3 ພາກສ່ວນ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ

0
1697

ທ້າຍອາທິດຜ່ານມາ, ວິທະຍາຄານຕໍາຫຼວດປະຊາຊົນ ( ວຕປ ), ກອງບັນຊາການປ້ອງກັນທີ່ຕັ້ງ ແລະ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີເງື່ອນໄຂ ແລະ ເປັນການປະຕິບັດນະໂຍບາຍ ໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນໄລຍະຜ່ານ.

ພິທີເລື່ອນຊັ້ນ ທີ່ວິທະຍາຄານຕໍາຫຼວດປະຊາຊົນ, ພັທ ອ່ອນສີ ແກ້ວໂພໄຊ ຫົວໜ້າຫ້ອງການເມືອງ ວຕປ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2068/ປກສ ລົງວັນທີ 26 ກັນຍາ 2019 ແລະ ຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ສະບັບເລກທີ 2819/ກມປກສ ລົງວັນທີ 3 ກັນຍາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ວິທະຍາຄານຕໍາຫຼວດປະຊາຊົນ ໃນນັ້ນໄດ້ເລື່ອນຊັ້ນ ແລະ ປະດັບຊັ້ນໂດຍ ພົຈວ ປອ ບຸນຊູ ນາມມະຈັກ ອໍານວຍການ ວຕປ ດັ່ງນີ້:

  • ຮ້ອຍເອກ ຂຶ້ນ ພັນຕີ ຈໍານວນ 4 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ 12 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈໍານວນ 13 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ ຈໍານວນ 1 ສະຫາຍ
  • ຊັ້ນ I ຂຶ້ນ ສິບຕີ ຈໍານວນ 4 ສະຫາຍ

ທີ່ກອງບັນຊາການປ້ອງກັນທີ່ຕັ້ງ ( ປຕ ), ພັທ ນາງ ບຸນທ່ຽງ ພົມແພງມີ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງ ເລກທີ 2069/ປກສ ລົງວັນທີ 26 ກັນຍາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ຄື:

ຢູ່ທີ່ກອງບັນຊາການປ້ອງກັນທີ່ຕັ້ງ ( ປຕ )
ຢູ່ທີ່ກອງບັນຊາການປ້ອງກັນທີ່ຕັ້ງ ( ປຕ )
  • ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ ມີ 1 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ ມີ 6 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ ມີ 2 ສະຫາຍ

ເຊິ່ງໃຫ້ກຽດປະດັບຊັ້ນໂດຍ ພັອ ໄຊສີ ແກ້ວສະຫງ່າ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ.

ປະດັບຊັ້ນໂດຍ ພັອ ໄຊສີ ແກ້ວສະຫງ່າ
ປະດັບຊັ້ນໂດຍ ພັອ ໄຊສີ ແກ້ວສະຫງ່າ

ສ່ວນກອງບັນຊາການປ້ອງກັນເຄື່ອນທີ່, ພັທ ນາງ ພົມອຸລາ ເລືອງວັນໄຊ ຮັກສາການຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 2075/ປກສ ລົງວັນທີ 26 ກັນຍາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການປ້ອງກັນເຄື່ອນທີ່ ຈໍານວນ 15 ສະຫາຍ ຄື:

ຢູ່ທີ່ກອງບັນຊາການປ້ອງກັນເຄື່ອນທີ່
ຢູ່ທີ່ກອງບັນຊາການປ້ອງກັນເຄື່ອນທີ່
  • ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ ຈໍານວນ 4 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ 11 ສະຫາຍ
ປະດັບຊັ້ນໂດຍ ພັອ ພູນສະຫວັນ ພົນທະເສນາ
ປະດັບຊັ້ນໂດຍ ພັອ ພູນສະຫວັນ ພົນທະເສນາ

ໃຫ້ກຽດປະດັບຊັ້ນໂດຍ ພັອ ພູນສະຫວັນ ພົນທະເສນາ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ.