ການສັນຈອນຕາມທ້ອງຖະໜົນ ແຕ່ ວັນຈັນ ຫາ ວັນສຸກ ມີຄວາມໜາແໜ້ນ ໃນຊົ່ວໂມງຮີບດ່ວນເຂົ້າການ-ເລີກການ ຊຶ່ງຕອນເຊົ້າ ເລີ່ມແຕ່ເວລາ 7:00 ໂມງ ເຖິງ 9:00 ໂມງ ແລະ ຕອນແລງ ເລີ່ມ ແຕ່ 16:00 ໂມງ ຫາ 19:00 ໂມງ; ສ່ວນ ວັນເສົາ ແລະ ວັນອາທິດ ການສັນຈອນເປັນປົກກະຕິ; ບັນຫາລົດຕິດໃນທຸກ ວັນນີ້ແມ່ນມີຫຼາຍເສັ້ນທາງຄື: ຖະໜົນ ລ້ານຊ້າງ, ຖະໜົນໄກສອນພົມວິຫານ: ເລີ່ມແຕ່ ຄ້ອງສັນຕິພາບ ຫາ ໄຟແດງດົງ ໂດກ, ຖະໜົນ 23 ສິງຫາ, ຖະໜົນອາ ຊຽນ (T2), ຖະໜົນກໍາແພງເມືອງ (T4) ເລີ່ມແຕ່ໄຟແດງຂົວຮ່ອງແຊງ ຫາ ໄຟແດງໂພນທັນ, ຖະໜົນເສດຖາທິລາດ, ຖະໜົນໜອງບອນ ບໍລິເວນຕະຫຼາດເຊົ້າ ແລະ ຕະຫຼາດຂົວດິນ, ຖະໜົນສາມແສນໄທ ບໍລິເວນໂຮງແຮມເອຊຽນ ພາວິລຽນ ແລະ ໜ້າທະນາຄານພົງສະຫວັນ, ເສັ້ນທາງໂພນຕ້ອງ-ດົງໂດກ ບໍລິເວນຕະຫຼາດໂພນສະຫວ່າງ, ຖະໜົນດົງປາຍນາບໍລິເວນ 3 ແຍກຮ້ານອາຫານສະຖາພອນ ແລະ 4 ແຍກໂຮງຮຽນບໍລິຫານທຸລະກິດລັດຕະນະການຄ້າ, ຖະໜົນທ່າເດື່ອ ເລີ່ມເເຕ່ໄຟແດງທາດຂາດ ຫາວົງ ວຽນຈີ່ນາຍໂມ້. ນອກນີ້, ຍັງມີອີກຫຼາຍຈຸດທີ່ການຈະລາຈອນມີຄວາມສັບສົນ ແລະ ອັ່ງອໍເຊັ່ນ: ບໍລິເວນທາງເຂົ້າ-ອອກໜ້າສະຖານີລົດຂົນສົ່ງໂດຍສານຕະຫຼາດເຊົ້າ, ບໍລິເວນຕະຫຼາດຫົວຂົວ (ບຶງທາດຫຼວງ), 3 ແຍກ ຫຼື 4 ແຍກທີ່ບໍ່ ມີໄຟແດງ, ສາມແຍກ ຫຼື ສີ່ແຍກທີ່ມີໄຟ ແດງ ແລະອື່ນໆ.

