທີ່ກຸ່ມຄົນບໍ່ດີສວຍໃຊ້ ເປັນເສັ້ນທາງຜ່ານແອບແຝງ ການຄ້າມະນຸດ ດ້ວຍຫຼາຍຮູບແບບ, ປີຜ່ານມາ ໄດ້ຮັບຄຳຮ້ອງ 9 ເລື່ອງ, ໄດ້ສຳພາດ ແລະ ກຳນົດຕົວຜູ້ຖືກເຄາະຮ້າຍ 85 ຄົນ ຍິງ 79 ຄົນ ອາຍຸຕໍ່າກວ່າ 18 ປີ 20 ຄົນ, ແຕ່ງງານແອບແຝງ 80 ຄົນ, ຖືກບັງຄັບຂາຍບໍລິການທາງເພດ 3 ຄົນ, ໄດ້ສຶກສາອົບຮົມຄົນລາວທີ່ຈະເດີນທາງເຂົ້າໄປ ສປ ຈີນ ທີ່ມີຄວາມສ່ຽງຕົກເປັນເຫຍື່ອຂອງການຄ້າມະນຸດ ໃຫ້ກັບຄືນທ້ອງຖິ່ນຈຳນວນ 257 ຄົນ, ອາຍຸຕໍ່າກວ່າ 18 ປີ 19 ຄົນ. ນອກນັ້ນ, ວຽກງານອື່ນໆ ກໍໄດ້ດຳເນີນ ແລະ ມີຜົນສຳເລັດ.

ໂອກາດດັ່ງກ່າວ, ພັອ ປອ ເພັງສະຫວັນ ທິບພະວົງໄຊ ໄດ້ກ່າວຊົມເຊີຍຕໍ່ຜົນງານ ໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ ຄະນະນຳຂັ້ນແຂວງ, ຂັ້ນກອງບັນຊາການ ປກສ ແຂວງ, ປກສ ເມືອງ ເປັນເຈົ້າການເຫັນໄດ້ຄວາມສຳຄັນຕໍ່ວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ.