ຄະນະສານອາຍາ ສານປະຊາຊົນ ຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນ ທ້າວ ບຸນຊູ (ຈຳເລີຍ) ອາຍຸ 49 ປີ ຢູ່ ບ້ານອີ່ໄລເໜືອ ເມືອງນາຊາຍທອງ ທີ່ໄດ້ກະຜິດໃນສະຖານການຍັກຍອກຊັບຂອງພົນລະເມືອງມູນ ຄ່າ 5.600. 000 ກີບ ຈໍາຄຸກ 2 ປີ ປັບໃໝ 500. 000 ກີບ ໃນວັນທີ 8 ກັນຍາ 2019 ແຕ່ໂຈດທາງແພ່ງບໍ່ໄດ້ຮຽກຮ້ອງຄ່າເສຍຫາຍ.

ໄອຍະການປະຊາຊົນ ນຳມາຖະແຫຼງເນື້ອຄະດີຕໍ່ຄະນະສານວ່າ: ທ້າວ ບຸນຊູ (ຈຳເລີຍ) ໄດ້ເຂົ້າເຮັດວຽກເປັນກໍາມະກອນຢູ່ຮ້ານຂາຍເຄື່ອງເຟີນີເຈີ ຕັ້ງຢູ່ບ້ານຜາງແຫ້ງ ເມືອງນາຊາຍທອງ ເປັນເວລາ 10 ກວ່າປີ ຮັບເງິນເດືອນລະ 2.100.000 ກີບ. ມາໃນປີ 2018, ຈຳເລີຍໄດ້ຍັກຍອກຊັບໄປຂາຍໃຫ້ກັບນາງ ເພັງ ຄົນບ້ານດຽວ ກັນ ຈຳນວນ 4 ຄັ້ງ ຄື: ຄັ້ງທີ 1 ໃນເດືອນສິງຫາ 2018 ຈຳເລີຍໄດ້ຍັກຍອກເອົາຕູ້ໃຊ້ເອກະສານ ຈຳນວນ 2 ຕູ້ ໃນລາຄາຕູ້ລະ 800.000 ກີບ, ໂດຍຈ້າງລົດຂອງ ທ້າວ ແຖວ ຄົນບ້ານດຽວກັນ ເປັນຜູ້ໄປແກ່ເອົາແກັດຕູ້ຢູ່ສາງເຄື່ອງຂອງຮ້ານ ຄ່າຈ້າງຄັ້ງລະ 100.000 ກີບ ໂດຍແມ່ນ ນາງ ເພັງ ເປັນຄົນຈ່າຍ. ພາຍຫຼັງ ທ້າວ ແຖວ ເອົາເຄື່ອງມາສົ່ງຢູ່ເຮືອນ ຮອດເວລາ 17:00 ໂມງ ຈຳເລີຍກໍໄປເອົາເງິນຄ່າຕູ້ນໍາ ນາງ ເພັງ ຈໍານວນ 1.600.000 ກີບ; ຄັ້ງທີ 2 ເດືອນຕຸລາ 2018 ,ເປັນຕູ້ 2 ໜ່ວຍ ເປັນເງິນຈຳນວນ 1.600.000 ກີບ; ຄັ້ງທີ 3 ມາວັນທີ 12 ຕຸລາ 2018, ເປັນຕູ້ປະເພດໃສ່ເອກະສານຈໍານວນ 2 ໜ່ວຍ ຄື: ຕູ້ 4 ຊັ້ນ ແລະ 3 ຊັ້ນ ໃນມູນຄ່າ 1.200.000 ກີບ ແລະ ຄັ້ງສຸດ ທ້າຍວັນທີ 14 ຕຸລາ 2018 ເປັນຕູ້ສໍາເລັດຮູບ 2 ໜ່ວຍ ປະເພດຕູ້ໃສ່ເອກະ ສານ 10 ລີ້ນຊັກ ແລະ ຕູ້ 15 ລີ້ນຊັກ ມູນຄ່າ 1.200.000 ກີບ, ສ່ວນເງິນທີ່ໄດ້ມາຈາກການຍັກຍອກຊັບນັ້ນຈຳເລີຍ ກໍເອົາໄປໃຊ້ຈ່າຍສ່ວນຕົວໝົດ ລວມເງິນທີ່ຈຳເລີຍຍັກຍອກໄປນັ້ນ ຈຳນວນ 5.600.000 ກີບ.

