ປີ 5 ປີຜ່ານມາ, ຄະນະຫ້ອງການ-ການເງິນ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ສຸມໃສ່ຂຸດຄົ້ນທຸກແຫຼ່ງລາຍຮັບທີ່ບົ່ມຊ້ອນ ແລະ ຖານຂໍ້ມູນລາຍຮັບທີ່ມີຢູ່ພາຍໃນເມືອງ ມອບເຂົ້າງົບປະມານບັນລຸຄາດໝາຍມີຫົວໜ່ວຍທຸລະກິດເພີ່ມຂຶ້ນ 46 ຫົວໜ່ວຍ ເທົ່າກັບ 15% ຂອງຫົວໜ່ວຍທຸລະກິດ, ການເກັບລາຍຮັບມີທ່າອ່ຽງເພີ່ມຂຶ້ນ.

ຫົວໜ້າຫ້ອງການ-ການເງິນ ເມືອງຊຽງຮ່ອນ
ຫົວໜ້າຫ້ອງການ-ການເງິນ ເມືອງຊຽງຮ່ອນ

ທ່ານ ບຸນເພັງ ອ່ອນສົມລີ ຫົວໜ້າຫ້ອງການ-ການເງິນ ເມືອງຊຽງຮ່ອນ ໄດ້ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານ 5 ປີ (2014-2019) ຜ່ານມາ, ສາມາດປະຕິບັດໄດ້ 82,64 ຕື້ກີບ ເທົ່າກັບ 93,72% ຂອງແຜນການ 5 ປີ, ລາຍຮັບພາຍໃນເມືອງປະຕິບັດໄດ້ 18,63 ຕື້ກີບ ເທົ່າກັບ 99,23%; ຮັບດຸ່ນດ່ຽງຈາກແຂວງ ປະຕິບັດໄດ້ 64 ຕື້ກີບ ເທົ່າກັບ 112.29%; ໃນນັ້ນ, ຮັບຈາກສ່ວຍສາອາກອນ 15,63 ຕື້ກີບ ເທົ່າກັບ 101,68% ຂອງແຜນການ 5 ປີ, ຮັບຈາກໜ່ວຍງານຊັບສິນ 1,34 ຕື້ກີບ ເທົ່າກັບ 77,60%, ຮັບຈາກພາສີດ່ານ 1,64 ຕື້ກີບເທົ່າກັບ 106,5%; ສໍາລັບດ້ານລາຍຈ່າຍແມ່ນປະຕິບັດໄດ້ 82,64 ຕື້ກີບ ເທົ່າກັບ 93,72% ຂອງແຜນການ 5 ປີ; ໃນນັ້ນ, ຈ່າຍເງິນເດືອນ ປະຕິບັດໄດ້ 62,12 ຕື້ກີບ ເທົ່າກັບ 92,31% ຂອງແຜນການ 5 ປີ, ເງິນອຸດໜູນນະໂຍບາຍ 9,36 ຕື້ກີບ ເທົ່າກັບ 95,00%; ຈ່າຍເງິນບໍລິຫານກົງຈັກລັດ 9,05 ຕື້ ກີບ ເທົ່າກັບ 99,87%, ຈ່າຍເງິນດັດສົມ ແລະ ສົ່ງເສີມ 1,94 ຕື້ກີບ ເທົ່າກັບ 102,81 % ຂອງແຜນການ 5 ປີ.

ສໍາລັບທິດທາງແຜນການໃນຕໍ່ໜ້າແມ່ນຈະສືບຕໍ່ເກັບລາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານ 5 ປີ (2019–2024) ຈະສູ້ຊົນໃຫ້ໄດ້ 73,24ຕື້ກີບ ແລະ ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນຄວາມເໝາະສົມ ໂດຍຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານໃຫ້ສູງຂຶ້ນ, ມີຄວາມເສຍສະລະສຸມທຸກສະຕິປັນຍາໃສ່ວຽກງານວິຊາສະເພາະໃຫ້ເລິກເຊິ່ງ, ສືບຕໍ່ເກັບຄ່າທຳນຽມນໍາໃຊ້ທີ່ດິນ (ພາສີທີ່ດິນ) ແຕ່ລະເຂດໃນທົ່ວເມືອງໃຫ້ມີຄວາມຊັດເຈນ ແລະ ທັນກັບກຳນົດເວລາ, ເອົາໃຈໃສ່ ຕິດຕາມກວດກາຂຶ້ນບັນຊີຊັບສົມບັດຂອງລັດຢູ່ແຕ່ລະຂະແໜງການພາຍໃນເມືອງໃຫ້ລະອຽດ ແລະ ເອົາໃຈໃສ່ຊຸກຍູ້ບັນດາຫົວໜ່ວຍທຸລະກິດ, ຫ້າງຮ້ານຫັນເຂົ້າໄປສູ່ລະບົບການເສຍພັນທະຜ່ານລະບົບທະນາຄານໃຫ້ໄດ້ຫຼາຍຂຶ້ນກວ່າໄລຍະຜ່ານມາ.