ພົບຫຼາຍສາເຫດ ທີ່ພາໃຫ້ລົດຕິດ ແລະ ທິດທາງໃນການແກ້ໄຂ
ພົບຫຼາຍສາເຫດ ທີ່ພາໃຫ້ລົດຕິດ ແລະ ທິດທາງໃນການແກ້ໄຂ

ໂດຍລວມ ການຈະລາຈອນແອອັດ ແມ່ນເສັ້ນທາງສາຍຫຼັກເຂົ້າ-ອອກເມືອງ ໃນຕອນເຊົ້າ ແລະ ຕອນແລງ. ສະພາບການເດີນລົດໃນລັກສະນະດັ່ງກ່າວ ເປັນສັນຍານຊີ້ບອກການຈະລາຈອນ ຢູ່ນະຄອນຫຼວງວຽງຈັນ ກໍາລັງປ່ຽນແປງໄປໃນທາງລົບຢ່າງໄວ ເຊິ່ງຕ້ອງການແກ້ໄຂຢ່າງຮີບດ່ວນ. ເຊິ່ງສາຍເຫດຕົ້ນຕໍທີ່ພາ ໃຫ້ລົດຕິດແມ່ນມາຈາກຫຼາຍສາເຫດ ທີ່ແຕກຕ່າງກັນ ເປັນຕົ້ນແມ່ນ:

  1. ຍ້ອນປະຊາກອນມີຈໍານວນເພີ່ມຂຶ້ນ, ການຍົກຍ້າຍຖິ່ນຖານເຂົ້າມາຫາວຽກເຮັດງານທໍາ ແລະ ດໍາລົງຊີວິດໃນຕົວເມືອງໃຫຍ່ ມີຈໍານວນເພີ່ມຂຶ້ນ, ຈາກການເພີ່ມຂຶ້ນຄືແນວນັ້ນ, ທີ່ຢູ່ອາໄສກໍໄດ້ແຜ່ລາມອອກໄປຊານເມືອງ, ສ່ວນບ່ອນເຮັດວຽກ ແມ່ນຍັງຢູ່ໃນໃຈກາງເມືອງຄືເກົ່າ; ດັ່ງນັ້ນ, ຈຶ່ງມີການຫຼັງເຂົ້າ ແລະ ໄຫຼອອກໃນຊົ່ວໂມງເລັ່ງດ່ວນ.
  2. ຍານພາຫະນະມີຈໍານວນເພີ່ມຂຶ້ນ, ຕາມສະຖິຕິທົ່ວນະຄອນຫຼວງວຽງຈັນ ມີພາຫະນະທີ່ຂຶ້ນທະບຽນຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນັບແຕ່ປີ 2011-2018 ຈໍານວນ 900.000 ກວ່າຄັນ; ໃນນີ້, ລົດຈັກກວມເອົາ 272. 322 ຄັນ, ຕົວເລກນີ້ບໍ່ໄດ້ນັບເອົາ ຍານພາຫະນະຂອງກໍາລັງປະກອບອາວຸດ ປກຊ-ປກສ, ລົດຂາຈອນຈາກຕ່າງແຂວງ ແລະ ຕ່າງປະເທດທີ່ແລ່ນບໍລິການເຂົ້າ-ອອກນະຄອນຫຼວງວຽງຈັນ ໃນແຕ່ລະ ວັນ.
  3. ການປັບປຸງເສັ້ນທາງວົງແຫວນຮອບໃນ, ຮອບກາງ ແລະ ຮອບນອກ ລວມທັງເສັ້ນທາງໄຍແມງມຸມ ເຂົ້າເມືອງ-ອອກເມືອງ ຍັງບໍ່ທັນສົມຄູ່ກັບຄວາມຮຽກຮ້ອງຕ້ອງການ ແລະ ປະລິມານການຈະລາຈອນ, ເສັ້ນທາງໃຈກາງເມືອງ ມີພື້ນທີ່ຈໍາກັດ-ບໍ່ສາມາດຂະຫຍາຍອອກຕື່ມໄດ້, ເນື່ອງຈາກເປັນເຂດເມືອງເກົ່າ.
  4. ການຄຸ້ມຄອງຜັງເມືອງ ຍັງບໍ່ສອດຄ່ອງກັບແຜນແມ່ບົດຜັງເມືອງ ເປັນຕົ້ນ: ທີ່ຕັ້ງຂອງຕະຫຼາດ, ໂຮງຮຽນ, ໂຮງງານ, ສໍານັກງານ-ອົງການ ແລະ ສະຖານທີ່ບໍລິການຕ່າງໆ, ນອກຈາກທີ່ຕັ້ງ ແລ້ວ ຍັງບໍ່ໄດ້ຄໍານຶງເຖິງບ່ອນຈອດລົດ ແລະ ຂອດຂອງການການສັນຈອນເຂົ້າ-ອອກ.
