ເຈົ້າໜ້າທີ່ສືບຂ່າວຄະດີອາຍາ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ເຂົ້າຈັບຕົວ ທ້າວ ພອນປະດິດ ຫຼື ຫຼ້າ ອາຍຸ 18 ປີ ຢູ່ບ້ານທົ່ງກາງ ເມືອງສີສັດຕະນາກ ທີ່ເຄື່ອນໄຫວຍັກຍອກຊັບພົນລະເມືອງໄປຂາຍ ເອົາເງິນໄປເຕີມເຊີ ເພື່ອຫຼິ້ນເກມ.

ຢືມລົດຈັກໝູ່ ແລ້ວເອົາໄປລັກຂາຍຕໍ່ ຖືກຈັບດຳເນີນຄະດີ

ຜ່ານການສອບສວນ ທ້າວ ພອນປະດິດ ສາລະພາບວ່າ: ໃນວັນທີ 15 ກັນຍາ 2019, ເວລາປະມານ 20:45 ໂມງ ໄດ້ມີ ທ້າວ ເສືອ ອາຍຸ 29 ປີ ຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ໄດ້ມາຫາຢູ່ຫ້ອງເຊົ່າ ເຂດບ້ານທົ່ງກາງ ແລ້ວພາກັນໄປບ່ອນເຮັດວຽກ ທ້າວ ເສືອ. ຈາກນັ້ນ, ທ້າວ ເສືອ ໄດ້ບອກໃຫ້ຕົນເອົາພຣະ ຈໍານວນ 1 ອົງ ໄປຂາຍໃຫ້ ທ້າວ ສັກ ຢູ່ບ້ານໂສກປ່າຫຼວງ ເມືອສີສັດຕະນາກ ໄດ້ເງິນ ຈໍານວນ 300.000 ກີບ ແລ້ວເອົາ ເງິນທີ່ໄດ້ຈາກການຂາຍ ຈໍານວນ 50.000 ກີບ ໄປເຕີມເຊີຫຼິ້ນເກມ.

ຈາກນັ້ນ, ໄປຢືມລົດຈັກນໍາໝູ່ ຊື່: ທ້າວ ຕີ ແລ້ວກໍຂີ່ລົດຈັກໄປຫາ ທ້າວ ດາວັນ ຫຼື ຊ້າງ ອາຍຸ 19 ປີ ຢູ່ບ້ານໂນນສົມບູນ ເມືອງສີໂຄດຕະບອງ ເພື່ອໃຫ້ທ້າວ ດາວັນ ເອົາລົດຈັກທີ່ຢືມນໍາ ທ້າວ ຕີ ນັ້ນໄປຊອກຂາຍ ແຕ່ບໍ່ຮູ້ວ່າຂາຍໄດ້ເງິນເທົ່າໃດ. ຮອດວັນທີ 18 ກັນຍາ, ທ້າວ ດາວັນ ໄດ້ເອົາເງິນໃຫ້ຕົນ ຈໍານວນ 200.000 ພ້ອມທັງບອກຕົນວ່າ ຈໍານວນ 1.500.000 ກີບ ຈະເອົາມາໃຫ້ພາຍຫຼັງ ເມື່ອໄດ້ເງິນແລ້ວກໍເອົາໄປຫຼິ້ນເກມ ແລະ ເຕີມເຊີຈົນໝົດ.

ຢືມລົດຈັກໝູ່ ແລ້ວເອົາໄປລັກຂາຍຕໍ່ ຖືກຈັບດຳເນີນຄະດີ

ມາຮອດວັນທີ 24 ກັນຍາ 2019, ທ້າວ ພອນປະດິດ ຈຶ່ງຖືກເຈົ້າໜ້າທີ່ຕໍາຫຼວດຈັບຕົວໄປດໍາເນີນຄະດີຕາມກົດ ໝາຍ.