ເຮັດວຽກກັບນາຍຈ້າງ 10 ກວ່າປີ ສຸດທ້າຍຍັກຍອກຊັບນາຍຈ້າ

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດ, ຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສ ແລ້ວເຫັນວ່າ ມີຂໍ້ມູນຫຼັກຖານໜັກແໜ້ນ ແລະ ພຽງພໍທີ່ ສາມາດຢັ້ງຢືນວ່າ ທ້າວ ບຸນຊູ (ຈໍາເລີຍ) ແມ່ນມີຄວາມຜິດໃນສະຖານການການຍັກຍອກຊັບຂອງພົນລະເມືອງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ ທີ່ແຕະຕ້ອງຕໍ່ກໍາມະສິດຂອງພົນລະເມືອງທີ່ກົດໝາຍໄດ້ກຳນົດໄວ້ວ່າ: ບຸກຄົນໃດຫາກໄດ້ສວຍໃຊ້ຄວາມເຊື່ອໃຈ ເພື່ອ​ລັກໂລບເອົາ ຕັດຮອນເອົາ ຫຼື ສັບປ່ຽນເອົາຊັບທີ່ຕົນໄດ້ຖືກມອບໝາຍໃຫ້ຮັກສາ ຫຼື ເພື່ອຈຸດປະສົງໃດໜຶ່ງຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 3 ເດືອນ ຫາ 3 ປີ ແລະ ຈະຖືກປັບໃໝ 5.000.
000-20.000.000 ກີບ, ໃນກໍລະນີ ເອົາການຍັກຍອກຊັບເປັນອາຈິນ ມີການຈັດຕັ້ງເເປັນກຸ່ມ ຫຼື ໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 3-8 ປີ ແລະ ຈະຖືກປັບໃໝ 10.000.000- 50. 0000.000 ກີບ ແລະ ຈຳເລີຍກໍໄດ້ ຮັບສາລະພາບວ່າ ໄດ້ຍັກຍອກຊັບຈາກຮ້ານຂາຍເຄື່ອງທີ່ເຮັດວຽກຢູ່ຫັນແທ້.

ເຫັນວ່າ ນາງ ເພັງ ແລະ ທ້າວ ແຖວ ທີ່ຈຳເລີຍ ໄດ້ຊັກທອດຫາວ່າ ເປັນຜູ້ຊື້ຊັບ ແລະ ຮັບແກ່ຊັບນັ້ນ, ຜ່ານການສອບສວນແລ້ວ ເຫັນວ່າ ນາງ ເພັງ ກໍບໍ່ຮູ້ວ່າຊັບດັ່ງກ່າວ ຖືກຈຳເລີຍຍັກຍອກມາ ແລະ ມີຄວາມຈິງໃຈນໍາເອົາຊັບມອບຄືນໃຫ້ເຈົ້າໜ້າທີ່, ສ່ວນ ທ້າວ ແຖວ ກໍບໍ່ຮູ້ວ່າ ຊັບດັ່ງກ່າວເປັນຊັບຖືກຍັກຍອກເຈົ້າໜ້າທີ່ ຈຶ່ງໄດ້ເຮັດບົດບັນທຶກສຶກສາອົບ ຮົມທັງ 2 ຄົນ. ສ່ວນຕູ້ ຈຳນວນ 8 ໜ່ວຍ ທີ່ເຈົ້າໜ້າທີ່ເກັບກູ້ຄືນມານັ້ນໄດ້ມອບຄືນໃຫ້ເຈົ້າຂອງເດີມແລ້ວ.