  5. ການນໍາໃຊ້ລົດຂົນສົ່ງໂດຍສານປະຈໍາທາງ ມີທ່າອ່ຽງເພີ່ມຂຶ້ນ ແຕ່ຍັງບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ, ແຕ່ການຂົນສົ່ງໂດຍສານສາທາລະນະຍັງມີຂໍ້ຈໍາກັດຫຼາຍດ້ານ ເຊັ່ນ: ທາງດ້ານຈໍານວນ, ຂະໜາດ ແລະ ຄຸນນະພາບ, ການເດີນລົດຍັງບໍ່ກວມທຸກພື້ນທີ່, ບໍ່ກົງເວລາ, ບໍ່ຈອດຕາມປ້າຍ, ຫຼາຍຄັ້ງຈອດ ບ່ອນຫ້າມຈອດ ແລະ ຈອດບ່ອນບໍ່ຄວນຈອດ (ກີດຂວາງການສັນຈອນ).
  6. ລະບົບການລະບາຍການຈະລາຈອນ ມາຮອດປັດຈຸບັນ ແມ່ນຕ້ອງໄດ້ມີການປັບປຸງ ເຊັ່ນ: ລະບົບປ້າຍສັນຍານ, ສູນບັນຊາການຈະລາຈອນ, ໄຟແດງມີຫຼາຍລະບົບ ໂດຍອີງຕາມການຕິດຕັ້ງ ຂອງແຕ່ລະໂຄງການ, ສ້າງຄວາມຫຍຸ້ງຍາກໃນຂອດຄຸ້ມຄອງ ແລະ ສ້ອມແປງ; ນອກຈາກນີ້, ການຄຸ້ມຄອງຍັງບໍ່ລວມສູນ ເຊັ່ນ: ໄຟແດງຂຶ້ນ ກັບໄຟຟ້າ ແຕ່ວິຊາການດ້ານໄຟແດງ ຍັງຢູ່ນໍາໂຍທາ ແລະ ຜູ້ບັງຄັບໃຊ້ແມ່ນຕໍາຫຼວດຈະລາຈອນ.
  7. ການກໍານົດທາງເອກ, ທາງໂທ, ທາງຂຶ້ນ-ທາງລ່ອງ, ທິດທາງການເດີນລົດ (one way-two way) ບໍ່ສົມຄູ່ກັບການ ເພີ່ມຂຶ້ນຂອງປະຊາກອນ ແລະ ຈໍານວນ ຍານພາຫະນະຂອງແຕ່ລະພື້ນທີ່ (ບໍ່ກົງ ກັບສະພາບຄວາມເປັນຈິງ ແລະ ການປ່ຽນແປງຂອງສັງຄົມໃນປັດຈຸບັນ.
  8. ການສ້າງເສັ້ນທາງຫຼັກ, ທາງວົງແຫວນ, ທາງຮ່ອມ, ທາງຊອຍ ລວມທັງ ວົງວຽນບໍ່ພຽງພໍກັບຄວາມຕ້ອງການ.
  9. ພຶດຕິກໍາຂອງນັກຂັບຂີ່ຍັງລະເມີດລະເມີດກົດຈະລາຈອນ ມີອັດຕາສ່ວນເພີ່ມຂຶ້ນ, ການເຜີຍແຜ່ລະບຽບກົດໝາຍຍັງມີຂໍ້ຈໍາກັດ, ບໍ່ກວ້າງຂວາງທົ່ວສັງຄົມ ແລະ ຍັງບໍ່ຕໍ່ເນື່ອງ, ກົງກັນຂ້າມ, ຈໍານວນຕໍາຫຼວດຈະລາຈອນ ຍັງບໍ່ພຽງພໍ ແລະ ບໍ່ມີຕໍາຫຼວດຈະລາຈອນອາສາສະໝັກຕາມຄຸ້ມບ້ານ ຊ່ວຍຄືກັບປະເທດ ອື່ນ.
  10. ງົບປະມານສໍາລັບວຽກງານຈາ ລະຈອນມີຈໍານວນຈໍາກັດ, ບໍ່ທັນກັບສະພາບການ ແລະ ບໍ່ພຽງພໍກັບຄວາມຮຽກ ຮ້ອງຕ້ອງການຂອງວຽກງານ.
