ໃນວັນທີ 10 ຕຸລາ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມວາງແຜນປ້ອງກັນ ງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ປະຈໍາປີ 2019 ທີ່ທ່າວັດຈັນ ເມືອງຈັນທະບູລີ, ໂດຍມີການກໍານົດຈຸດປ້ອງກັນທັງວົງໃນ ແລະ ວົງນອກ ທີ່ມີກໍາລັງທະຫານ ແລະ ຕໍາຫຼວດຫຼາຍພັນສະຫາຍ ທີ່ພ້ອມປະຕິບັດໜ້າທີ່ວິຊາສະເພາະຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມປອດໄພໃຫ້ນັກທອງທ່ຽວທີ່ມາທ່ຽວງານໃຫ້ມີຄວາມປອດໄພ, ມີ ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ມີ ບັນດາອະນຸກໍາມະການປ້ອງກັນງານບຸນ ເຂົ້າຮ່ວມໃນກອງປະຊຸມ.

ພັທ ບຸນຖົງ ແກ້ວມະນີວົງ ຫົວໜ້າຫ້ອງການ ປກສ ນະຄອນຫຼວງວຽງຈັນ ໄດ້ຜ່ານແຜນປ້ອງກັນວ່າ:

ງານບຸນອອກພັນສາ ແລະ ບຸນຊ່ວງເຮືອ ໃນປີນີ້ ແມ່ນຈະມີແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າຊົມເຊີຍເຮືອຊ່ວງຢ່າງໜາແໜ້ນ ພ້ອມທັງເປັນປີທ່ອງທ່ຽວລາວ-ຈີນ 2019 ຢ່າງເບີກບານມ່ວນຊື່ນ. ດ້ວຍເຫດນີ້, ກຸ່ມຄົນບໍ່ດີຈະສວຍໂອກາດກໍ່ຄວາມບໍ່ຫງົບດ້ວຍຫຼາຍວິທີ ແລະ ຫຼາຍຮູບການ ອັນກໍ່ໃຫ້ມີສຽງແຕກ, ສຽງດັງເຮັດໃຫ້ມວນຊົນແຕກຕື່ນຢ້ານກົວ.

ສະນັ້ນ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ເປັນເອກະພາບວາງແຜນຈັດກໍາລັງເຂົ້າປ້ອງກັນ ໂດຍກໍານົດຢູ່ 3 ຈຸດໃຫຍ່ຄື:

ຈຸດຜາມໄຊ-ກຳມະການ, 2: ຈຸດເໜືອຜາມໄຊ-ຈຸດປ່ອຍເຮືອຊ່ວງ ແລະ ຈຸດທີ 3: ຈຸດໃຕ້ຜາມໄຊ ສວນເຈົ້າອານຸວົງ, ຕະຫຼາດນາຄາຣາດ, ຕະຫຼາດວຽງຈັນໂລກໃໝ່, ແຍກໂຮງໝໍມະໂຫສົດ ແລະ ຢູ່ຕາມຈຸດຕ່າງໆ ໂດຍໃຊ້ກຳລັງປ້ອງກັນຫຼາຍພັນສະຫາຍ ແລະ ເລີ່ມລົງປະຕິບັດໜ້າທີ່ປ້ອງກັນຕາມ ແຕ່ລະຈຸດນັບແຕ່ວັນທີ 10-14 ຕຸລາ.

ພົຈວ ບຸບຜາ ສີພົມມາ ໄດ້ເນັ້ນໃຫ້ກໍາລັງເຫຼົ່າວິຊາສະເພາະ ປະຕິບັດຕາມສິດ ແລະ ໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ຜູ້ບັນຊາແຕ່ລະຈຸດ ຕ້ອງແບ່ງໜ້າທີ່ໃຫ້ກໍາລັງ ໃຫ້ແຕ່ລະສະຫາຍປ້ອງກັນເຄື່ອນໄຫວທົ່ວບໍລິເວນຂອງຕົນ ໃຫ້ທົ່ວເຖິງ ແລະ ປະສານສົມທົບກັບທຸກພາກສ່ວນ ໃນການແກ້ໄຂບັນດາຫ້ອງ, ກອງວິຊາສະເພາະ ປກສ 9 ຕົວເມືອງ ທີ່ບໍ່ມີລາຍຊື່ບັນຈຸໃນແຜນປ້ອງກັນ ໃຫ້ແຕ່ງຕັ້ງປະຈໍາການກຽມພ້ອມຕະຫຼອດ 24 ຊົ່ວໂມງ.