ຕົ້ນເດືອນກັນຍາຜ່ານມາ, ຊາຍໜຸ່ມ ອາຍຸ 22 ປີ ສວຍໂອກາດກໍ່ເຫດ ລັກເງິນແມ່ຄ້າ ຈໍານວນ 18 ລ້ານ ທີ່ຈອດລົດນອນພັກຢູ່ແຄມທາງ ເຂດຕະຫຼາດເມືອງວັງວຽງ ແຂວງວຽງຈັນ, ແຕ່ໂຊກດີຂອງຜູ້ເສຍຫາຍບໍລິເວນດັ່ງກ່າວ ມີກ້ອງວົງຈອນປິດ ຈຶ່ງເປັນຂໍ້ມູນຫຼັກຖານໃຫ້ແກ່ເຈົ້າໜ້າທີ່ ປກສ ເມືອງວັງວຽງ ແຂວງວຽງຈັນ ສາ ມາດຕິດຕາມຈັບຕົວຊາຍໜຸ່ມທີ່ກໍ່ເຫດລັກຊັບໃນຄັ້ງນີ້ໄດ້ ພາຍໃນມື້ຕໍ່ມາໄປດໍາເນີນຄະດີ.

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງວັງວຽງ ໃຫ້ຮູ້ວ່າ: ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ໃນຕອນ ເຊົ້າວັນທີ 3 ກັນຍາ 2019 ມີຄົນຮ້າຍມາລັກຊັບຢູ່ໃນລົດໃນຂະນະທີ່ນອນຫຼັບ, ເຊິ່ງມີ ເງິນ 18 ລ້ານ ແລະ ໂທ ລະສັບ 1 ເຄື່ອງ. ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງລົງກວດກາສັນ ນະສູດສະຖານທີ່ເກີດເຫດ ພ້ອມທັງກວດກາກ້ອງວົງ ຈອນປິດຢູ່ບໍລິເຂດດັ່ງກ່າວທີ່ບັນທຶກພາບຄົນຮ້າຍໄດ້ຢ່າງຊັດເຈນ ຈຶ່ງຂຶ້ນເປົ້າໝາຍຕິດ ຕາມ; ເຊິ່ງມື້້ຕໍ່ມາ, ສາ ມາດກັກຕົວເປົ້າໝາຍໄດ້ ຊື່ທ້າວ ຈັນເພັງ ອາຍຸ 22 ປີ ປະຊາຊົນ ຢູ່ບ້ານໂພນເພັງ ເມືອງວັງວຽງ ແຂວງວຽງຈັນ ໄປດໍາເນີນການສອບສວນ.

ລັກເງິນແມ່ຄ້າ 18 ລ້ານ ໜີໄດ້ຂ້າມຄືນ ຖືກຈັບດຳເນີນຄະດີ
ລັກເງິນແມ່ຄ້າ 18 ລ້ານ ໜີໄດ້ຂ້າມຄືນ ຖືກຈັບດຳເນີນຄະດີ

ຜ່ານການສອບສວນ, ທ້າວ ຈັນເພັງ ຮັບສາລະພາບວ່າ: ເວລາປະມານ 4:00 ໂມງຂອງວັນທີ 3 ກັນຍາ 2019 ໄດ້ຂີ່ລົດຈັກອອກຈາກເຮືອນພັກແຫ່ງໜຶ່ງ ຢູ່ບ້ານຫ້ວຍສະເຫງົ້າ ເມືອງວັງວຽງ ເພື່ອໄປເຕີມເຊີ ເຮັດເກມອອນໄລ ພໍມາຮອດໜ້າຕະຫຼາດເມືອງວັງວຽງ ໄດ້ເຫັນລົດກະບະຮຸນໄດ ບັນທຸກເຄື່ອງຂອງຕ່າງໆຈອດນອນພັກຢູ່ແຄມທາງ ໂດຍໄຂປະຕູປະໄວ້ ເມື່ອຕົນເອງໄດ້ໄປເຕີມເຊີເກມອອນໄລ ຢູ່ບ້ານເມືອງຊ່ອງ ກັບມາຍັງເຫັນລົດຄັນດັ່ງກ່າວໄຂປະຕູປະໄວ້ຄືເກົ່າ ຕົນກໍຍ່າງມາຈອບເບິ່ງດ້ານໜ້າລົດ ແລະ ທ້າຍລົດ ເຫັນຜູ້ຊາຍຄົນໜຶ່ງນອນຢູ່ທ້າຍລົດ ແລະ ຜູ້ຍິງຄົນໜຶ່ງນອນຢູ່ເບາະຄົນຂັບລົດ ແລ້ວແນມເຫັນກະເປົາພາຍສີຕັບໝູ 1 ໜ່ວຍ ແລະ ໂທລະສັບ 1 ເຄື່ອງວາງໄວ້ໃນຫ້ອງເເຄັບລົດ ຈຶ່ງລັກເອົາກະເປົາເປີດເບິ່ງເຫັນເງິນ 18.200.000 ກີບ ເມື່ອລັກໄດ້ແລ້ວ ຈຶ່ງຂີ່ລົດໜີໄປຫ້ອງພັກທີ່ຕົນເຊົ່າຢູ່ນັ້ນ; ມາຮອດເວລາ 7:00 ໂມງ ໄດ້ຂັບລົດຈັກພ້ອມຖົງເງິນໄປເຮືອນທີ່ບ້ານໂພນເພັງ ແລ້ວເອົາເງິນໄປຊຸກເຊື່ອງໄວ້ໃນຫ້ອງນອນ. ຮອດເວລາປະມານ 23:00 ໂມງ ຂອງວັນດຽວກັນ ກໍຖືກເຈົ້າ ໜ້າທີ່ພ້ອມດ້ວຍການປົກຄອງບ້ານກັກຕົວ ພ້ອມຂອງກາງເງິນ 18.200.000 ກີບ ແລະ ໂທລະສັບ 1 ເຄື່ອງໄປດໍາເນີນຄະດີຕາມລະບຽບກົດໝາຍ.