ພົບຫຼາຍສາເຫດ ທີ່ພາໃຫ້ລົດຕິດ ແລະ ທິດທາງໃນການແກ້ໄຂ
ພົບຫຼາຍສາເຫດ ທີ່ພາໃຫ້ລົດຕິດ ແລະ ທິດທາງໃນການແກ້ໄຂ

ຜ່ານມາ, ນະຄອນຫຼວງວຽງຈັນ ໄດ້ແຕ່ງຕັ້ງຄະນະກໍາມະການຄວາມປອດໄພ ທາງຖະໜົນ ຂັ້ນນະຄອນຫຼວງຄືກັບບັນດາແຂວງ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນດໍາເນີນງານຄວາມປອດໄພທາງຖະໜົນ ທີ່ລັດຖະບານຮັບຮອງຢ່າງເປັນລະບົບ ແລະ ກວມເອົາທຸກຂະແໜງການຈັດຕັ້ງປະຕິບັດ: ແຕ່ງຕັ້ງຄະນະກໍາມະການ, ປະສານງານກັບຕໍາຫຼວດຈະລາຈອນ, ຈັດເປັນບູລິມະສິດຂອງນະຄອນຫຼວງ, ແຕ່ງຕັ້ງໜ່ວຍງານຈັດສັນຄວາມບໍ່ເປັນ ລະບຽບຮຽບຮ້ອຍຢູ່ຂັ້ນເມືອງ, ເອົາໃຈໃສ່ລົງຕິດຕາມກວດກາແກ້ໄຂຕາມຂອບ ເຂດຄວາມຮັບຜິດຊອບຂອງຕົນເອງ ພາຍໃນຕົວເມືອງມອບໃຫ້ເຈົ້າໜ້າທີ່ ຕໍາຫຼວດຈະລາຈອນ ເພີ່ມຈໍານວນພົນລົງປະຈໍາຈຸດຕ່າງໆ ເພື່ອເຮັດໜ້າທີ່ລະບາຍການສັນຈອນໃນເວລາຮີບດ່ວນ (ເຂົ້າການ-ເລີກການ) ຢ່າງເປັນປົກກະຕິ, ມອບໃຫ້ໜ່ວຍຈັດສັນຄວາມເປັນລະ ບຽບຮຽບຮ້ອຍ ລົງເຄື່ອນໄຫວກວດກາ ຄວາມບໍ່ເປັນລະບຽບຮຽບຮ້ອຍ ເຊັ່ນ: ການຈອດລົດ, ຂາຍເຄື່ອງຕາມແຄມທາງ, ການວາງສິ່ງກີດຂວາງທາງຍາງ, ການຈອດລົດຕາມສະຖານທີ່ຫ້າມຈອດ, ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນຢູ່ຕາມໂຮງຮຽນ, ບ້ານ, ສໍານັກງານ, ອົງການ, ໂຮງງານ, ປຸກລະດົມມວນຊົນ, ຫ້າງຮ້ານ, ບໍລິສັດປະກອບທຶນຊ່ວຍຊຸກຍູ້ການເຄື່ອນໄຫວປູກຈິດສໍານຶກ ທາງດ້ານຄວາມປອດໄພການສັນຈອນ, ໂດຍສະເພາະແມ່ນການຕິດຕັ້ງປ້າຍແນະນໍາບໍລິການ (ດື່ມບໍ່ຂັບລົດ), ສ້າງກິດຈະກໍາໃນງານເທດສະການວັນບຸນສໍາຄັນຕ່າງໆ ສົ່ງເສີມໃຫ້ມວນຊົນໄດ້ຮັບຮູ້ເຖິງກົດລະບຽບຈະລາຈອນ ແລະ ຫຼັກການຂັບຂີ່ປອດໄພ ເພື່ອຫຼຸດຜ່ອນອຸບັດ ເຫດທາງຖະໜົນ, ລົງກວດກາ, ຕິດຕັ້ງປ້າຍສັນຍານຈະລາຈອນທີ່ຕິດ ຕັ້ງຕາມຈຸດຕ່າງໆໃຫ້ເໝາະສົມ ແລະ ຖືກຕ້ອງ, ປັບປຸງລະບົບການສັນຈອນຢູ່ ບາງຈຸດທີ່ມີຄວາມສັບສົນໃຫ້ມີຄວາມສະດວກຫຼາຍຂຶ້ນ, ລົງສໍາຫຼວດການຈັດສັນບ່ອນຈອດລົດ, ບ່ອນທີ່ມີເງື່ອນໄຂ, ໂດຍໃຫ້ປະຊາຊົນມີສ່ວນຮ່ວມ.

( ອ່ານຕໍ່ສະບັບໜ້າ…)