ປັດຈຸບັນ, ຂະແໜງເຟີນິເຈີ ມີການພັດທະນາທີ່ໂດດເດັ່ນເຫັນໄດ້ຢ່າງຊັດເຈນ ສະແດງອອກຈາກການອອກແບບ, ລວດລາຍ, ສີມື ແລະ ລວມໄປເຖິງມາດຕະຖານຄວາມຄົງທົນຂອງວັດຖຸດິບທີ່ນຳມາຜະລິດ ທັງນີ້ແນໃສ່ເຮັດໃຫ້ຜູ້ຊົມໃຊ້ທັງພາຍໃນ ແລະ ຕ່າງປະເທດ ໄດ້ນຳໃຊ້ສິນຄ້າທີ່ມາດຖານຈາກສີມືຄົນລາວ.

ເຄແອນບີ ເຟີນິເຈີ ພັດທະນາ ສິນຄ້າ ຂອງຄົນລາວໃຫ້ສາມາດແຂ່ງຂັນ ກັບພາກພື້ນ-ສາກົນ

ທ່ານ ກອງມາລາ ພົມມາໄລ, ຮອງປະທານສະມາຄົມເຟີນິເຈີລາວ, ທັງເປັນເຈົ້າຂອງໂຮງງານ ເຄແອນບີ ເຟີນິເຈີ ໄດ້ເປີດເຜີຍຕໍ່ສື່ມວນໃນໂອກາດນຳພາສະມາຊິກ ນຳເງິນໄປມອບຊ່ວຍ ເຫຼືອຜູ້ປະສົບໄພນ້ຳຖ້ວມ ພາກກາງ ແລະ ພາກໃຕ້ ທີ່ກະຊວງແຮງງານໃນອາທິດຜ່ານມາ ວ່າ:

ກວ່າ 30 ປີແລ້ວ ທີ່່ໂຮງງານ ເຄແອນບີ ເຟີນິເຈີ ມີການ ພັດທະນາ ສິນຄ້າຂຶ້ນມາ ເລື້ອຍໆ ພາຍໃຕ້ນະໂຍບາຍຫຼັກທີ່ວ່າ “ ການ ພັດທະນາ ຂອງສິນຄ້າ ໄປຄຽງຄູ່ກັບນະໂຍບາຍ ຂອງລັດຖະບານ ເພື່ອໃຫ້ສິນຄ້າຂອງຄົນລາວ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ.

ລວມໄປເຖິງການມຸ່ງເນັ້ນສົ່ງເສີມທັກສະສີມືແຮງງານຄົນລາວ ແລະ ເພື່ອຈັດຕັ້ງຜັນຂະ ຫຍາຍການດຳເນີນທຸລະກິດໃຫ້ປະສົບຜົນສຳເລັດ ແລະ ເຕີບໃຫຍ່ຂື້ນເລື້ອຍໆນັ້ນ ເຄແອນບີ ເຟີນິເຈີ ໄດ້ມີແຜນການປັບປຸງຫຼາຍດ້ານ ເປັນຕົ້ນ:

ດ້ານເຕັກນິກວິຊາການ ໂດຍຈະມີການຍົກລະດັບສີມືແຮງງານພະນັກງານໃຫ້ເປັນມືອາຊີບ ແລະ ສາກົນ ເພື່ອໃຫ້ ແທດເໝາະກັບຄວາມຕ້ອງການຂອງຜູ້ຊົມໃຊ້ກໍ່ຄືສັງຄົມ, ສ້າງຖານການຕະຫຼາດທີ່ເປັນຈຸດແຂງ ແລະ ເຂັ້ມແຂງດ້ານການບໍລິການ-ການຂາຍ ໃຫ້ເຂົ້າເຖິງທຸກກຸ່ມລູກຄ້າທຸກປະເພດ ທັງພາຍໃນ ແລະ ຕ່າງປະເທດ ລວມໄປເຖິງການຂະຫຍາຍຕະຫລາດອອກສູ່ສາກົນໃຫ້ຫຼາຍ ເພື່ອເປັນການປະເມີນ ແລກປ່ຽນບົດຮຽນ ແລະ ການແຂ່ງຂັນການຂາຍສິນຄ້າກັບ ເຂົາເຈົ້າ ເພື່ອນຳແຫລງລາຍຮັບເຂົ້າປະເທດເຮົາໃຫ້ຫລາຍທີ່ສຸດ ນັ້ນຄືຄວາມສຳເລັດອັນຍິ່ງໃຫຍ່ທີ່ໂຮງງານ ເຄແອນບີ ເຟີນິເຈີ ຕ້ອງກ້າວໄປໃຫ້ເຖິງ.

ເຄແອນບີ ເຟີນິເຈີ ພັດທະນາສິນຄ້າ ຂອງຄົນລາວໃຫ້ສາມາດແຂ່ງຂັນ ກັບພາກພື້ນ-ສາກົນ

ທ່ານ ກອງມາລາ ກ່າວຕື່ມວ່າ: ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງເລກທີ 15/ນຍ ເມື່ອວັນທີ 13 ພຶດສະພາ 2016 ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດພັດທະນາ ແມ່ນລັດຖະບານມີຄວາມພະຍາຍາມໃນການແກ້ໄຂ ບັນຫາໄມ້ ແລະ ມາໃນປີ 2019 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປົດລ໋ອກອອກຂໍ້ຕົກລົງ ວ່າດ້ວຍ ການຮັບຮອງເອົາລາຍການຜະລິດຕະພັນໄມ້ ເພື່ອສົ່ງອອກ (ສະບັບປັບປຸງ) ອັນເຮັດຜູ້ປະກອບການເຟີນິເຈີ ສາມາດສົ່ງອອກສິນຄ້າໄດ້ເພີ່ມຂຶ້ນ ທັງເປັນການຊຸກຍູ້ສົ່ງເສີມຈາກພາກລັດ ໃຫ້ທຸລະກິດຂະແໜງເຟີນິເຈີ ມີການເຕີບໃຫຍ່ຂະຫຍາຍຕົວ.

ເຄແອນບີ ເຟີນິເຈີ ພັດທະນາສິນຄ້າ ຂອງຄົນລາວໃຫ້ສາມາດແຂ່ງຂັນ ກັບພາກພື້ນ-ສາກົນ

ສະເພາະ ເຄແອນບີ ເຟີນິເຈີ ໃນໄລຍະບຸນອອກພັນສາປະວໍລະນາ ປີ 2019 ນີ້, ຫາກທ່ານໃດທີ່ກຳລັງຊອກຫາເຟີນິເຈີຕົບແຕ່ງເຮືອນ ໃຫ້ພົວພັນຫາໂຮງງານ ແລະ ຫ້ອງຂາຍຂອງໂຮງງານ ເຄແອນບີ ເຟີນິເຈີ ຕັ້ງຢູ່ບ້ານໂສກປ່າຫຼວງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ເພາະທາງໂຮງງານມີສ່ວນຫຼຸດແລກແຈກແຖມ ຢ່າງຖືກໃຈ ເມື່ອຊື້ສິນຄ້າຈາກທາງໂຮງງານ.